ຂປລ
ສສ ຫວຽດນາມ ນັບມື້ ນັບມີ ຄວາມເຊື່ອໝັ້ນ ບົນເວທີສາກົນ. ນີ້ແມ່ນຄຳຢືນຢັນຂອງ ທ່ານ ຄາທາເຢີ(Carl Thayer), ນັກຊ່ຽວຊານ ຄົ້ນຄວ້າ ກ່ຽວກັບ ຫວຽດນາມ, ວິທະຍາຄານປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales, ໃນການຕອບສຳພາດ ຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945–02 ກັນຍາ 2025).

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ນັບມື້ ນັບມີ ຄວາມເຊື່ອໝັ້ນ ບົນເວທີສາກົນ. ນີ້ແມ່ນຄຳຢືນຢັນຂອງ ທ່ານ ຄາທາເຢີ(Carl Thayer), ນັກຊ່ຽວຊານ ຄົ້ນຄວ້າ ກ່ຽວກັບ ຫວຽດນາມ, ວິທະຍາຄານປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales, ໃນການຕອບສຳພາດ ຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945–02 ກັນຍາ 2025). ໃນໄລຍະທາງ 80 ປີຜ່ານມາ, ຫວຽດນາມ ນັບມື້ນັບມີຄວາມເຊື່ອໝັ້ນຕໍ່ ການຊຸກຍູ້ ລັດທິ ຫລາຍຝ່າຍກວ່າ, ສ້າງຕັ້ງ ບັນດາການພົວພັນ ຄູ່ຮ່ວມມື ຍຸດທະສາດ ແລະ ປະຈຸບັນ ແມ່ນນັບທັງການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ. ນອກນັ້ນ, ສສ ຫວຽດນາມ ກໍ່ເຂົ້າຮ່ວມ ແລະ ມີບັນດາການປະກອບ ສ່ວນ ຫລາຍ ພໍສົນຄວນໃນບັນດາລະບອບລະບຽບ ການສາກົນ, ໃນນັ້ນ ມີເລື່ອງ 2 ຄັ້ງ ໄດ້ຮັບການເລືອກຕັ້ງ ເປັນສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ, ຍາມໃດ ກໍ່ມານະພະຍາຍາມ ຮັກສາ ຄວາມເປັນ ເອກະພາບໃນ ອາຊຽນ ແລະ ກາຍເປັນສຽງເວົ້າທີ່ພົ້ນເດັ່ນ ຂອງຂົ້ວໂລກໃຕ້. ທ່ານ ສາດສະດາຈານ ໄດ້ຢ້ຳຄືນວ່າ ກ່ອນນີ້ ປະທານ ໂຮ່ຈີມິນ ໄດ້ຍົກອອກເຂັ້ມ ຊີ້ທິດໃຫ້ແກ່ ສສ ຫວຽດນາມ ແມ່ນຕ້ອງເຂັ້ມແຂງ ດ້ວຍຕົນເອງ ແລະ ເປັນເພື່ອນກັບທຸກໆ ປະເທດ. ໃນໄລຍະ 80 ປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ປະຕິບັດຕາມສິ່ງນັ້ນ ແລະ ບັນລຸ ຜົນສຳເລັດ ຫລາຍຢ່າງ, ກາຍເປັນຄູ່ຮ່ວມມື ທີ່ມີຄວາມໄວ້ເນື້ອ ເຊື່ອໃຈ ແລະ ມີລັກສະນະສ້າງສັນ ບົນເວທີສາກົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL