ກອງປະຊຸມສຳມະນາສິດທິມະນຸດຈີນ-ອາຟຣິກາ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ເອທີໂອປີ

25/08/2025 14:16
ຂປລ ກອງປະຊຸມ ​ສຳ​ມະ​ນາ ສິດ​ທິ​ມະ​ນຸດ​ຈີນ-ອາ​ຟ​ຣິ​ກາ ​ຄັ້​ງ​ທຳ​ອິດ​ ໄດ້​ຈັດ​ຂຶ້ນ​ ເມື່ອບໍ່ດົນມານີ້ຢູ່ ​ນະ​ຄອນ​ຫລວງ ອາດິສອາ​ເບບາ ​ປະ​ເທດ ​ເອ​ທີ​ໂອ​ປີ.


ຂປລ.ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ກອງປະຊຸມ ​ສຳ​ມະ​ນາ ສິດ​ທິ​ມະ​ນຸດ​ຈີນ-ອາ​ຟ​ຣິ​ກາ ​ຄັ້​ງ​ທຳ​ອິດ​ ໄດ້​ຈັດ​ຂຶ້ນ​ ເມື່ອບໍ່ດົນມານີ້ຢູ່ ​ນະ​ຄອນ​ຫລວງ ອາດິສອາ​ເບບາ ​ປະ​ເທດ ​ເອ​ທີ​ໂອ​ປີ. ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ຜູ້​ຊ່ຽວ​ຊານ ໃນດ້ານ​ສິດ​ທິ​ມະ​ນຸດ​, ພ້ອມ​ດ້ວຍ ຜູ້​ຕາງ​ໜ້າ​​ ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ​ທີ່​ກ່ຽວ​ຂ້ອງ, ວິ​ສາ​ຫະ​ກິດ, ຄັງ​ປັນ​ຍາ, ສື່ມວນ​ຊົນ ແລະ ​ອື່​ນໆ​ຫລາຍກວ່າ 200 ຄົນ ​ທີ່​ມາ​ຈາກ ສປ ​ຈີນ ແລະ 40 ກວ່າ​ປະ​ເທດໃນ​ອາ​ຟ​ຣິ​ກາ​ ໄດ້​ເຂົ້າ​ຮ່ວມ ເພື່ອ​ປຶກ​ສາ​ຫາ​ລື​ ພາຍໃຕ້ຫົວ​ຂໍ້ “​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ, ຮ່ວມ​ກັນ​ບັນ​ລຸ​ສິດທິ ໃນ​ການ​ພັດ​ທະ​ນາ”.ກອງປະຊຸມ ສຳ​ມະ​ນາ​ຄັ້ງ​ນີ້​ ເປັນ​ເວ​ທີ​ສົນ​ທະ​ນາ ​ລັກ​ສະ​ນະ​ກົນ​ໄກ ທີ່ກໍ່ຕັ້ງຂຶ້ນເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ​ປັກ​ກິ່ງ ຂອງເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື ​ຈີນ-ອາ​ຟ​ຣິ​ກາ (2025-2027)” ແລະ ​ເພີ່ມ​ທະ​ວີ​​ ການ​ແລກ​ປ່ຽນ ແລະ ການຮ່ວມ​ມື​ກັນ​ລະ​ຫວ່າງ ສປ ​ຈີນ​ ກັບ​ປະ​ເທດ​ໃນ​ອາ​ຟ​ຣິ​ກາ ໃນ​ດ້ານ​ສິດ​ທິ​ມະ​ນຸດ. ​ມື້​ດຽວ​ກັນ, ກອງປະຊຸມ ໄດ້​ປະ​ກາດ “ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ອາດິສອາ​ເບບາ ກ່ຽວ​ກັບ​ ສິດທິໃນ​ການ​ພັດ​ທະ​ນາ​ ລະຫວ່າງ ສປ ​ຈີນ ແລະ ອາ​ຟ​ຣິ​ກາ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top