ຂປລ
*ນັບວ່າເປັນອີກໜຶ່ງຜົນງານອັນໃຫຍ່ຫລວງ ຂອງການນຳເມືອງໄຊ ແຂວງ ອຸດົມໄຊ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳປະຊາຊົນບັນດາເຜົ່າ ພາຍໃນເມືອງຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດວາງອອກມາໂດຍຕະຫລອດ ຈົນໃນທີ່ສຸດກໍສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກາດຮັບຮອງ ເປັນເມືອງພົ້ນທຸກເຊິ່ງເປັນ ເມືອງທຳອິດຂອງ ແຂວງ ອຸດົມໄຊ.
*ນັບວ່າເປັນອີກໜຶ່ງຜົນງານອັນໃຫຍ່ຫລວງ ຂອງການນຳເມືອງໄຊ ແຂວງ ອຸດົມໄຊ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳປະຊາຊົນບັນດາເຜົ່າ ພາຍໃນເມືອງຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດວາງອອກມາໂດຍຕະຫລອດ ຈົນໃນທີ່ສຸດກໍສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກາດຮັບຮອງ ເປັນເມືອງພົ້ນທຸກເຊິ່ງເປັນ ເມືອງທຳອິດຂອງ ແຂວງ ອຸດົມໄຊ.
ທ່ານ ສົມຈັນ ເທບພາລີ ຮັກສາການເຈົ້າເມືອງໄຊ ໄດ້ກ່າວວ່າ: ເມືອງໄຊ ສ້າງຕັ້ງຂຶ້ນ ໃນວັນທີ 15 ເມສາ ປີ 1961 ເຊິ່ງຕັ້ງຢູ່ໃຈກາງເທສະບານແຂວງ ມີເນື້ອທີ່ 2.800 ກວ່າກິໂລຕາແມັດ, ມີເຂດແດນຕິດກັບ ບັນດາເມືອງພາຍໃນແຂວງ ແລະ ບາງເມືອງຂອງແຂວງໃກ້ຄຽງ, ເປັນເຂດພູດອຍ ກວມ 85% ປະກອບມີ 8 ກຸ່ມ, ມີ 97 ບ້ານ; ໃນນີ້ ມີບ້ານເອກະລາດ 36 ບ້ານ, ບ້ານເທສະບານ 22 ບ້ານ, ມີ 16.900 ກວ່າຄົວເຮືອນ, ພົນລະເມືອງ 93.000 ກວ່າຄົນ, ຍິງ 46.100 ກວ່າຄົນ. ໃນນີ້, ພົນລະເມືອງທີ່ດໍາລົງຊີວິດຢູ່ຕົວເມືອງ ກວມ 42% ແລະຊົນນະບົດ ກວມ 58% ປະກອບມີ 9 ເຜົ່າຊົນ ເຊິ່ງນອນຢູ່ໃນ 4 ໝວດພາສາເວົ້າຄື: ໝວດພາສາລາວ-ໄຕກວມ 29%, ໝວດພາສາມອນ-ຂະແມ ກວມ 48%, ໝວດພາສາມົ້ງ-ອີວມຽນກວມ 16% ແລະ ໝວດພາສາຈີນ-ຕີເບດກວມ 7%, ສະເລ່ຍຄວາມໜາແໜ້ນຂອງພົນລະເມືອງ ປະມານ 33 ຄົນ/ກິໂລຕາແມັດ. ມາຮອດປັດຈຸບັນ ສາມາດສ້າງບ້ານພັດທະນາໄດ້ 44 ບ້ານ, ກວມເອົາ 45%, ບ້ານພົ້ນທຸກ 79 ບ້ານ, ກວມ 81%, ມີບ້ານທຸກຍາກ 18 ບ້ານ, ກວມ 19% ແລະໄດ້ຮັບຮອງ ບ້ານໃຫຍ່ເປັນຕົວເມືອງ ໃນຊົນນະບົດ 1 ບ້ານ (ບ້ານຫລັກ 32).
ທ່ານ ສົມຈັນ ເທບພາລີ ກ່າວຕື່ມວ່າ: ຜ່ານການປະເມີນຕາມດໍາລັດ 348/ລບ ກ່ຽວກັບເງື່ອນໄຂມາດຕະຖານເມືອງພົ້ນທຸກ ເຫັນວ່າ ເມືອງໄຊບັນລຸ 100% ເຊິ່ງສະແດງອອກ ແຕ່ລະມາດຖານດັ່ງນີ້: ມີໂຮງຮຽນມັດທະນາຍົມສົມບູນທັງພາກລັດ ແລະ ເອກະຊົນ 15 ແຫ່ງ; ມີໂຮງໝໍພາກລັດ, ເອກະຊົນແລະ ສຸກສາລາ 12 ແຫ່ງ. ໃນນັ້ນ, ສຸກສາລາ 7 ແຫ່ງ; ເທສະບານເມືອງ ໄດ້ຊົມໃຊ້ນໍ້າປະປາ ກວມ 95% ແລະ ຊົນນະບົດ ໄດ້ຊົມໃຊ້ນໍ້າລິນສະອາດ ແລະ ນໍ້າບາດານກວມ 100%; ເທສະບານເມືອງ ໄດ້ຈັດຕັ້ງປະຕິບັດຕາມແຜນຜັງ ແລະ ມີລະບຽບການຄຸ້ມຄອງ ຢ່າງເປັນລະບົບຄົບຊຸດ; ມີເສັ້ນທາງເຂົ້າເຖິງໃນທຸກໆບ້ານ ສາມາດທຽວໄດ້ຕະຫລອດປີ ມີ 95 ບ້ານ, ເຊື່ອມຈອດກັບບັນດາເມືອງ ແລະຕ່າງແຂວງ. ພິເສດແມ່ນ ມີສະຖານີລົດໄຟ ລາວ-ຈີນ 1 ສະຖານີ, ມີລະບົບຄົມມະນາຄົມ ແລະ ການສື່ສານ ເຊື່ອມໂຍງຂໍ້ມູນ ຂ່າວສານສະດວກສະບາຍ ທັງພາຍໃນ ແລະ ຕ່າງປະເທດ; ມີຕະຫລາດ ຊື້-ຂາຍ ສິນຄ້າເປັນປົກກະຕິ 10 ແຫ່ງ; ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາແລະ ນໍາໃຊ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ.
ແນວໃດກໍດີ, ເປັນກຽດມອບໃບຢັ້ງຢືນເມືອງໄຊ ເປັນເມືອງພົ້ນທຸກຄັ້ງນີ້ ໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງອຸດົມໄຊ ຕາງໜ້າເມືອງໄຊ ຮັບໂດຍ ທ່ານ ສົມຈັນ ເທບພາລີຮັກສາການເຈົ້າເມືອງໆໄຊ ພ້ອມມອບໃບຢັ້ງຢືນ ບ້ານພົ້ນທຸກໃຫ້ບັນດາບ້ານ ແລະ ໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານ ໃນການຈັດຕັ້ງປະຕິບັດວຽກງານ. ຂະນະທີ່ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ການນໍາຂັ້ນແຂວງ, ຂັ້ນເມືອງ, ແຂກເຊີນ ຈາກສູນກາງ, ຕ່າງແຂວງ, ຕ່າງເມືອງ, ອະດີດການນໍາ, ພະນັກງານ, ລັດຖະກອນ, ສອງກໍາລັງປະກອບອາວຸດ ປກຊ-ປກສ, ອົງການປົກຄອງບ້ານຕະຫລອດຮອດ ປະຊາຊົນບັນດາເຜົ່າ ຊາວເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
KPL