ສະຫະ ປະຊາຊາດ ປະກາດໄພອຶດຫິວຢູ່ເຂດກາຊາ

23/08/2025 16:41
Email Print 464
ຂປລ ໜ່ວຍງານຂໍ້ລິເລີ່ມ ຈຳແນກ ໄລຍະຄວາມໝັ້ນຄົງ ທາງດ້ານອາຫານ ແບບບູລະນະການ (IPC), ສຳພັນທະມິດ ບັນດາ ນັກສັງເກດ ການ ສະຫະ ປະຊາຊາດ ມອບໜ້າທີ່ ແຈ້ງເຕືອນກ່ຽວກັບ ວິກິດການທີ່ອາດຈະເກີດຂຶ້ນ ໄດ້ປະກາດ ບົດ ລາຍງານ ໂດຍໃຫ້ຮູ້ວ່າ ໂດຍອີງໃສ່ ຂໍ້ມູນ ທີ່ເກັບກຳມາໄດ້ແຕ່ວັນທີ 1 ກໍລະກົດ ຮອດວັນທີ 15 ສິງຫາ, ມີປະຊາຊົນ ປະມານ 514.000 ຄົນ, ໝາຍຄວາມວ່າ ເກືອບ ¼ ຈຳນວນປະຊາກອນເຂດ ກາຊາ, ພວມຖືກໄພອຶດຫິວ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 22 ສິງຫາ, ໜ່ວຍງານຂໍ້ລິເລີ່ມ ຈຳແນກ ໄລຍະຄວາມໝັ້ນຄົງ ທາງດ້ານອາຫານ ແບບບູລະນະການ (IPC), ສຳພັນທະມິດ ບັນດານັກສັງເກດ ການ ສະຫະ ປະຊາຊາດ ມອບໜ້າທີ່ ແຈ້ງເຕືອນກ່ຽວກັບ ວິກິດການທີ່ອາດຈະເກີດຂຶ້ນ ໄດ້ປະກາດ ບົດລາຍງານ ໂດຍໃຫ້ຮູ້ວ່າ ໂດຍອີງໃສ່ ຂໍ້ມູນ ທີ່ເກັບກຳມາໄດ້ແຕ່ວັນທີ 1 ກໍລະກົດ ຮອດວັນທີ 15 ສິງຫາ, ມີປະຊາຊົນ ປະມານ 514.000 ຄົນ, ໝາຍຄວາມວ່າ ເກືອບ ¼ ຈຳນວນປະຊາກອນເຂດ ກາຊາ, ພວມຖືກໄພອຶດຫິວ ແລະ ຕົວເລກດັ່ງກ່າວ ຄາດວ່າ ຈະເພີ່ມຂຶ້ນ ເປັນ 641.000 ຄົນ ໃນທ້າຍ ເດືອນ ກັນຍາ ຈະມາເຖິງ. ທ່ານ ທອມ ເຟຣດເຊີ (Tom Fletcher), ຮອງເລຂາທິການໃຫຍ່ ສະຫະ ປະຊາຊາດ, ຜູ້ຮັບຜິດຊອບ ບັນດາບັນຫາ ມະນຸດສະທຳ ໃຫ້ຮູ້ວ່າ: ໄພອຶດຫິວ ສາມາດ ສະກັດ ກັ້ນໄດ້, ພ້ອມກັນນັ້ນ ກໍ່ໃຫ້ຮູ້ວ່າ: ມີສະບຽງອາຫານ ເປັນຈຳນວນຫລາຍ ພວມຢຸດ ຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນ ປາແລັດສະຕິນ ໄດ້, ຍ້ອນມີການກີດຂວາງທີ່ເປັນລະບົບຂອງ ອິດສະຣາແອັນ. ນອກນັ້ນ, ລະບົບສາທາລະນະສຸກ ກໍ່ເຊື່ອມໂຊມລົງ ຢ່າງຮ້າຍແຮງ, ໃນຂະນະທີ່ ຄວາມສາມາດ ເຂົ້າເຖິງ ນ້ຳປະປາ ແລະ ເງື່ອນໄຂ ສຸຂະອະນາໄມ ຢ່າງຄົບຖ້ວນ ກໍ່ຖືກ ຫລຸດລົງ ຫລາຍພໍສົມຄວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ     

KPL

ຂ່າວອື່ນໆ

ads
ads

Top