ຂປລ
ຂະບວນລົດໄຟຂົນສົ່ງ ສິນຄ້າຂ້າມຊາດໄປ-ກັບ ລະຫວ່າງ ນະຄອນຢວີ້ຊີ່ແຂວງຢູນນານຂອງ ສປ ຈີນ-ວຽງຈັນ ຂອງ ສປປ ລາວ ຕາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການ ຢ່າງເປັນທາງ ການໃນວັນທີ 23 ສິງຫານີ້.

ຂປລ.ວິທະຍຸໂທລະພາບສູນກາງຈີນ, ຂະບວນລົດໄຟຂົນສົ່ງ ສິນຄ້າຂ້າມຊາດໄປ-ກັບ ລະຫວ່າງ ນະຄອນຢວີ້ຊີ່ແຂວງຢູນນານຂອງ ສປ ຈີນ-ວຽງຈັນ ຂອງ ສປປ ລາວ ຕາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການ ຢ່າງເປັນທາງ ການໃນວັນທີ 23 ສິງຫານີ້. ຈາກນັນ ທ່ານ ຫລີຢີ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຂົນສົ່ງດ່ວນ ທາງລົດໄຟຈີນຫຸ້ນສ່ວນຈຳກັດສາຂາຄຸນໝິງ ໃຫ້ຮູ້ວ່າ: “ນັບຕັ້ງແຕ່ ເປີດບໍລິການຂະບວນລົດໄຟ ຂົນສົ່ງສິນຄ້າ ຂ້າມຊາດ ຕາມເສັ້ນທາງລົດໄຟ ລາວ-ຈີນຂາດ່ຽວ ແຕ່ນະຄອນຢວີ້ຊີ່ຫາວຽງຈັນ ໃນກ່ອນໜ້ານີ້ໜຶ່ງປີ ມາຮອດທຸກມື້ນີ້ ທີ່ມີການເປີດຂະບວນ ລົດໄຟ ຂາໄປ-ຂາກັບ ຖືເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຂົນສົ່ງຂ້າມຊາດ ລະຫວ່າງ ນະຄອນຢວີ້ຊີ່ຂອງ ສປ ຈີນກັບ ສປປ ລາວ, ຈາກການເປີດແລ່ນລົດຮອດການແລ່ນລົດຢ່າງສະດວກ ໄດ້ບັນລຸ ການຫັນເປັນ ປົກກະຕິ, ປະເພດສິນຄ້າທີ່ຂົນສົ່ງ ນັບມື້ນັບອຸດົມສົມບູນຂຶ້ນ, ພືດຜັກ, ເຫຼັກກ້າ, ວັດສະດຸກໍ່ສ້າງຈາກນະຄອນຢວີ້ຊີ່ແຂວງຢູນນານ, ລວມທັງ ຝຸ່ນເຄມີ ແລະ ໝາກໄມ້ຈາກລາວ ຕ່າງໄດ້ຮັບ ການຂົນສົ່ງຜ່ານ ເສັ້ນທາງລົດໄຟສາຍນີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດ ອັນເຂັ້ມແຂງຂອງເສັ້ນທາງລົດໄຟ ລາວ-ຈີນ ໃນການຊຸກຍູ້ສົ່ງເສີມ ການຄ້າສາກົນ ແລະ ການຮັບໃຊ້ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ.”ນັບຕັ້ງແຕ່ ເສັ້ນທາງລົດໄຟ ລາວ-ຈີນ ເປີດນຳໃຊ້ຢ່າງເປັນທາງການ ໃນເດືອນທັນວາປີ2021 ມາຮອດທ້າຍເດືອນກໍລະກົດປີນີ້ ໄດ້ຂົນສົ່ງສິນຄ້າ ຫລາຍກວ່າ 64.500.000 ໂຕນ, ໃນນີ້ ການຂົນສົ່ງສິນຄ້າຂ້າມຊາດບັນລຸຫຼາຍກວ່າ 14.900.000ໂຕນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL