ຂປລ
ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ຈະຖ່າຍທອດ ພິທີລະນຶກ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານ ຟາດຊິດໂລກ ໄດ້ຮັບໄຊຊະນະຄົບຮອບ 80 ປີ ແລະ ພິທີສວນສະໜາມຕໍ່ຜູ້ຊົມ ແລະ ຜູ້ຟັງທົ່ວໂລກ ດ້ວຍ 85 ພາສາ ຊຶ່ງຈະຈັດຂຶ້ນ ໃນວັນທີ 3 ເດືອນກັນຍານີ້

ຂປລ. ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ຈະຖ່າຍທອດ ພິທີລະນຶກ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານ ຟາດຊິດໂລກ ໄດ້ຮັບໄຊຊະນະຄົບຮອບ 80 ປີ ແລະ ພິທີສວນສະໜາມຕໍ່ຜູ້ຊົມ ແລະ ຜູ້ຟັງທົ່ວໂລກ ດ້ວຍ 85 ພາສາ ຊຶ່ງຈະຈັດຂຶ້ນ ໃນວັນທີ 3 ເດືອນກັນຍານີ້, ນັບມາຮອດ ປັດຈຸບັນນີ້, ໂທລະພາບສາກົນຈີນ ຫລື CGTN ຂອງ CMG ມີຜູ້ຊົມໂທລະພາບຫລາຍກວ່າ 700 ລ້ານຄົນ ແລະ ມິດລາຍການໃນສື່ໃໝ່ ຫລາຍກວ່າ 600 ລ້ານຄົນ ໃນຂອບເຂດທົ່ວໂລກ.ໂດຍປິ່ນອ້ອມ ບັນດາກິດຈະກຳ ເພື່ອລະນຶກ ສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະຄົບຮອບ 80 ປີ, CGTN ໄດ້ອອກອາກາດສາລະຄະດີ, ການລາຍງານຂ່າວ ແລະ ບົດວິເຄະສຳຄັນຕ່າງໆ ເພື່ອສົ່ງເສີມນ້ຳໃຈຕໍ່ຕ້ານອັນຍິ່ງໃຫຍ່ຂອງປະຊາຊົນຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL