ຣັດເຊຍ-ສ.ອາເມລິກາ ເລີ່ມຟື້ນຟູຄວາມສຳພັນການຮ່ວມມື

23/08/2025 15:54
Email Print 366
ຂປລ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ໄດ້ຕ້ອນຮັບ ການເຂົ້າຢ້ຽມຄຳນັບ ຂອງຜູ້ຊ່ຽວຊານ ນິວເຄລຍ ຟີຊິກ ແລະ ຜູ້ຊ່ຽວຊານ ອຸດສາຫະກຳ ນິວເຄລຍ ຢູ່ນະຄອນຊາໂຣຟ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 22 ສິງຫານີ້, ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ໄດ້ຕ້ອນຮັບ ການເຂົ້າຢ້ຽມຄຳນັບ ຂອງຜູ້ຊ່ຽວຊານ ນິວເຄລຍຟີຊິກ ແລະ ຜູ້ຊ່ຽວຊານ ອຸດສາຫະກຳ ນິວເຄລຍ ຢູ່ນະຄອນຊາໂຣຟ. ທ່ານ ວະລາດີເມຍ ປູຕິນ ໄດ້ກ່າວວ່າ: ຣັດເຊຍ ຈະສືບຕໍ່ ຮ່ວມມືກັບ ປະເທດ ຕາເວັນຕົກ ໃນຂົງເຂດ ນິວເຄລຍ, ຈະສະໜອງ ນ້ຳມັນ ເຊື້ອໄຟ ແລະ ການບໍລິ ການ “ທີ່ມີຂະໜາດ ຄືກັນກັບ ກ່ອນທີ່ເລີ່ມປະຕິບັດ ການເຄື່ອນໄຫວ ທາງການທະຫານພິເສດ”. ເມື່ອເວົ້າເຖິງ ການພົວພັນ ລະຫວ່າງ ຣັດເຊຍ-ສ.ອາເມລິກາ, ທ່ານ ວາລາດີເມຍ ປູຕິນ ກ່າວວ່າ: ພາຍຫລັງ ທ່ານ ໂດນັນ  ທຣຳ ປະທານາທິບໍດີ ສ.ອາເມລິກາ ຂຶ້ນດຳລົງຕຳແໜ່ງ, ການພົວພັນ ລະຫວ່າງ ຣັດເຊຍ-ສ.ອາເມລິກາ ເລີ່ມປາກົດ ມີແສງສະຫວ່າງ ທີ່ປາຍອຸມົງ. ທ່ານ ວາລາດີເມຍ ປູຕິນ ຍັງກ່າວຕື່ມວ່າ: ການພົບປະກັບ ທ່ານໂດນັນ  ທຣຳ ຢູ່ລັດອາລາສກາມີຄວາມກົງໄປ ກົງມາຫລາຍ, “ນີ້ພຽງ ເປັນການເລີ່ມຕົ້ນ ຂອງການຟື້ນຟູ ການພົວພັນ ລະຫວ່າງ ຣັດເຊຍ-ສ.ອາເມລິກາ ຢ່າງຮອບດ້ານ”. ອະນາຄົດ ຂອງການພົວພັນ ລະຫວ່າງ ຣັດເຊຍ-ອາເມລິກາ ແມ່ນຂຶ້ນກັບ ການນຳຂອງລັດຖະບານ ອາເມລິກາ, ລັດຖະບານ ຣັດເຊຍ ຄອງຄອຍຟື້ນຟູ ການພົວພັນກັບ ລັດຖະບານ ອາເມລິກາ ຢ່າງຮອບດ້ານ. ກ່ອນໜ້ານີ້, ທ່ານໂດນັນ ທຣຳ ກັບທ່ານ ວາລາດີເມຍ ປູຕິນ ໄດ້ພົບປະກັນ ຢູ່ຖານທັບ ທີ່ລັດອາລາສກາ ຂອງ ສ.ອາເມລິກາ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ບັນຫາ ອູແກຣນ, ການພົວພັນ ລະຫວ່າງ ຣັດເຊຍ-ອາເມລິກາ ແລະ ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top