ການນຳຂັ້ນສູງພັກ-ລັດ ຮ່ວມໃສບ່ບາດຫໍ່ເຂົ້າປະດັບດິນ

25/08/2025 14:41
ຂປລ ໃນວັນທີ 23 ສິງຫາ 2025, ຄົນລາວຊາວພຸດທັງຫລາຍ ໃນທົ່ວປະເທດໄດ້ພ້ອມກັນຕື່ນເດີກລຸກເຊົ້າເພື່ອຫ້າງຫາກະກຽມອາຫານ, ເຂົ້າໜົມ, ເຂົ້າຕົ້ມຕ່າງໆເພື່ອໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນໃນມື້ບຸນຫໍ່ເຂົ້າປະດັບດິນຢູ່ຕາມວັດວາອາຮາມຕ່າງໆຢ່າງຟົດຟື້ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນຈົບງາມຂອງຊາດລາວ.

   

    ຂປລ. ໃນວັນທີ 23 ສິງຫາ 2025, ຄົນລາວຊາວພຸດທັງຫລາຍ ໃນທົ່ວປະເທດໄດ້ພ້ອມກັນຕື່ນເດີກລຸກເຊົ້າເພື່ອຫ້າງຫາກະກຽມອາຫານ, ເຂົ້າໜົມ, ເຂົ້າຕົ້ມຕ່າງໆເພື່ອໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນໃນມື້ບຸນຫໍ່ເຂົ້າປະດັບດິນຢູ່ຕາມວັດວາອາຮາມຕ່າງໆຢ່າງຟົດຟື້ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນຈົບງາມຂອງຊາດລາວ. ສະເພາະຢູ່ນະຄອນຫລວງ ວຽງຈັນ ເຖິງບາງຂົງເຂດມີຝົນ ຕົກແຕ່ດ້ວຍຄວາມສັດທາ, ຄວາມ ເຊື່ອຖືທີ່ໄດ້ປະຕິບັດກັນມາແຕ່ບູ ຮານນະການບັນດາຜູ້ເຖົ້າຜູ້ແກ່, ໜຸ່ມສາວລວມເຖິງເດັກນ້ອຍກໍບໍ່ໄດ້ ລົດລະຄວາມຕັ້ງໃຈ ເພື່ອໄປໃສ່ບາດ ຖວຍສັງຄະທານ. 

     ໃນມື້ດຽວກັນ, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ບຸນໂຈມ ອຸບົນປະເສີດ ເຈ້ົາແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງແຂວງ ແລະ ຄະນະຕິດຕາມຈາກຫ້ອງວ່າການສູນກາງພັກ, ຕະຫລອດຮອດປະຊາຊົນຊາວສະຫວັນນະເຂດ ໄດ້ຮ່ວມໃສ່ບາດຢູ່ວັດໃຫຍ່ໄຊຍະພູມ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ປະຈໍາ ປີ 2025.

     ຂະນະທ່ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ,  ພ້ອມດ້ວຍພັນລະຍາ ແລະ ການນໍາຂ້ັນສູງຈາກສູນກາງ, ມີທ່ານສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່າຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍການນໍາຂອງແຂວງ, ນະຄອນຕະຫລອດຮອດປະຊາຊົນຊາວຫລວງພະບາງ ໄດ້ຮ່ວມໃສ່ບາດຢູ່ຕໍ່ໜ້າວັດແສນສຸຂະຣາມ ນະຄອນຫລວງພະບາງ ໃນໂອກາດງານບຸນຫໍ່ເຂ້ົາປະດັບດິນ-ບຸນຊ່ວງເຮືອເດືອນເກົ້າປະຈໍາປີ 2025.     ນອກຈາກການໃສ່ບາດແລ້ວ, ຍັງມີຊາວພຸດທະສາສະນິ
ກະຊົນທັງພາຍໃນ ແລະ ແຂກຕ່າງປະເທດທີ່ມີຈິດໃຈເຫລື້ອມ ໃສສັດທາທາງພຸດທະສາສະໜາ ໄດ້ພ້ອມກັນຫ້າງຫາກະກຽມເຂ້ົາ ໜ້ຽວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ປັດ ໄຈມາໃສ່ບາດຢູ່ຕາມວັດວາອາຣາມ ຕ່າງໆພາຍໃນເທສະບານແຂວງ ຢ່າງຫລວງຫລາຍ. ກິດຈະກໍາການໃສ່ບາດເປັນໜຶ່ງໃນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ  ທີ່ສືບທອດກັນມາແຕ່ກ່ອນໄວ້ໃຫ້ຍືນຍົງຕະຫລອດໄປ.

    ເຂົ້າປະດັບດິນໝາຍເຖິງ ການນຳເອົາອາຫານຫວານ, ຄາວ ເປັນຕົ້ນຊີ້ນແຫ້ງປາຕາຍ, ເຂົ້າຕົ້ມ, ເຂົ້າໜົມ, ໝາກໄມ້ນາໆຊະນິດ ແລະ ວັດຖຸທານຕ່າງໆມາຮວມກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ໂດຍການຫ່ໍໃສ່ໃບຕອງກ້ວຍ ຫລື ໃບຕອງອື່ນໆແລ້ວກໍເອົາໄປວາງປະດັບໄວ້ຕາມດິນໃນມ້ື ເດືອນ 9 ດັບ ເອີ້ນວ່າ: ຫໍ່ເຂົ້າປະດັບດິນ ເຊິ່ງມີຄວາມສຳຄັນຫລາຍໃນການເຮັດຄຸນງາມຄວາມດີຄືເຮັດບຸນ ເພື່ອຕອບແທນບຸນຄຸນແຜ່ນດິນ, ບັນພະບູລຸດ ແລະ ສັບພະສັດພວກຜີເຜດທັງຫລາຍຕາມຄວາມເຊື່ອຖືມາແຕ່ ຍາວນານ.

KPL

ຂ່າວອື່ນໆ

ads
ads

Top