7098

ຂປລ. ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງເຊກອງ ໃນວັນທີ 20 ສິງຫາ 2025 ນີ້, ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຄະນະປະຈຳສະພາ, ຮອງປະທານ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ພົບປະກັບທ່ານ ບຸນຫລາຍ ບຸດທິ ຮັກສາການເລຂາພັກແຂວງ, ຮັກສາ ການເຈົ້າແຂວງເຊກອງ ໂດຍມີຂະ ແໜງການກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ສົມມາດ ພົນເສນາ ໄດ້ແຈ້ງໃຫ້ຊາບເຖິງຈຸດ ປະສົງຂອງການມາເຄື່ອນໄຫວຢູ່ ແຂວງເຊກອງຄັ້ງນີ້ ເພື່ອຕິດຕາມ ກວດກາຊຸກຍູ້ວຽກງານໂຄງການ ການລົງທຶນຢູ່ແຂວງເຊກອງ ໂດຍ ສະເພາະຢູ່ເມືອງດາກຈຶງ, ພ້ອມທັງ ຈະເຄື່ອນໄຫວຊຸກຍູ້ວຽກງານເສດ ຖະກິດ, ວັດທະນະທຳ-ສັງຄົມ, ເຕັກ ໂນໂລຊີ ແລະ ສິ່ງແວດລ້ອມ ແລະ ວຽກງານຊົນເຜົ່າ ເພື່ອແກ້ໄຂບັນຫາ ຈຸດອ່ອນ, ຂໍ້ຄົງຄ້າງທີ່ເປັນສິ່ງທ້າ ທາຍໃນການສ້າງສາພັດທະນາໃຫ້ ຖືກຕ້ອງສອດຄ່ອງຕາມແນວທາງ ນະໂຍບາຍຂອງພັກ, ລະບຽບ ແລະ ກົດໝາຍຂອງລັດວາງອອກ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບ ການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານ ບຸນຫລາຍ ບຸດທິກໍ ຂປລ. ເມື່ອບໍ່ດົນມານີ້, ລັດຖະ ບານ ແຫ່ງ ສປປ ລາວ ໂດຍການ ຮ່ວມມືກັບອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາ ຊາດ (FAO) ແລະ ບັນດາຄູ່ຮ່ວມ ພັດທະນາອື່ນໆໄດ້ສະເໜີການສຶກ ສາຄວາມເປັນໄປໄດ້ກ່ຽວກັບການ ສ້າງຕັ້ງລະບົບການຈ່າຍຄ່າຕອບ ແທນການບໍລິການຂອງລະບົບນິ ເວດປ່າໄມ້ (PfES) ໃນລະດັບ ຊາດ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ທຸມທອນ ວົງວິສຸກ ຮອງ ຫົວໜ້າກົມປ່າໄມ້, ກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ໄດ້ກ່າວ ວ່າ: ການສ້າງຕັ້ງລະບົບການຈ່າຍ ຄ່າຕອບແທນການບໍລິການຂອງ ລະບົບນິເວດປ່າໄມ້ເປັນການສ້າງ ແນວທາງໃຫ້ຜູ້ທີ່ໄດ້ຮັບຜົນປະ ໂຫຍດຈາກການບໍລິການຂອງປ່າ ໄມ້ສາມາດຊົດເຊີຍໃຫ້ແກ່ຜູ້ທີ່ຄຸ້ມ ຄອງ ແລະ ປົກປັກຮັກສາປ່າໄມ້. ສິ່ງນີ້ຈະສ້າງຮູບແບບການອະນຸລັກ ແບບຍືນຍົງທີ່ໄດ້ຮັບທຶນຈາກພາຍ ໃນປະເທດ. ພ້ອມນີ້, ການນໍາສະເໜີ ການສຶກສາຄວາມເປັນໄປໄດ້ດັ່ງ ກ່າວ ຍັງເປັນບາດກ້າວໃນການ ສ້າງກົນໄກການເງິນແບບຍືນຍົງໃນ ໄລຍະຍາວໃຫ້ແກ່ລະບົບນິເວດປ່າ 7vlr s;o7n o,6 og-N v 3 ;a ole7a o0v'-kf ll- g0f 1 ot7vos];';P'9a o ]q 'rq [xtz6h ,u ly fg]n vd8A 'g,n v'la 'mv' g]0kmy dko.spj 8h voIa [ Iv'xtmkoxtgmfs;Pfok, sq ;|h k7totrq ;ra o8j k'xtgmf l6 odk'ra d xx ]k; 1h P,1k,gIa f;Pd16j lx 9u o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 22.08.2025 ປີທີ 24 ສະບັບທີ 6.253 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 -q ,g-u poE.9 ;a omu 23 ly 'sk 1j k'l5 f.9K ]k;{,q '3d]u sk]n glu ,0tspkp dkorq ;ra oIj ;,,n lv'/j kp  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ( ຜູ້ທີສອງ ນັບຈາກຂວາຫາຊ້າຍ ) ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ( ຜູ້ທີເຈັດ ນັບຈາກຂວາຫາຊ້າຍ ) Iv'xtmkoltrkcsj '-kf rq [xtda [Ia dlkdkog]0kra dc0;'g-dv' ຂປລ. ໂດຍປະຕິບັດຕາມແຜນ ການຮ່ວມມືປະຈໍາປີລະຫວ່າງຄະ ນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ, ສະຫາຍ ບຸນເຫລືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ປປ ລາວ ໄດ້ນໍາພາ ຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ແຕ່ວັນທີ 1821 ສິງຫາ 2025 ເພື່ອຮ່ວມກັບ ຝ່າຍຈີນ ປຶກສາຫາລື, ແລກປ່ຽນ ຄໍາຄິດເຫັນກ່ຽວກັບທິດທາງການ ພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ສອງຄະນະພົວພັນ ຕ່າງປະເທດສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ. ໃນໄລຍະຢ້ຽມຢາມ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ພົບປະ ເຮັດວຽກກັບສະຫາຍ ເສິນ ໂຈ ຮອງຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກກອມມູນິດຈີນ ໃນ ວັນທີ 18 ສິງຫາ 2025. ຝ່າຍລາວ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດປາຖະ ກະຖາຫວນຄືນມູນເຊື້ອ 3 ວັນສຳ ຄັນ ຄື: ວັນສ້າງຕັ້ງແນວລາວສ້າງ lb dlk7;k,gxa owxwfh dkolh k']t[q [ 9j kp7j k8v[cmodko[= ]y dko]t[q [oy g;fxj kw,h ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຜູ້ທຳອິດຊ້າຍມື ) *ໃນປະຫວັດສາດ ຊຸມປີ 1930, ພັກກອມມູນິດອິນດູຈີນ ໄດ້ກຳເນີດ ເກີດຂຶ້ນ; ພາຍໃຕ້ການນຳພາຂອງພັກປະຕິວັດດັ່ງກ່າວ, ການຕໍ່ສູ້ ປະຕິວັດຂອງປະຊາຊົນລາວ ກໍ່ໄດ້ເຂົ້າສູ່ໄລຍະໃໝ່, ດ້ວຍຄຸນນະພາບ ໃໝ່. ພັກໄດ້ນຳພາປະຊາຊົນລາວລຸກຂຶ້ນຢຶດອໍານາດການປົກຄອງ ທົ່ວປະເທດໃນວັນທີ 23 ສິງຫາ ປີ 1945. ຕໍ່ມາລັດຖະບານລາວ ອິດສະຫລະກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດຄວາມເປັນ ເອກະລາດຂອງຊາດ ຕໍ່ໜ້າມວນຊົນໃນວັນທີ 12 ຕຸລາ ປີ 1945. ໄຊຊະນະຄັ້ງປະຫວັດສາດຄືດັ່ງກ່າວ ມີຄວາມໝາຍສຳຄັນທີ່ສຸດ ສຳລັບປະຊາຊົນລາວ; ມັນເປັນຂີດໝາຍສຳຄັນໃນປະຫວັດສາດແຫ່ງ ການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະລະພາບຂອງປະຊາຊົນລາວ; ເປັນເທື່ອທຳອິດທີ່ປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຂຶ້ນທັບມ້າງ ແອກຄອບຄອງຂອງລັດທິລ່າເມືອງຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ ລະບອບສັກດີນາທີ່ຄອບງຳປະເທດລາວມາຫລາຍສະຕະວັດ ແລະ ເປັນ ການເປີດສາກໃຫ້ແກ່ການປະຕິວັດກ້າວສູ່ໄລຍະໃໝ່. ການປະກາດ ເອກະລາດເປັນການເຕົ້າໂຮມແຜ່ນດິນລາວ -q ,g-u poE.9 ;a omu 23 ly 'sk 1j k'l5 f.9  ອ່ານຕໍ່ໜ້າ 2 ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງທ່ານ ນາງ ບັດເຊເຊັກ ບັດເມິງ ລັດຖະມົນຕີ ຊາດ ຄົບຮອບ 75 ປີ (13/08/ 1950-13/08/2025), ວັນລັດ ຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/08/1991-15/08/ 2025) ແລະ ວັນຢຶດອຳນາດທົ່ວ ປະເທດ ຄົບຮອບ 80 ປີ (23/08/ 1945-23/08/2025)ແລະ50ປີ (23/08/1975-23/08/2025) ໃຫ້ພະນັກງານ-ລັດຖະກອນພາຍ ໃນຄະນະໂຄສະນາອົບຮົມສູນກາງ ພັກ ເພື່ອເປັນການທົບທວນຄືນບັນ ດາປະຫວັດການກຳເນີດ ແລະ ການ ຂະຫຍາຍຕົວຂອງວັນດັ່ງກ່າວ ເພື່ອ ເຮັດໃຫ້ພະນັກງານ-ລັດຖະກອນ ]k;{s;Pfok, ln [8Ia fc|h o lkprq ;ra ory glf c]t dkoIj ;,,n Iv[fh ko +

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/08/2025 xtgmf]k; ລາວ-ຫວຽດນາມ... ເລຂາທິການໃຫຍ່... ຊົມເຊີຍນ້ຳໃຈ... ລາວ-ມົງໂກລີ... ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ ເດີນທາງຢ້ຽມຢາມ ມົງໂກລີ ຢ່າງ ເປັນທາງການ ເພື່ອສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະ ນະຜູ້ແທນລາວເຂົ້າຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດເວທີ ປຶກສາຫາລືຂອບການຮ່ວມມືອາຊີ ຕາເວັນອອກ-ອາເມລິກາລາຕິນ (FEALAC) ຄັ້ງທີ 10 ໃນລະ ຫວ່າງວັນທີ19-23 ສິງຫາ 2025. ໃນວັນທີ 20 ສິງຫາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະໄດ້ພົບປະສອງ ຝ່າຍກັບທ່ານ ນາງ ບັດເຊເຊັກ ບັດເມິງ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ມົງໂກລີ ໂດຍ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນ ເນື່ອງໃນໂອກາດວັນ ຊາດ ແຫ່ງ ມົງໂກລີ ຄົບຮອບ 819 ປີ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ທ່ານ ນາງ ບັດເຊເຊັກ ບັດເມິງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ມົງໂກລີ ອີກຄັ້ງ ໜຶ່ງໃນເດືອນມິຖຸນາ 2025 ທີ່ຜ່ານ ມາ ແລະ ຖືໂອກາດນີ້ ເຊື້ອເຊີນ ລັດຖະມົນຕີຕ່າງປະເທດມົງໂກລີ ຢ້ຽມຢາມ ສປປ ລາວ ໃນເວລາ ທີ່ສອງຝ່າຍມີຄວາມສະດວກ. ນອກຈາກນີ້, ສອງຝ່າຍໄດ້ແຈ້ງ ສະພາບການພົ້ນເດັ່ນຢູ່ພາຍໃນ ປະເທດຂອງຕົນໃຫ້ກັນ ແລະ ກັນ ຊາບ ພ້ອມທັງໄດ້ຕີລາຄາສູງຕໍ່ບັນ ດາຜົນສໍາເລັດໃນການພັດທະນາ ເສດຖະກິດ-ສັງຄົມ ທີ່ສອງປະເທດ ຍາດມາໄດ້ໃນຕະຫລອດໄລຍະ ຜ່ານມາ, ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ສືບ ຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງຕະຫລອດ ໄລຍະ 63 ປີຜ່ານມາ ເຊິ່ງສະແດງ ອອກໃນການແລກປ່ຽນການຢ້ຽມ ຢາມຂອງການນໍາຂັ້ນສູງຂອງ ສອງປະເທດໃນໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນການຢ້ຽມຢາມ ລັດຖະກິດຢູ່ ສປປ ລາວ ຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ (H.E. Khurelsukh Ukhnaa) ປະ ທານາທິບໍດີ ແຫ່ງ ມົງໂກລີ ໃນ ປີ 2023 ແລະ ການຢ້ຽມຢາມ ລັດຖະກິດ ຢູ່ມົງໂກລີ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ເປັນເອກະພາບ, ທັງໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງ ທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງມາກ່ອນນັ້ນ, ປະກາດໃຊ້ລັດຖະ ທຳມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ໄດ້ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ(ລັດຖະບານລາວ ອິດສະຫລະ). ພາຍຫລັງພວກລ່າເມືອງຂຶ້ນແບບເກົ່າຖືກປະລາໄຊ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ກໍ່ໄດ້ກະໂດດເຂົ້າມາແທນດຳເນີນການ ແຊກແຊງ ແລະ ຮຸກຮານປະເທດລາວທັນທີດ້ວຍກົນອຸບາຍຫວັງເຮັດ ໃຫ້ປະເທດລາວກາຍເປັນຫົວເມືອງຂຶ້ນແບບໃໝ່, ເປັນຖານທັບຂອງ ພວກເຂົາແນໃສ່ປິດລ້ອມຫວຽດນາມ ແລະ ຈີນ, ສະກັດກັ້ນກະແສຟອງ ການປະຕິວັດບໍ່ໃຫ້ແຜ່ລາມໄປໃນອາຊີອາຄະເນ. ຢືນຢູ່ຕໍ່ໜ້າສະພາບການ ດັ່ງກ່າວ ແລະ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີເອົາ ຊະນະສັດຕູຜູ້ຮຸກຮານ; ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ເຊິ່ງເປັນໄລຍະຕໍ່ສູ້ ດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລຳບາກກວ່າໝູ່ຂອງການປະຕິ ວັດຢູ່ໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່, ມີໄຊຍິ່ງໃຫຍ່ກວ່າໝູ່ຢູ່ໃນປະຫວັດສາດຂອງຊາດລາວ. ມາຮອດໄລຍະ ປີ 1973-1975, ການປະຕິວັດເຮົາ ໄດ້ກ້າວເຂົ້າສູ່ໄລຍະຕໍ່ສູ້ເພື່ອເຮັດ ສຳເລັດການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ ດ້ວຍກຳລັງ ແຮງສັງລວມຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນທ່າມີໄຊ ແລະ ດຳເນີນໄປໃນເງື່ອນໄຂທີ່ສັນຕິພາບໄດ້ຮັບການຟື້ນຟູ. ວັນທີ 23 ສິງຫາ 1975 ຊາວນະຄອນຫລວງວຽງຈັນ ສອງໝື່ນ ກວ່າຄົນ ໄດ້ພ້ອມກັນໂຮມຊຸມນຸມໃຫຍ່ ເພື່ອຕ້ອນຮັບການສ້າງຕັ້ງ ອຳນາດການປົກຄອງປະຕິວັດ; ລະບົບອຳນາດການປົກຄອງປະຕິວັດ ທັງໝົດໄດ້ຮັບການສ້າງຕັ້ງໃນທົ່ວເຂດປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ. ວັນຢຶດອຳນາດ 23 ສິງຫາ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການ ນຳພາຂອງພັກປະຊາຊົນ ປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກ ຄວາມກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳນ້ຳບໍ່ ຂຸ່ນ” ; ແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການ ນຳພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ; ແມ່ນໄຊຊະນະຂອງຄວາມ ສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງປະຊາຊົນລາວ, ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ກັບສັດຕູໂຕດຽວກັນ ຕະຫລອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ. ພ້ອມດຽວ ກັນກໍ່ເປັນໄຊຊະນະຂອງການຊ່ວຍເຫລືອ, ສະໜັບສະໜູນອັນແຂງແຮງ ແລະ ປະເສີດເລີດລ້ຳຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ປະຊາຊົນຜູ້ກ້າວໜ້າໃນໂລກ. ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ຊົມເຊີຍ ນ້ຳໃຈວັນທີ 23 ສິງຫາ ຢ່າງສຸດໃຈ; ເພີ່ມທະວີຄວາມສາມັກຄີເປັນ ປຶກແຜ່ນຂອງທົ່ວປວງຊົນພາຍໃຕ້ການນຳພາຂອງພັກ ໄປຄຽງຄູ່ກັບ ການເສີມຂະຫຍາຍກຳລັງແຮງສັງລວມຂອງທຸກເຜົ່າ, ທຸກຊັ້ນຄົນ, ທຸກເພດໄວ, ທຸກພາກສ່ວນເສດຖະກິດ-ສັງຄົມຢ່າງແຂງແຮງ; ປົກປັກ ຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງ. ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານ ປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງ ມາຢ້ຽມຢາມ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຢ່າງ ເປັນທາງການແຕ່ວັນທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະ ວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ. ໃນວັນທີ 21 ສິງຫາ 2025 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍ. ໃນໂອກາດ ດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີ ຕ້ອນຮັບອັນອົບອຸ່ນມາຍັງຄະນະ ຜູ້ແທນ ສສ ຫວຽດນາມ, ຊຶ່ງໄດ້ ນໍາເອົາໄມຕີຈິດມິດຕະພາບອັນດູດ ດື່ມ, ຄວາມສາມັກຄີຮັກເເພງອັນ ສະໜິດສະໜົມຖານສະຫາຍອ້າຍ ນ້ອງຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ມາສູ່ພັກ-ລັດ ແລະ ປະ ຊາຊົນລາວ, ພ້ອມທັງໄດ້ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ນາມ ທີ່ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະ ເພາະການຊ່ວຍເຫລືອກໍ່ສ້າງຊັບ ພະຍາກອນມະນຸດໃນດ້ານຕ່າງໆທີ່ ເປັນການປະກອບສ່ວນສໍາຄັນໃຫ້ ແກ່ການສ້າງສາ ແລະ ພັດທະນາ ປະເທດຊາດ. ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ການ ພົວພັນຮ່ວມມືຂອງສອງປະເທດ ໂດຍເຫັນດີເປັນເອກະພາບຕີລາຄາ ສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາທີ່ໄດ້ສືບຕໍ່ມີການ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນທຸກ ຂົງເຂດວຽກງານໃນລະດັບສູງສຸດ ໂດຍສະເພາະແມ່ນທາງດ້ານການ ເມືອງ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມທັງ ການຮ່ວມມືທາງດ້ານເສດຖະກິດ ກໍມີບາດກ້າວທ່ວງທ່າທີ່ດີຂຶ້ນໃນ ແຕ່ລະປີ, ພ້ອມທັງຢືນຢັນຮ່ວມກັນ ທີ່ຈະສືບຕໍ່ຍູ້ແຮງການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ, ການ ລົງທຶນ ເພື່ອໃຫ້ນັບມື້ໃຫ້ສົມຄູ່ກັບ ການຮ່ວມມືທີ່ດີເລີດທາງດ້ານ ການເມືອງ. ພ້ອມນີ້, ສອງຝ່າຍໄດ້ ຢືນຢັນຈະຮ່ວມກັນຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ ສວຍສົດງົດງາມ ແລະ ຈະເລີນງອກ ງາມຍິ່ງໆຂຶ້ນ. ພາບ: ອ່າຍຄຳ ສປປ ລາວ ຢ່າງເປັນທາງການໃນ ຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດພາຍຫລັງ ດໍາລົງຕໍາແໜ່ງເປັນຮອງປະທານ ປະເທດ ແຫ່ງ ສສ ຫວຽດນາມ ແລະ ຍັງເປັນການປະກອບສ່ວນທີ່ ສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ ແລະ ຫວຽດນາມ ທີ່ ມີມູນເຊື້ອມາແຕ່ດົນນານຢູ່ແລ້ວ ນັ້ນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິເສດການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນມີຂຶ້ນໃນ ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງ ຂະບວນການຕ່າງໆ ເພື່ອຕ້ອນຮັບ ວັນສຳຄັນຂອງສອງພັກ, ສອງລັດ ທີ່ຈະມາເຖິງ ໂດຍສະເພາະແມ່ນ ວັນມະຫາໄຊຊະນະອັນຍິ່ງໃຫຍ່ທີ່ ນຳເອົາຄວາມເປັນເອກະລາດມາສູ່ ສອງປະເທດລາວ ແລະ ຫວຽດນາມ ນັ້ນກໍຄືວັນສະຖາປະນາ ສສຫວຽດ ນາມ ຄົບຮອບ 80 ປີ ແລະ ວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ. ພ້ອມນີ້, ສອງສະຫາຍຮອງ ປະທານປະເທດລາວ ແລະ ຫວຽດ ນາມ ຍັງໄດ້ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງ ໄປກົງມາ ແລະ ດ້ວຍບັນຍາກາດ ໄມຕີຈິດມິດຕະພາບຖານສະຫາຍ ອ້າຍນ້ອງ, ຊຶ່ງສອງຝ່າຍໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມພາຍ ໃນປະເທດຂອງຕົນ ແລະ ໄດ້ສະ ແດງຄວາມຊົມເຊີຍຕໍ່ບັນດາຜົນ ສໍາເລັດທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີ ລາຄາຜົນການພົວພັນຮ່ວມມືຜ່ານ ມາ ກໍຄື ທິດທາງແຜນການຈຸດສຸມ ຂອງການຮ່ວມມືລະຫວ່າງສອງ ປະເທດໃນຕໍ່ໜ້າ. ສອງຝ່າຍໄດ້ມີ ຄວາມປິຕິຍິນດີທີ່ເຫັນວ່າການພົວ ພັນຮ່ວມມືຂອງສອງປະເທດໃນ ໄລຍະຜ່ານມາແມ່ນສືບຕໍ່ມີການ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງ ເຂດວຽກງານເປັນຕົ້ນການຮ່ວມມື ທາງດ້ານການເມືອງ: ສືບຕໍ່ມີຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນ ລະດັບສູງ, ໜັກແໜ້ນ ແລະ ນັບມື້ມີ ຄວາມໃກ້ຊິດສະໜິດສະໜົມກວ່າ ເກົ່າ ໂດຍສະເພາະສອງຝ່າຍສືບ ຕໍ່ມີການພົບປະແລກປ່ຽນຄະນະ ຜູ້ແທນແຕ່ຂັ້ນສູນກາງລົງຮອດ ທ້ອງຖິ່ນຢ່າງເປັນປົກກະຕິ, ພິເສດ ແມ່ນການເດີນທາງເຂົ້າຮ່ວມພິທີ ເປີດການນຳໃຊ້ທ່າເຮືອ ເລກ 3 ຂອງທ່າເຮືອຫວຸງອ່າງຂອງສອງ ສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໃນທ້າຍເດືອນເມສາ 2025 ທີ່ຜ່ານມມາ; ດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ: ສືບຕໍ່ເປັນເສົາຄໍ້າຂອງການ ພົວພັນຮ່ວມມືສອງປະເທດ, ມີການ ຮ່ວມມືດ້ວຍຫລາຍຮູບການ ແລະ ວິທີການຕ່າງໆທີ່ແໜ້ນແຟ້ນ, ມີ ຄວາມໃກ້ຊິດ ເພື່ອຮັບປະກັນກັບ ສະພາບການໃໝ່ທີ່ນັບມື້ນັບມີການ ຜັນແປໄປຢ່າງສະຫລັບສັບຊ້ອນ, ພິເສດທັງສອງລັດຖະບານໄດ້ຮ່ວມ ມືສ້າງສໍາເລັດໂຄງການສໍາຫລວດ ຮ່ອງຮອຍເສັ້ນທາງປະຫວັດສາດ ສາຍພູຫລວງ-ໂຮ່ຈີ່ມິງ ຊຶ່ງເປັນ ສັນຍະລັກແຫ່ງການຮ່ວມສໍາພັນ ສູ້ຮົບລະຫວ່າງສອງກອງທັບ ກໍຄື ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ; ດ້ານວຽກງານການຕ່າງປະເທດ: ສອງຝ່າຍໄດ້ມີການປະສານສົມ ທົບກັນເປັນຢ່າງດີໃນການເປັນ ເສນາທິການໃຫ້ແກ່ການນໍາຂັ້ນ ສູງ ສອງພັກ-ສອງລັດ, ພ້ອມ ທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ດ້ານເສດຖະກິດ-ການຄ້າ: ເຫັນວ່າມູນຄ່າການຄ້າສອງສົ້ນ ເພີ່ມຂຶ້ນໃນແຕ່ລະປີ, ການລົງທຶນ ຂອງຫວຽດນາມ ກໍສືບຕໍ່ເປັນປະ ເທດອັນດັບຕົ້ນໆທີ່ເຂົ້າມາລົງທຶນຢູ່ ລາວ; ການຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ຖະແຫລງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນ ສອງປະເທດ ກໍໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ແລະ ບັນດາ ໂຄງການຮ່ວມມືທີ່ເປັນຍຸດທະສາດ ລະຫວ່າງສອງປະເທດ ກໍສືບຕໍ່ມີ ຄວາມຄືບໜ້າ ແລະ ເປັນຮູບປະ ທໍາ. ພິເສດສອງຝ່າຍຕ່າງກໍສະແດງ ຄວາມປີຕິຍິນດີເປັນຢ່າງຍິ່ງທີ່ອົງ ການອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາສວນອຸທິຍານແຫ່ງ ຊາດຫີນໜາມໜໍ່ ແຂວງຄຳມ່ວນ, ສປປ ລາວ ຂຶ້ນເປັນມໍລະດົກໂລກ ທາງທຳມະຊາດທີ່ມີຊາຍແດນຮ່ວມ ກັບສວນອຸທິຍານຟອງຍາແກ່ບາງ ແຂວງກວາງບິງ ສສ ຫວຽດນາມ. ພ້ອມດຽວກັນນີ້, ສອງສະຫາຍ ຮອງປະທານປະເທດ ລາວ-ຫວຽດ ນາມ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມ ມືສອງຝ່າຍໂດຍຈະສືບຕໍ່ຊຸກຍູ້ຂະ ແໜງການທີ່ກ່ຽວຂ້ອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິ ບັດຢ່າງມີປະສິດທິຜົນບັນດາຂໍ້ຕົກ ລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມື ຂອງບັນດາກະຊວງ, ຂະແໜງ ການຕ່າງໆທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະການເຊື່ອມ ຈອດພື້ນຖານດ້ານເສດຖະກິດຂອງ ສອງປະເທດ ໂດຍຜ່ານບັນດາ ໂຄງການຮ່ວມມືທີ່ເປັນຍຸດທະສາດ ທີ່ສໍາຄັນເພື່ອເປັນພື້ນຖານອັນສໍາ ຄັນໃຫ້ແກ່ການເຊື່ອມໂຍງພາກ ພື້ນ ແລະ ເປັນທ່າແຮງຂັບເຄື່ອນ ທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບ ການພາກພື້ນ ແລະ ສາກົນ ທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມ ນີ້, ສອງສະຫາຍຮອງປະທານ ປະເທດ ລາວ-ຫວຽດນາມ ໄດ້ສະ ແດງຄໍາໝາຍໝັ້ນວ່າຈະສືບຕໍ່ໃຫ້ ການຮ່ວມມືຢ່າງໃກ້ຊິດ, ສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ ໃຫ້ຈະເລີນ ຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕອນຄໍ່າຂອງວັນດຽວກັນ, ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນທັງສອງຝ່າຍກໍໄດ້ ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ເຂົ້າ ຮ່ວມງານລ້ຽງຕ້ອນຮັບເພື່ອເປັນ ກຽດໃຫ້ແກ່ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະເນື່ອງໃນ ໂອກາດຢ້ຽມຢາມລັດຖະກິດຢູ່ສປປ ລາວ ໃນຄັ້ງນີ້. ພາບ: ຂັນໄຊ ແຫ່ງ ສປປ ລາວ ໃນປີ 2024 ຜ່ານ ມາ. ສອງລັດຖະມົນຕີກະຊວງການ ຕ່າງປະເທດລາວ ແລະ ມົງໂກລີ ຍັງ ໄດ້ຕີລາຄາສູງ ແລະ ເຫັນດີຊຸກຍູ້ ການຮ່ວມມືລະຫວ່າງສອງພັກ, ສອງກະຊວງການຕ່າງປະເທດ, ລັດຖະສະພາ ແລະ ການປ້ອງກັນ ປະເທດ, ເສດຖະກິດ, ວັດທະນະ ທໍາ, ການທ່ອງທ່ຽວ, ກະສິກໍາ, ສາທາລະນະສຸກ, ການເຊື່ອມໂຍງ ແລະ ເຊື່ອມຈອດທາງລົດໄຟ, ການ ບິນ ແລະ ອື່ນໆ ທີ່ພວມໄດ້ຮັບການ ສົ່ງເສີມ ແລະ ຂະຫຍາຍຕົວເປັນ ກ້າວໆ. ພ້ອມກັນນີ້, ສອງຝ່າຍໄດ້ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການ ທີ່ກ່ຽວຂ້ອງຂອງສອງຝ່າຍໃນການ ຈັດຕັ້ງປະຕິບັດບັນດາເອກະສານ ທີ່ໄດ້ລົງນາມຮ່ວມກັນໃນໄລຍະ ຜ່ານມາໃຫ້ປະສົບຜົນສໍາເລັດຢ່າງ ເປັນຮູບປະທໍາ ພ້ອມທັງສືບຕໍ່ຊຸກຍູ້ ການແລກປ່ຽນຢ້ຽມຢາມການ ນໍາຂັ້ນສູງຂອງສອງປະເທດ ໃຫ້ມີ ບາດກ້າວຂະຫຍາຍຕົວເຂົ້າສູ່ລ່ວງ ເລິກ ແລະ ມີໝາກຜົນຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ມົງໂກລີ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ ປຶກສາຫາລືກ່ຽວກັບເເຜນການຍົກ ລະດັບສາຍພົວພັນລະຫວ່າງສອງ ປະເທດໃນອະນາຄົດ, ການຈັດ ກິດຈະກຳຮ່ວມກັນ ເພື່ອສະເຫລີມ ສະຫລອງຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການລະຫວ່າງ ສອງປະເທດ ໃນປີ 2027 ກໍຄື ການ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ນາງ ບັດເຊເຊັກ ບັດເມິງ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງຢ້ຽມຢາມທາງ ການຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດຂອງ ທ່ານ ທອງສະຫວັນ ພົມວິຫານ ພາຍຫລັງໄດ້ຮັບການແຕ່ງຕັ້ງໃຫ້ ດໍາລົງຕໍາແໜ່ງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນທ້າຍປີ 2024 ຜ່ານ ມາ, ພ້ອມທັງໄດ້ສະແດງຄວາມ ໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ເພື່ອຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະ ເທດ ມົງໂກລີ-ລາວ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ. ຂປລ. ໃນວັນທີ 21 ສິງຫາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນ ກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 2122 ສິງຫາ 2025. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໃນຄັ້ງ ນີ້, ຊຶ່ງເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກລະຫວ່າງ ສອງປະເທດ ລາວ-ຫວຽດນາມ ແລະ ການຢ້ຽມຢາມນີ້ກໍມີຂຶ້ນໃນ ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງ ຂະບວນການຕ່າງໆ ເພື່ອຂໍ່ານັບຮັບ ຕ້ອນວັນສຳຄັນຂອງສອງພັກ, ສອງ ລັດທີ່ຈະມາເຖິງ ໂດຍສະເພາະແມ່ນ ການກະກຽມວັນຊາດຫວຽດນາມ ຄົບຮອບ 80 ປີ ໃນວັນທີ 2 ກັນຍາ ແລະ ວັນຊາດລາວ ຄົບຮອບ 50 ໃນ ວັນທີ 2 ທັນວາ ທີ່ຈະມາເຖິງ, ລວມ ທັງການກະກຽມກອງປະຊຸມໃຫຍ່ ຂອງພັກແຕ່ລະພັກ ຄື: ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຂອງພັກ ປະຊາຊົນປະຕິວັດລາວ ຄັ້ງທີ XII ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຂອງພັກກອມມູນິດຫວຽດ ນາມ ຄັ້ງທີ XIV. ສະຫາຍຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການຢ້ຽມຢາມສປປ ລາວ ແລະ ຜົນຂອງການພົບປະກັບ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ນໍາເອົາຄຳຢື້ຢາມຖາມ ຂ່າວຂອງສະຫາຍເລຂາທິການ ໃຫຍ່ ໂຕ ເລິມ, ສະຫາຍປະທານ ປະເທດ ເລືອງ ເກືອງ ແລະ ບັນດາ ການນຳຫວຽດນາມ ມາສູ່ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການ ນໍາພັກ-ລັດຂອງ ສປປ ລາວ, ຊຶ່ງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄໍາຢື້ຢາມ ຖາມຂ່າວດັ່ງກ່າວ, ພ້ອມທັງໄດ້ ຝາກຄວາມຢ້ຽມຢາມຖາມຂ່າວ ອັນອຸ່ນ ແລະ ຄວາມຮັກແພງອັນ ສະໜິດສະໜົມຖານສະຫາຍອ້າຍ ນ້ອງໄປຍັງສະຫາຍເລຂາທິການ ໃຫຍ່ ໂຕ ເລິມ, ສະຫາຍ ປະທານ ປະເທດ ເລືອງ ເກືອງ ແລະ ບັນດາ ການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກທົ່ວໜ້າ. ພ້ອມດຽວກັນນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ຂອບໃຈຕໍ່ພັກ-ລັດ ສະຫາຍຫວຽດ

xtgmf]k; 3 22/08/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ ຢ່າຕົ່ງ ຕໍ່ຈາກສະບັບກ່ອນ s;o7n o,6 og-N v;a o1b fveokf 23 ly 'sk (23/8/1945 c]t 23/8/1975) ວັນທີ 23/8/1975 ຊາວນະ ຄອນຫລວງວຽງຈັນ 2 ໝື່ນກວ່າ ຄົນ ໄດ້ໂຮມຊຸມນຸມໃຫຍ່ຢູ່ເດີ່ນ ທາດຫລວງ ເພື່ອປະກາດສ້າງຕັ້ງ ອໍານາດການປົກຄອງປະຕິວັດນະ ຄອນຫລວງວຽງຈັນ. ມາເຖິງທ້າຍ ເດືອນ 8/1975 ກົງຈັກປົກຄອງ ແລະ ກອງທະຫານຝ່າຍວຽງຈັນ ແຕ່ຂັ້ນແຂວງລົງເຖິງຂັ້ນຮາກຖານ ທົ່ວປະເທດຖືກລົບລ້າງທັງໝົດ. ອໍານາດການປົກຄອງປະຕິວັດທຸກ ຂັ້ນໄດ້ສ້າງຕັ້ງຂຶ້ນໃນທົ່ວປະເທດ. ວັນທີ 1 ແລະ 2/12/1975 ກອງ ປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວ ປະເທດໄດ້ໄຂຂຶ້ນ ຢ່າງຄຶກຄື້ນ ຢູ່ນະ ຄອນຫລວງວຽງຈັນ ຊຶ່ງມີຕົວແທນ ຂອງບັນດາຊັ້ນຄົນ, ບັນດາເຜົ່າ, ສາສະໜາ, ຜູ້ແທນຂອງບັນດາອົງ ການຈັດຕັ້ງມະຫາຊົນ, ຜູ້ຊົງຄຸນ ວຸດທິ, ປັນຍາຊົນ ແລະ ຜູ້ແທນຂອງ ກໍາລັງປະກອບອາວຸດ ລວມ 246 ຄົນເຂົ້າຮ່ວມ. ກອງປະຊຸມໃຫຍ່ໄດ້ ຕົກລົງຮັບຮອງເອົາການສະຫລະ ພະລາຊະບັນລັງຂອງເຈົ້າຊີວິດ, ຕົກລົງຍຸບລັດຖະບານຊົ່ວຄາວ ແລະ ຄະນະມົນຕີປະສົມການເມືອງ ແຫ່ງຊາດ; ປະກາດລົບລ້າງລະ ບອບລາຊາທິປະໄຕ ແລະ ສ້າງຕັ້ງ ລະບອບ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນ ຂຶ້ນແທນ; ກໍານົດ ເຄື່ອງໝາຍປະຈໍາຊາດ, ທຸງຊາດ, ເພງຊາດ ແລະ ພາສາທາງການ; ຕົກລົງສ້າງຕັ້ງ ສະພາປະຊາຊົນ ສູງສຸດ ແລະ ລັດຖະບານ ສາທາ ລະນາລັດ ປະຊາທິປະໄຕ ປະຊາ ຊົນລາວ. ປະທານ ສຸພານຸວົງ ໄດ້ ຮັບເລືອກຕັ້ງເປັນປະທານປະເທດ ບົດສະເໜີ ທັງເປັນປະທານສະພາປະຊາຊົນ ສູງສຸດ, ສ່ວນປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ສິ່ງດັ່ງກ່າວ ເປັນປະຫວັດ ການ ໃນການຢຶດອໍານາດຂັ້ນສຸດ ທ້າຍຂອງການປະຕິວັດລາວເຊິ່ງ ໄດ້ຈາລຶກໃນປຶ້ມປະຫວັດສາດຂອງ ຊາດລາວ. ວັນຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມ ສໍາຄັນຫລາຍສໍາລັບປະຊາຊົນລາວ ທັງຊາດ ເພາະວ່າໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນ ແຫ່ງການຕໍ່ສູ້ ປະຕິວັດອັນຢືດເຢື້ອຍາວນານຂອງ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ ການນໍາພາຂອງພັກປະຊາຊົນ ປະ ຕິວັດລາວ; ມັນແມ່ນຜົນທີ່ເກີດມາ ຈາກຄວາມກ້າຫານປະດິດສ້າງ ແຫ່ງການນໍາໃຊ້ 3 ບາດຄ້ອນຍຸດ ທະສາດ ເພື່ອຢຶດອໍານາດການປົກ ຄອງໃນທົ່ວປະເທດແບບບົວບໍ່ໃຫ້ ຊໍ້າ ນໍ້າບໍ່ໃຫ້ຂຸ່ນແມ່ນໄຊຊະນະຂອງ ແນວທາງການປະຕິວັດອັນຖືກ ຕ້ອງແລະການນໍາພາອັນສະຫລາດ ສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິ ມາກ-ເລນິນ ເຂົ້າໃນພຶດຕິກໍາຕົວ ຈິງຂອງການປະຕິວັດລາວ ຢ່າງປະ ດິດສ້າງ; ມັນແມ່ນໄຊຊະນະກໍາລັງ ແຮງແຫ່ງຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວກັນຂອງປວງຊົນທັງ ຊາດ, ເປັນຄວາມອັນໜຶ່ງອັນດຽວ ກັນຂອງກອງທັບ ແລະ ປະຊາຊົນ ບັນດາເຜົ່າ, ແມ່ນໄຊຊະນະຂອງ ຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາຊົນລາວ, ປະຊາ ຊົນຫວຽດນາມ ແລະ ປະຊາຊົນ ກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນ ຕ້ານສັດຕູໂຕດຽວກັນຕະຫລອດ ໄລຍະການປະຕິວັດປົດປ່ອຍຊາດ ໃນ ເມື່ອກ່ອນກໍຄືໃນພາລະກິດປົກ ປັກຮັກສາ ແລະ ກໍ່ສ້າງປະເທດຊາດ ໃນປັດຈຸບັນ. ໂດຍ: ອັກສອນສິນ ພົມມະຈັນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ * ຕະຫລອດໄລຍະ 5 ປີຜ່ານມາ ເມືອງໄຊບູລີ ແຂວງສະຫວັນນະ ເຂດ ໄດ້ຮັບການພັດທະນາຫລາຍ ດ້ານທີ່ພົ້ນເດັ່ນ ໂດຍສະເພາະແມ່ນ ການຜະລິດເປັນສິນຄ້າຂອງປະຊາ ຊົນທີ່ມີຄວາມເຂັ້ມແຂງຈົນສາມາດ ສ້າງໃຫ້ເມືອງໄຊບູລີ ກາຍເປັນ ເມືອງພົ້ນທຸກຢ່າງສິ້ນເຊີງ ເນື່ອງ ຈາກວ່າເມືອງດັ່ງກ່າວມີທ່າແຮງ, ມີພື້ນທີ່ອັນເໝາະສົມໃນການປູກ ຝັງ-ລ້ຽງສັດ ໃນນີ້ອັນທີ່ພົ້ນເດັ່ນ ແມ່ນການຜະລິດເຂົ້າ ເຊິ່ງໃນປີ 2024 ຜ່ານມາ ການຜະລິດເຂົ້ານາ ແຊງຂອງເມືອງໄຊບູລີ ແມ່ນບັນລຸ ເຖິງ 88 ພັນກວ່າໂຕນ ນີ້ກໍ່ຖືວ່າ ເປັນການຜະລິດສິນຄ້າທີ່ປະສົບ ຜົນສຳເລັດຂອງເມືອງ. ສະຫາຍ ຄາລາໂຊ ຫລຸຍບົວ ທອງ ເລຂາພັກເມືອງໄຊບູລີ ໄດ້ ໃຫ້ຮູ້ວ່າ: ໂດຍອີງໃສ່ທ່າແຮງຂອງ ເມືອງໄຊບູລີ ເປັນເມືອງທີ່ມີພື້ນທີ່ ອັນເໝາະສົມໃນການປູກຝັງ-ລ້ຽງ ສັດ ສະນັ້ນຄະນະນຳຂອງແຂວງ ຈຶ່ງໄດ້ກຳນົດເອົາເມືອງໄຊບູລີ ເປັນ ເມືອງຕົວແບບໃນການຜະລິດເປັນ ສິນຄ້າ, ໃນນີ້ອັນທີ່ພົ້ນເດັ່ນແມ່ນ ການຜະລິດເຂົ້າ ເຊິ່ງໃນປີ 2024 ຜ່ານມາ ການຜະລິດເຂົ້ານາແຊງ ຂອງເມືອງໄຊບູລີ ແມ່ນບັນລຸເຖິງ 88 ພັນກວ່າໂຕນ ນີ້ກໍ່ຖືວ່າເປັນ ການຜະລິດສິນຄ້າທີ່ປະສົບຜົນສຳ ເລັດຂອງເມືອງ, ນອກນັ້ນ ເມືອງ ໄຊບູລີ ຍັງໄດ້ປູກອ້ອຍໃນເນື້ອທີ່ 7.600 ກວ່າເຮັກຕາ, ມີຊາວກະສິ ກອນ 5.000 ກວ່າຄອບຄົວ ເຂົ້າ ຮ່ວມໂຄງການປູກອ້ອຍ, ນີ້ກໍ່ແມ່ນ rkp.8h dkooerk{-U oe0v'7tot[= ]y sko'kora d c0;'lts;a ootg0f gIa f.sh g,n v'w-[6 ]u wfh Ia [dkora fmtoks]kpfh ko ໜຶ່ງໃນການຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ ແລະ ລັດ ຖະບານໃນການແກ້ໄຂຄວາມທຸກ ຍາກຂອງປະຊາຊົນລາວບັນດາ ເຜົ່າພາຍໃນເມືອງຂອງພວກເຮົາ, ພ້ອມນັ້ນ ທາງຄະນະນຳຂອງເມືອງ ກໍ່ຍັງໄດ້ຊຸກຍູ້ໃຫ້ປະຊາຊົນປູກມັນ ຕົ້ນ ເຊິ່ງທົ່ວເມືອງໄຊບູລີ ມີເນື້ອທີ່ ປູກມັນຕົ້ນ 4.500 ກວ່າເຮັກຕາ, ໄດ້ຮັບຜົນຜະລິດປີໜຶ່ງໆສະເລ່ຍ ປະມານ 68.000 ກວ່າໂຕນ, ນອກ ນັ້ນຍັງມີເນື້ອທີ່ປູກຢາງພາລາ ປະ ມານ 2.000 ກວ່າເຮັກຕາ, ຜະລິດ ຢາງພາລາກ້ອນໄດ້ 9.000 ໂຕນຕໍ່ ປີ. ເວົ້າລວມແລ້ວບັນດາກິດຈະກຳ gru j ,mt;u dkoxq dxa d Ia dlkla foE{la fxj k * ການປົກປັກຮັກສາສັດນ້ຳສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນ ຄົນໃນສັງຄົມຕ້ອງໄດ້ມີສ່ວນຮ່ວມ ໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳ ລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສ ຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການ ຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ. ປັດຈຸບັນຢູ່ເຂດຊົນນະບົດ, ເຂດ ຫ່າງໄກສອກຫລີກປະຊາຊົນຈຳ ນວນໜຶ່ງຍັງຖືເອົາການລ່າສັດປ່າ ເປັນອາຫານໃນການດຳລົງຊີວິດ ປະຈຳວັນ, ຖືເອົາການລ່າສັດເປັນ ອາຊີບ ເພື່ອສ້າງລາຍຮັບເຂົ້າຄອບ ຄົວ ເຊິ່ງບັນຫາການລ່າສັດຍັງປະ ກົດໃຫ້ພວກເຮົາເຫັນເປັນໄລຍະໆ ຂະນະດຽວກັນ, ເຈົ້າໜ້າທີ່ກ່ຽວ ຂ້ອງກໍຕ້ອງເອົາໃຈໃສ່ເຄື່ອນໄຫວ ລາດຕະເວັນຢູ່ບັນດາປ່າໄມ້ຕ່າງໆ ແລະ ກວດກາຕະຫລາດການຊື້- ຂາຍແຫ່ງຕ່າງໆເປັນປະຈຳ. ກໍລະນີ ພົບເຫັນຜູ້ກະທຳຜິດເປັນຕົ້ນແມ່ນ ລ່າສັດ, ຊື້-ຂາຍສັດປ່າ ກໍຕ້ອງມີ ການປະຕິບັດຕາມລະບຽບກົດ ໝາຍຢ່າງເຂັ້ມງວດ. ນັບວ່າ ເປັນອີກຜົນງານສຳລັບ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງຄຳມ່ວນທີ່ໄດ້ເອົາໃຈໃສ່ ຈັດ ຕັ້ງປະຕິບັດວຽກງານວິຊາສະເພາະ ຂອງເຈົ້າໜ້າທີ່ກອງກວດກາປ່າໄມ້ ແລະ ມີການຮ່ວມມືກັບເຈົ້າໜ້າທີ່ ປກສ, ປກຊ, ພາສີ, ອົງການໄອ ຍະການປະຊາຊົນ ໂດຍສະເພາະ ແມ່ນໂຄງການ P-8EN AN% %-8EN ຂອງແຂວງຄໍາມ່ວນ ທີ່ ໄດ້ກວດກາລາດຕະເວນໃນທ້ອງ ຕະຫລາດຕາມເບາະແສຂອງພົນ ລະເມືອງດີລາຍງານ ແລະ ຮ້ານ ຂາຍເຄື່ອງຂອງປະຊາຊົນຈໍານວນ ໜຶ່ງ. ສໍາລັບສັດປ່າທີ່ຢຶດໄດ້ ແລະ ຜູ້ກະທໍາຜິດຈໍານວນໜຶ່ງແມ່ນເຈົ້າ ໜ້າທີ່ ໄດ້ດໍາເນີນການສືບສວນສອບສວນເກັບກໍາເອົາຂໍ້ມູນລະ ອຽດ ເພື່ອສະຫລຸບສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນແຂວງ ຕາມລະບຽບກົດໝາຍ ພ້ອມດ້ວຍ ສັດປ່າທີ່ນໍາມາຝັງທໍາລາຍໃນຄັ້ງ ນີ້ ມີ 22 ຊະນິດ, ມີ 178 ໂຕ, ມີ ນໍ້າໜັກ 404,3 ກິໂລ. ການປະຕິບັດທີ່ກ່າວມານັ້ນ, ເປັນການເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງການກວດກາສັດປ່າ ແລະ ພືດປ່າປະເພດຫວງຫ້າມທີ່ໃກ້ຈະ ສູນພັນໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະ ບານໄດ້ວາງອອກ ແລະ ສົນທິສັນ ຍາສາກົນວ່າດ້ວຍການຄ້າຂາຍຊະ ນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະ ສູນພັນລະຫວ່າງຊາດ ທີ່ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເປັນພາຄີໃຫ້ມີຜົນສັກສິດ ທັງ ເປັນການສະກັດກັ້ນ ແລະ ແກ້ໄຂປາ ກົດການຫຍໍ້ທໍ້ກ່ຽວກັບສັດປ່າ ແລະ ພືດປ່າປະເພດຫວງຫ້າມບໍ່ໃຫ້ຖືກ ດັບສູນ ແລະ ຮັກສາໄວ້ໃຫ້ຢູ່ກັບທໍາ ມະຊາດຕະຫລອດໄປ. ໂດຍສະເພາະມີປະຊາຊົນຈຳນວນ ໜຶ່ງ ເວລາເຂົ້າປ່າລ່າໄດ້ສັດປ່າ ແລ້ວ ຍັງເອົາໂພດລົງໃນໂລກອອນ ລາຍ ໂດຍບໍ່ຢ້ານກົວຕໍ່ລະບຽບກົດ ໝາຍເລີຍ. ແນວໃດກໍຕາມ, ການປົກ ປັກຮັກສາຊັບພະຍາກອນທໍາມະ ຊາດ, ເວົ້າສະເພາະສັດນໍ້າ-ສັດປ່າ, ບັນຫາທີ່ຖືກຕັ້ງຂຶ້ນ ນອກຈາກຕ້ອງ ມີການປະເມີນຄືນຢ່າງຕໍ່ເນື່ອງ ກ່ຽວກັບໝາກຜົນຂອງການປ່ອຍ ສັດນໍ້າ-ສັດປ່າສູ່ແຫລ່ງທໍາມະຊາດ ຢ່າງເປັນໄລຍະໆແລ້ວນັ້ນ, ບັນຫາ ການລ່າ, ການຫາກໍ່ຍັງມີຄວາມ ເປັນຫ່ວງບໍ່ໜ້ອຍ ເນື່ອງຈາກວ່າ ສັງຄົມເຮົາ ແລະ ປະເທດອ້ອມຂ້າງ ມີຄົນຈໍານວນບໍ່ໜ້ອຍ ຍັງຕ້ອງອາ ໄສແຫລ່ງ ອາຫານຈາກທໍາມະຊາດ ພວກສັດນໍ້າ-ສັດປ່າທັງຫລາຍ, ບໍ່ສະ ເພາະແຕ່ຫາມາເພື່ອເປັນອາຫານ ພາຍໃນຄອບຄົວ, ດຽວນີ້ຫາມາ ຂາຍ ເຊິ່ງບາງອັນກໍມີຄວາມຕ້ອງ ການທັງຢູ່ພາຍໃນ ແລະ ຕ່າງປະ ເທດ. ມີຫລາຍຄໍາເຫັນວ່າ ຖ້າຫາກ ລ່າ ໂດຍຖືກຕ້ອງຕາມລະບຽບກົດ ໝາຍ ກໍ່ຈະບໍ່ມີຄວາມສ່ຽງເຮັດໃຫ້ ສັດນໍ້າ-ສັດປ່າສູນພັນ, ສະນັ້ນການ ມີສະຕິຕໍ່ລະບຽບກົດໝາຍແມ່ນສໍາ ຄັນຄືກັບບັນຫາຕ່າງໆ. ການຫາ, ລ່າມາເພື່ອເປັນສິນຄ້າ ກໍຍ້ອນມີ ຄວາມຕ້ອງການ, ເມື່ອເປັນແນວ ນັ້ນ ຖ້າຄົນຈໍານວນຫລາຍປະກອບ ສ່ວນຢ່າງແຂງແຮງໃນວຽກງານ ປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດ ປ່າ ບັນຫາຄວາມສ່ຽງສູນພັນກໍຈະ ໜ້ອຍທີ່ສຸດ ເພື່ອຄວາມອຸດົມສົມ ບູນຂອງທໍາມະຊາດ, ຄວາມຫລາກ ຫລາຍດ້ານຊີວະນາໆພັນກໍຄື ສັດ ນໍ້າ-ສັດປ່າ. ຜະລິດເປັນສິນຄ້າຂອງເມືອງໄຊບູ ລີ ສາມາດສ້າງລາຍຮັບໃຫ້ພໍ່ແມ່ ປະຊາຊົນເມືອງໄຊບູລີ ມີຊີວິດການ ເປັນຢູ່ທີ່ດີຂຶ້ນ. ມາຮອດປັດຈຸບັນນີ້ ປະຊາຊົນເມືອງໄຊບູລີ 10.000 ກວ່າຄອບຄົວ ບໍ່ມີຄອບຄົວທຸກຍາກ ຖືວ່າເປັນເມືອງທີ່ພົ້ນທຸກ 100 ແລະ ໄດ້ກາຍເປັນຄອບຄົວພັດທະ ນາແລ້ວ 90 . ນອກຈາກນັ້ນ, ອັນ ທີ່ພົ້ນເດັ່ນໃນການຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ IX ອົງ ຄະນະພັກແຂວງສະຫວັນນະເຂດທີ່ ເຫັນເປັນຮູບປະທຳແທ້ກໍ່ແມ່ນການ ປູກພືດຜັກຂອງປະຊາຊົນເຂດບ້ານ ບົວໄຂ (ເຂດປາກເຊບັ້ງໄຟ), ຖ້າ ປຽບທຽບໄລຍະກ່ອນ ແລະ ຫລັງ ກອງປະຊຸມໃຫຍ່ເຫັນໄດ້ວ່າມີການ ປ່ຽນແປງຫລາຍສຳລັບເຂດການ ຜະລິດກະສິກຳແຫ່ງນີ້ ເພາະວ່າຈຳ ນວນຜົນຜະລິດແມ່ນເພີ່ມຂຶ້ນໃນ ແຕ່ລະປີ, ໃນນີ້ແມ່ນການປູກສາລີ, ໝາກເຜັດ, ໝາກເຂືອ, ໝາກແຕງ, ໝາກເລັ່ນ ແລະ ພືດຜັກອື່ນໆຫລາຍ ພັນໂຕນ ໃນແຕ່ລະປີໄດ້ຖືກຂາຍ ອອກໄປສູ່ຕະຫລາດທັງພາຍໃນ ແຂວງ ແລະ ຕ່າງແຂວງ ເຊິ່ງໄດ້ ສ້າງລາຍໄດ້ຢ່າງຫລວງຫລາຍ ໃຫ້ຊາວກະສິກອນໃນເຂດນີ້, ແຕ່ ກ່ອນແມ່ນໃຊ້ນໍ້າມັນໃນການໂປມ ນໍ້າຈາກນໍ້າຂອງຂຶ້ນຫົດພືດຜັກ ເຊິ່ງເປັນຕົ້ນທຶນການຜະລິດທີ່ແພງ ຫລາຍ ເມື່ອເປັນແນວນັ້ນ ທາງຄະ ນະນຳຂອງແຂວງກໍ່ໄດ້ເຫັນຄວາມ ຈຳເປັນຂອງປະຊາຊົນ, ສະນັ້ນ ການນຳແຂວງຈຶ່ງໄດ້ດຶງຕາຂ່າຍ ໄຟຟ້າລົງໃຫ້ປະຊາຊົນໃນເຂດປາກ ເຊບັ້ງໄຟ ເຮັດໃຫ້ມີຄວາມສະດວກ ແລະ ປະຢັດຕົ້ນທຶນໃນການປູກຝັງ ຂອງປະຊາຊົນ ເຮັດໃຫ້ປະຊາຊົນມີ ລາຍໄດ້ຈາກການປູກຝັງຄອບຄົວ ໜຶ່ງບໍ່ຕໍ່າກວ່າ 80 ລ້ານກີບ. ພ້ອມນັ້ນ, ສະຫາຍ ຄາລາໂຊ ຫລຸຍບົວທອງ ເລຂາພັກເມືອງກໍ່ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ເປັນເຈົ້າການໃນການປະກອບສ່ວນ ເຮັດໃຫ້ເມືອງໄຊບູລີ ມີຄວາມສະ ຫງົບສຸກໂດຍພື້ນຖານ, ສ້າງເສດ ຖະກິດຄອບຄົວໃຫ້ເຂັ້ມແຂງຮັ່ງມີ, ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ກ້າວໜ້າເຂັ້ມແຂງ. ແນວໃດກໍດີ, ເພື່ອເຮັດໃຫ້ຈຳ ນວນສັດນ້ຳ-ສັດປ່າໄດ້ເພີ່ມຂຶ້ນໃນ ແຕ່ລະປີ ແລະ ມີຄວາມຍືນຍົງ ພວກ ເຮົາຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ ລະບຽບກົດໝາຍຢ່າງເຂັ້ມງວດ.

RkJQdWJsaXNoZXIy MTc3MTYxMQ==