ຂປລ
ຍານດຳນ້ຳ “ໄຫສິນ” ຄວບຄຸມໄລຍະໄກ ບໍ່ມີຄົນຂັບເຊິ່ງສາມາດດຳລົງທະເລເລິກ 6.000 ແມັດ ທີ່ ສປ ຈີນ ຄົ້ນຄວ້າ ຜະລິດເອງ ເມື່ອໄດ້ດຳເນີນ ການທົດສອບ ເປັນເວລາ 8 ຊົ່ວໂມງໂດຍໄດ້ດຳລົງທະເລເລິກ 4.140 ແມັດ ໄດ້ກັບຄືນ ຢ່າງປະສົບຜົນສຳເລັດ
ຂປລ.ວິທະຍຸໂທລະພາບສູນກາງຈີນ, ວັນທີ 23 ສິງຫານີ້, ຍານດຳນ້ຳ “ໄຫສິນ” ຄວບຄຸມໄລຍະໄກ ບໍ່ມີຄົນຂັບເຊິ່ງສາມາດດຳລົງທະເລເລິກ 6.000 ແມັດ ທີ່ ສປ ຈີນ ຄົ້ນຄວ້າ ຜະລິດເອງ ເມື່ອໄດ້ດຳເນີນ ການທົດສອບ ເປັນເວລາ 8 ຊົ່ວໂມງໂດຍໄດ້ດຳລົງທະເລເລິກ 4.140 ແມັດ ໄດ້ກັບຄືນຢ່າງປະສົບຜົນສຳເລັດ ເຊິ່ງເປັນການເພີ່ມ “ເຄື່ອງສຳຫຼວດທາງວິທະຍາສາດທີ່ສຳຄັນ” ໃຫ້ແກ່ການ ຄົ້ນຄວ້າ ທະເລເລິກ ຂອງສປ ຈີນ ອີກຢ່າງໜຶ່ງ.ຍານດຳນ້ຳ “ໄຫສິນ” ໄດ້ຮັບການຄົ້ນຄວ້າຜະລິດໂດຍ ສະຖາບັນ ວິສະວະກຳໃຕ້ນ້ຳ ມະຫາວິທະຍາໄລຈ່ຽວທົ່ງຊຽງໄຮ້ຈີນ, ໄດ້ຕິດຕັ້ງ ອຸປະກອນ ສຳຫລວດ ທາງວິທະຍາສາດ ເຊັ່ນ: ກ້ອງຖ່າຍວີດີໂອ ທີ່ມີຄວາມລະອຽດສູງ, ແຂນກົນອະເນກປະສົງ, ຕົວຈັບສັນຍານການຢັ່ງແທກ ແລະ ອື່ນໆ.ກ່ອນໜ້ານີ້ ຍານດຳນ້ຳ “ໄຫສິນ” ຍັງໄດ້ທົດສອບ ການດຳລົງທະເລ 320 ແມັດ ແລະ 1.600 ແມັດຕາມລຳດັບ, ໄດ້ເກັບຕົວຢ່າງ ເຊັ່ນ: ສັດ ແລະ ພືດທະເລ, ຫີນໃຕ້ທະເລ ແລະອື່ນໆ ເພື່ອນຳມາໃຊ້ໃນການຄົ້ນຄວ້າວິທະຍາສາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL