ຄອບຄົວຕົວແບບໃນການຜະລິດເບ້ຍຢາງພາລາເປັນສິນຄ້າ

25/08/2025 10:51
Email Print 130
ຂປລ *ບໍ່ວ່າອາຊີບໃດໆ, ຖ້າມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ລວມທັງວຽກພັກ-ວຽກລັດ ແລະ ວຽກຄອບຄົວ ກໍສາມາດປະສົບຜົນສຳເລັດໄດ້. ເໝືອນດັ່ງຄອບຄົວ ທ່ານ ສະເຫລີມພອນ ແສງທະວີ ອາຍຸ 41 ປີ ຢູ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ກາຍເປັນຄອບຄົວຕົວແບບ

*ບໍ່ວ່າອາຊີບໃດໆ, ຖ້າມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ລວມທັງວຽກພັກ-ວຽກລັດ ແລະ ວຽກຄອບຄົວ ກໍສາມາດປະສົບຜົນສຳເລັດໄດ້. ເໝືອນດັ່ງຄອບຄົວ ທ່ານ ສະເຫລີມພອນ ແສງທະວີ ອາຍຸ 41 ປີ ຢູ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ກາຍເປັນຄອບຄົວຕົວແບບ ໃນການຜະລິດເປັນສິນຄ້າຂອງເມືອງ (ກ້າເບ້ຍຢາງພາລາເປັນສິນຄ້າ).

          ທ່ານ ສະເຫລີມພອນ ແສງທະວີ  ໃຫ້ຮູ້ວ່າ: ປັດຈຸບັນຕົນເອງເປັນ ຮອງເລຂາໜ່ວຍພັກບ້ານ-ຮອງນາຍບ້ານ ແລະ ເປັນອຳນວຍການໂຮງຮຽນປະຖົມ ບ້ານ ນາມ່ວງ ເມືອງ ໄຊບູລີ. ນອກຈາກຈະປະຕິບັດໜ້າທີ່ ວຽກງານທີ່ໄດ້ຮັບມອບໝາຍ ຈາກຂັ້ນເທິງແລ້ວ, ຕົນເອງຍັງເອົາເວລາຫລັງເລີກໂຮງຮຽນ ມາເຮັດອີກໜຶ່ງອາຊີບຄື ກ້າເບ້ຍຢາງພາລາຍຂາຍ ເພື່ອສ້າງລາຍຮັບ ເຂົ້າສູ່ຄອບຄົວ ເຮັດໃຫ້ຄອບຄົວມີຊີວິດ ການເປັນຢູ່ດີຂຶ້ນເທື່ອລະກ້າວ. ກ່ອນການເລີ່ມຕົ້ນກ້າເບ້ຍຢາງພາລາເປັນສິນຄ້າ ຕົນເອງແມ່ນໄດ້ປູກຕົ້ນຢາງ ມາກ່ອນກັບພໍ່-ແມ່ ແລະຄອບຄົວ ທີ່ບ້ານນາແດງ, ມີຈຳນວນຕົ້ນຢາງ 1.500 ຕົ້ນ ໂດຍໄດ້ຮັບການສະໜອງຕົ້ນກ້າຈາກ ບໍລິສັດໄທຮົວ, ເລີ່ມປູກໃນກາງປີ 2005 ແລະໄດ້ເລີ່ມຂີດເອົານໍ້າຢາງໃນປີ 2011, ສະເລ່ຍລາຍ ໄດ້ຕໍ່ເດືອນ ແມ່ນ 20 ລ້ານກີບ, ໃນ 1 ປີ ຈະຂີດໄດ້ 9 ເດືອນ, ພັກ 3 ເດືອນ, ລາຍໄດ້ ຕໍ່ປີ 180 ລ້ານກີບ, ຫລັງຂີດຢາງໄດ້ 5 ປີ ແມ່ນຫັນມາກ້າເບ້ຍຢາງຂາຍ ໂດຍໄດ້ຮັບ ຄວາມຮູ້ດ້ານ ວິຊາການຈາກຜູ້ເປັນອ້າຍ ທີ່ໄດ້ໄປເຮັດວຽກຢູ່ສວນຢາງພາລາ ຢູ່ທາງພາກໃຕ້ຂອງປະເທດໄທ ແລະ ຕົນເອງຕອນຍັງໜຸ່ມນ້ອຍ ກໍ່ເຄີຍໄປເຮັດວຽກເອົາປະສົບການ ກ້າເບ້ຍຢາງພາລາ ຢູ່ປະເທດໄທ ປະມານ 1 ປີ. ໃນປີ 2016 ເລີ່ມກ້າເບ້ຍ 5.000 ເບ້ຍຂາຍໃນລາຄາ 8.000 ກີບ ເທົ່າ 40 ລ້ານກີບ, ປີຕໍ່ມາກ້າເບ້ຍໄດ້ 10.000 ເບ້ຍຂາຍ 8.000 ກີບ ເທົ່າກັບ 80 ລ້ານກີບ ແລະ ຂະຫຍາຍການປູກເພີ່ມຂຶ້ນເລື້ອຍໆ ໃນແຕ່ລະປີ, ຈົນມາຮອດປີ 2024-2025 ກ້າເບ້ຍໄດ້ 60.000 ເບ້ຍ ຂາຍໃນລາຄາ 20.000 ກີບ ເທົ່າກັບ 1ຕື້ 200 ລ້ານກີບ, ໃນນັ້ນມີ ຢາງຕາຂຽວ 130.000 ເບ້ຍຂາຍໃນລາຄາ 10.000 ກີບ ເທົ່າກັບ 1 ຕື້ 300 ລ້ານກີບ, ມີລາຍໄດ້ລວມແມ່ນ 2 ຕື້ 500 ລ້ານກີບ (ສ່ວນລາຍ ຈ່າຍແມ່ນເຄິ່ງໜຶ່ງ ຂອງລາຍໄດ້).ສຳລັບເນື້ອທີ່ ກ້າຢາງພາລາລວມມີ 7 ເຮັກຕາ, ສ່ວນເນື້ອທີ່ປູກຕົ້ນຢາງ ແລະ ໄດ້ຂີດເອົານໍ້າຢາງແລ້ວມີ 2 ເຮັກຕາ, ລວມ ເປັນ 9 ເຮັກຕາ, ໄດ້ຈ້າງແຮງງານ 29 ຄົນ, ຍິງ 14 ຄົນ ເຊິ່ງແຕ່ລະປີ ໄດ້ຂາຍຢາງພາລາຢູ່ປະມານ 360 ລ້ານກີບ. ສຳລັບແຜນປີ 2026 ແມ່ນຈະຜະລິດຢາງຕາຂຽວໃຫ້ໄດ້ 300.000 ເບ້ຍ (ສ່ວນລາຄາແມ່ນຍັງບໍ່ອອກ).

KPL

ຂ່າວອື່ນໆ

    • ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າບົດ-ສາລະຄະດີ

      ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າ

      8/25/2025 11:00:13 AM

      *ການປົກປັກຮັກສາສັດນ້ຳ-ສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນຄົນໃນສັງຄົມ ຕ້ອງໄດ້ມີສ່ວນຮ່ວມໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ.

    • ເມືອງໄຊພົ້ນທຸກແລ້ວບົດ-ສາລະຄະດີ

      ເມືອງໄຊພົ້ນທຸກແລ້ວ

      8/25/2025 10:48:56 AM

      *ນັບວ່າເປັນອີກໜຶ່ງຜົນງານອັນໃຫຍ່ຫລວງ ຂອງການນຳເມືອງໄຊ ແຂວງ ອຸດົມໄຊ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳປະຊາຊົນບັນດາເຜົ່າ ພາຍໃນເມືອງຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດວາງອອກມາໂດຍຕະຫລອດ ຈົນໃນທີ່ສຸດກໍສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກາດຮັບຮອງ ເປັນເມືອງພົ້ນທຸກເຊິ່ງເປັນ ເມືອງທຳອິດຂອງ ແຂວງ ອຸດົມໄຊ.

    • ຕາມຫາຮ່ອງຮອຍອານາຈັກເກົ່າທີ່ ວັດໂຕະໂມະບົດ-ສາລະຄະດີ

      ຕາມຫາຮ່ອງຮອຍອານາຈັກເກົ່າທີ່ ວັດໂຕະໂມະ

      8/25/2025 10:35:36 AM

      *“ວັດໂຕະໂມະ”ຕັ້ງຢູ່ໃນ ບ້ານ ໂຕະໂໝະທ່າ ເມືອງ ປະທຸມພອນ ໃກ້ຄຽງກັບແມ່ນໍ້າຂອງ ແລະ ຫ່າງຈາກວັດພູບໍ່ເຖິງ 11 ກິໂລແມັດ, ສະຖານທີ່ແຫ່ງນີ້ ໄດ້ຖືກນໍາໃຊ້ໃຫ້ເປັນບ່ອນ ສັກກາລະບູຊາຕັ້ງແຕ່ ສະຕະວັດ ທີ 7 ຫາທີ 9 ໃນໄລຍະທຳອິດຂອງການມາຕັ້ງຖິ່ນຖານ ຂອງຊາວຂະແມຢູ່ໃນເຂດນີ້.

    • ເສີມຂະຫຍາຍມູນເຊື້ອ 23 ສິງຫາເຫດການສຳຄັນທາງປະຫວັດສາດ (23/8/1945 ແລະ 23/8/1975)ບົດ-ສາລະຄະດີ

      ເສີມຂະຫຍາຍມູນເຊື້ອ 23 ສິງຫາເຫດການສຳຄັນທາງປະຫວັດສາດ (23/8/1945 ແລະ 23/8/1975)

      8/20/2025 2:34:08 PM

      *ເຫດການປະຫວັດສາດທີ່ເກີດຂຶ້ນ ໃນວັນທີ 23 ສິງຫາປີ1975 ໄດ້ກາຍເປັນເຫດທີ່​ສຳຄັນ​ເຫດ​ການ​ໜຶ່ງ ເປັນວັນທີ່ປວງຊົນລາວທັງຊາດ ໄດ້ພ້ອມກັນ​ລຸກ​ຮື້ຂຶ້ນ​ ເພື່ອ​ລົບ​ລ້າງ​ກົງຈັກກອງ​ບັນຊາ​ການ​ ຂອງ​ລະບອບ​ເກົ່າ​ທີ່​ເປັນ​ເຄື່ອງ​ມື​ຮັບ​ໃຊ້​ໃຫ້​​ແກ່ຈັກກະ​ພັດ​.

    • ຫວນຄືນວັນມູນເຊື້ອວັນຢຶດອຳນາດ 23 ສິງຫາ ບົດ-ສາລະຄະດີ

      ຫວນຄືນວັນມູນເຊື້ອວັນຢຶດອຳນາດ 23 ສິງຫາ

      8/20/2025 2:29:55 PM

      * ການຢຶດອໍານາດ ເດືອນ ສິງຫາ ປີ 1945: ທ້າຍສະຕະວັດທີ XIX ປະເທດລາວ ຖືກຈັກກະພັດລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານ, ປຸ້ນສະດົມຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ແລະ ຖືກຂູດຮີດຢ່າງແສນສາຫັດ.

ads
ads

Top