ຂປລ
*ການປົກປັກຮັກສາສັດນ້ຳ-ສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນຄົນໃນສັງຄົມ ຕ້ອງໄດ້ມີສ່ວນຮ່ວມໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ.
*ການປົກປັກຮັກສາສັດນ້ຳ-ສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນຄົນໃນສັງຄົມ ຕ້ອງໄດ້ມີສ່ວນຮ່ວມໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ.
ປັດຈຸບັນຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ ປະຊາຊົນຈຳນວນໜຶ່ງ ຍັງຖືເອົາການລ່າສັດປ່າເປັນອາຫານ ໃນການດຳລົງຊີວິດປະຈຳວັນ, ຖືເອົາການລ່າສັດເປັນອາຊີບ ເພື່ອສ້າງລາຍຮັບເຂົ້າຄອບຄົວ ເຊິ່ງບັນຫາການລ່າສັດ ຍັງປະກົດໃຫ້ພວກເຮົາເຫັນເປັນໄລຍະໆ ໂດຍສະເພາະ ມີປະຊາຊົນຈຳນວນໜຶ່ງ ເວລາເຂົ້າປ່າລ່າໄດ້ສັດປ່າແລ້ວ ຍັງເອົາໂພສລົງ ໃນໂລກອອນລາຍ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍເລີຍ. ແນວໃດກໍຕາມ, ການປົກປັກຮັກສາຊັບພະຍາກອນທໍາມະຊາດ, ເວົ້າສະເພາະສັດນໍ້າ-ສັດປ່າ, ບັນຫາທີ່ຖືກຕັ້ງຂຶ້ນນອກຈາກ ຕ້ອງມີການ ປະເມີນຄືນຢ່າງຕໍ່ເນື່ອງກ່ຽວກັບ ໝາກຜົນຂອງການປ່ອຍສັດນໍ້າ-ສັດປ່າ ສູ່ແຫລ່ງທໍາມະຊາດ ຢ່າງເປັນໄລຍະໆແລ້ວນັ້ນ, ບັນຫາການລ່າ, ການຫາກໍ່ຍັງມີຄວາມເປັນ ຫ່ວງບໍ່ໜ້ອຍ ເນື່ອງຈາກວ່າສັງຄົມເຮົາ ແລະ ປະເທດອ້ອມຂ້າງມີ ຄົນຈໍານວນບໍ່ໜ້ອຍ ຍັງຕ້ອງອາໄສແຫລ່ງອາຫານ ຈາກທໍາມະຊາດ ພວກສັດນໍ້າ-ສັດປ່າທັງຫລາຍ, ບໍ່ສະເພາະແຕ່ຫາມາ ເພື່ອເປັນອາຫານພາຍໃນຄອບຄົວ, ດຽວນີ້ຫາມາຂາຍ ເຊິ່ງບາງອັນກໍມີຄວາມຕ້ອງການ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ມີຫລາຍຄໍາເຫັນວ່າຖ້າຫາ, ລ່າ ໂດຍຖືກຕ້ອງຕາມລະບຽບກົດໝາຍ ກໍ່ຈະບໍ່ມີຄວາມສ່ຽງ ເຮັດໃຫ້ສັດນໍ້າ-ສັດປ່າສູນພັນ, ສະນັ້ນ ການມີສະຕິຕໍ່ລະບຽບກົດໝາຍ ແມ່ນສໍາຄັນຄືກັບບັນຫາຕ່າງໆ. ການຫາ, ລ່າມາເພື່ອເປັນສິນຄ້າ ກໍຍ້ອນມີຄວາມຕ້ອງການ, ເມື່ອເປັນແນວນັ້ນ ຖ້າຄົນຈໍານວນຫລາຍ ປະກອບສ່ວນຢ່າງແຂງແຮງ ໃນວຽກງານປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ບັນຫາຄວາມສ່ຽງສູນພັນ ກໍຈະໜ້ອຍທີ່ສຸດ ເພື່ອຄວາມອຸ ດົມສົມບູນຂອງທໍາມະຊາດ, ຄວາມຫລາກຫລາຍ ດ້ານຊີວະນາໆພັນ ກໍຄືສັດນໍ້າ-ສັດປ່າ.
ແນວໃດກໍດີ, ເພື່ອເຮັດໃຫ້ຈຳນວນ ສັດນ້ຳ-ສັດປ່າ ໄດ້ເພີ່ມຂຶ້ນໃນແຕ່ລະປີ ແລະ ມີຄວາມຍືນຍົງ ພວກເຮົາຕ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດລະບຽບ ກົດໝາຍຢ່າງເຂັ້ມງວດ. ຂະນະດຽວກັນ, ເຈົ້າໜ້າທີ່ກ່ຽວຂ້ອງກໍຕ້ອງເອົາໃຈໃສ່ເຄື່ອນໄຫວ ລາດຕະເວັນຢູ່ບັນດາປ່າໄມ້ຕ່າງໆ ແລະ ກວດກາຕະຫລາດ ການຊື້-ຂາຍແຫ່ງຕ່າງໆ ເປັນປະຈຳ. ກໍລະນີພົບເຫັນຜູ້ກະທຳຜິດ ເປັນຕົ້ນແມ່ນລ່າສັດ, ຊື້-ຂາຍສັດປ່າ ກໍຕ້ອງມີການປະຕິບັດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ນັບວ່າເປັນອີກຜົນງານສຳລັບເຈົ້າໜ້າທີ່ ກອງກວດກາປ່າໄມ້ ແຂວງຄຳມ່ວນ ທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງເຈົ້າໜ້າທີ່ກອງກວດກາປ່າໄມ້ ແລະ ມີການຮ່ວມມືກັບເຈົ້າໜ້າທີ່ ປກສ, ປກຊ, ພາສີ, ອົງການໄອຍະການປະຊາຊົນ ໂດຍສະເພາະ ແມ່ນໂຄງການ P-WEN AND D-WEN ຂອງ ແຂວງ ຄໍາມ່ວນ ທີ່ໄດ້ກວດກາລາດຕະເວນ ໃນທ້ອງຕະຫລາດຕາມເບາະແສ ຂອງພົນລະເມືອງດີລາຍງານ ແລະ ຮ້ານຂາຍເຄື່ອງຂອງປະຊາຊົນຈໍານວນໜຶ່ງ. ສໍາລັບສັດປ່າທີ່ຢຶດໄດ້ ແລະ ຜູ້ກະທໍາຜິດຈໍານວນໜຶ່ງ ແມ່ນເຈົ້າໜ້າທີ່ ໄດ້ດໍາເນີນການສືບສວນ-ສອບສວນ ເກັບກໍາເອົາຂໍ້ມູນລະອຽດ ເພື່ອສະຫລຸບສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນ ແຂວງຕາມລະບຽບກົດໝາຍ ພ້ອມດ້ວຍສັດປ່າທີ່ນໍາມາຝັງທໍາລາຍ ໃນຄັ້ງນີ້ມີ 22 ຊະນິດ,ມີ 178 ໂຕ, ມີນໍ້າໜັກ 404,3 ກິໂລ.
ການປະຕິບັດທີ່ກ່າວມານັ້ນ, ເປັນການເພີ່ມທະວີ ຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງການກວດກາສັດປ່າ ແລະ ພືດປ່າປະເພດຫວງຫ້າມ ທີ່ໃກ້ຈະສູນພັນ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະບານໄດ້ວາງອອກ ແລະ ສົນທິສັນຍາສາກົນວ່າດ້ວຍ ການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເປັນພາຄີໃຫ້ມີຜົນສັກສິດ ທັງເປັນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ກ່ຽວ ກັບສັດປ່າ ແລະ ພືດປ່າປະເພດ ຫວງຫ້າມ ບໍ່ໃຫ້ຖືກດັບສູນ ແລະ ຮັກສາໄວ້ໃຫ້ຢູ່ກັບ ທໍາມະຊາດຕະຫລອດໄປ.
KPL