ໄທ-ກຳປູເຈຍ ຢືນຢັນຄືນໃໝ່ ຄຳໝັ້ນສັນຍາ ຢຸດຍິງ-ຊຸກຍູ້ການຮ່ວມມື

23/08/2025 16:30
Email Print 408
ຂປລ ຄະນະຜູ້ແທນ ທະຫານ ເຂດ 1 ຂອງ ໄທ ແລະ ທະຫານເຂດ 5 ຂອງ ກຳປູເຈຍ, ໄດ້ຈັດກອງປະຊຸມ ຄະນະ ກຳມະການ ຊາຍແດນເຂດ (RBC) ຢູ່ແຂວງ ສະແກ້ວ ຂອງ ໄທ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 22 ສິງຫາ, ຄະນະຜູ້ແທນ ທະຫານ ເຂດ 1 ຂອງ ໄທ ແລະ ທະຫານເຂດ 5 ຂອງ ກຳປູເຈຍ, ໄດ້ຈັດກອງປະຊຸມ ຄະນະ ກຳມະການ ຊາຍແດນເຂດ (RBC) ຢູ່ແຂວງ ສະແກ້ວ ຂອງ ໄທ. ໂດຍທັງສອງຝ່າຍ ໄດ້ຢືນຢັນ ຄືນໃໝ່ ຄຳໝັ້ນສັນຍາ ຢຸດຍິງ ແລະ ຊຸກຍູ້ການຮ່ວມມື ໃນບັນຫາ ຈຳນວນໜຶ່ງ.ຕາມແຈ້ງການໂດຍ ນາຍພົນ ອາມາຣິດ ບອນສູຢາ, ຜູ້ບັນຊາການ ທະຫານເຂດ 1 ຂອງ ໄທ ທີ່ໄດ້ຍົກອອກມາ ພາຍຫລັງກອງປະຊຸມ, ສອງຝ່າຍ ໄດ້ລົງນາມ ໃນບົດບັນທຶກຊ່ວຍຈຳ ການຮ່ວມມື, ໃຫ້ຄຳໝັ້ນສັນຍາ ປະຕິບັດ ຂໍ້ຕົກລົງ 13 ຈຸດກ່ຽວກັບ ການປະຕິບັດ ຄຳສັ່ງ ຢຸດຍິງ, ຮັກສາສັນຕິພາບ ຢູ່ເຂດເຊິ່ງ ສອງຝ່າຍ ບັນລຸໄດ້ ໃນວາລະປະຊຸມ ຄະນະກຳມະການ ຊາຍແດນຮ່ວມ (GBC) ທີ່ຈັດຂຶ້ນ ໃນວັນທີ 7 ກໍລະກົດ ຢູ່ ມາເລເຊຍ. ທະຫານເຂດ 1 ຂອງ ໄທ ແລະ ທະຫານເຂດ 5 ຂອງ ກຳປູເຈຍ ກໍ່ເຫັນດີຊຸກຍູ້ການຮ່ວມມື ໃນບັນຫາການຄົ້ນຫາ ທຳລາຍລະເບີດ ບໍ່ທັນແຕກ ເພື່ອຈຸດປະສົງ ມະນຸດສະທຳ, ສົມທົບກັນ ປ້ອງກັນ ຕ້ານອາດຊະຍາກຳ ຂ້າມຊາດ, ໂດຍສະເພາະ ແມ່ນບັນດາການສໍ້ໂກງ ຫລອກລວງ ທາງອິນເຕີເນັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ     

KPL

ຂ່າວອື່ນໆ

ads
ads

Top