ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

30/06/2025 11:08
Email Print 102
ຂປລ ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ນ້ຳພຸຮ້ອນປຸ່ງເລາະ ມີຄຸນນະປະໂຫຍດຫລາກຫລາຍ, ມີກົດອາຊິດເມຕາຊີລິຊິກທຳມະຊາດ,ອຸ ດົມສົມບູນໄປດ້ວຍທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍຂອງມະນຸດ ເຊິ່ງສູງກວ່າມາດຕະຖານຂອງຈີນ 4 ເທົ່າ, ມີປະໂຫຍດທາງການແພດ, ມີຄຸນນະສົມບັດຫລາຍຢ່າງເຊັ່ນ: ການສົ່ງເສີມສຸຂະພາບຫົວໃຈ ແລະ ລອດເລືອດ, ເສີມສ້າງກະດູກ ແລະ ບຳລຸງຜິວພັນ. ອຸນຫະພູມນໍ້າໃນບໍ່ນ້ຳຮ້ອນປຸ່ງເລາະແມ່ນສູງເຖິງ 90 ອົງສາ, ພາຍຫລັງໄດ້ຂົນສົ່ງໄປເຂດເສດຖະກິດພິເສດສາມຫລ່ຽມຄຳ ຜ່ານທໍ່ສົ່ງ 47,45 ກິໂລແມັດ, ຍັງສາມາດຮັກສາອຸນຫະພູມໄດ້ປະມານ 60 ອົງສາ. ປະລິມານນ້ຳໃນແຕ່ລະວັນມີຄວາມໝັ້ນຄົງຢູ່ທີ່ 2.000-3.000 ແມັດກ້ອນ ເຊິ່ງຖືເປັນການວາງພື້ນຖານທີ່ໝັ້ນຄົງໃຫ້ແກ່ການພັດທະນາ ແລະ ນຳໃຊ້ໄດ້ພຽງພໍໃນຕໍ່ໜ້າ.

ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ໄດ້ກ່າວວ່າ: ໂຄງການດັ່ງກ່າວ, ປະສົບຜົນສຳເລັດໃນການຫັນປ່ຽນແຫລ່ງຊັບພະຍາກອນບໍ່ນ້ຳຮ້ອນ ທີ່ເປັນເອກະລັກສະເພາະຂອງແຂວງ ໄປສູ່ການແຂ່ງຂັນດ້ານອຸດສາຫະກຳການທ່ອງທ່ຽວທີ່ແທດເໝາະ, ເປັນການຍົກສູງຖານະຂອງ ເຂດເສດຖະກິດພິເສດສາມ ຫລ່ຽມຄຳ ແລະ ແຂວງບໍ່ແກ້ວ ໃນຕະຫລາດການທ່ອງທ່ຽວ. ພ້ອມນີ້, ທ່ານຍັງໄດ້ເຊື້ອເຊີນບັນດານັກທ່ອງທ່ຽວຈາກທົ່ວທຸກມຸມໂລກ ວ່າ: ໃນອະນາຄົດ, ຂໍເຊີນຊວນບັນດານັກທ່ອງທ່ຽວເຂົ້າມາສໍາຜັດກັບສະເໜ່ຂອງນ້ຳພຸຮ້ອນປຸ່ງເລາະ ແລະ ແບ່ງປັນຄວາມສຸກຈາກທໍາມະຊາດ ບ່ອນພັກຜ່ອນຂອງພາກເໜືອຂອງລາວ"

ທ່ານ ຢາງ ຢົ່ງ ກໍໄດ້ມີຄໍາເຫັນວ່າ: ນ້ຳພຸຮ້ອນປຸ່ງເລາະ ທີ່ມີຄຸນນະພາບສູງແມ່ນຫາຍາກໃນໂລກ, ທີມງານໂຄງການໄດ້ ສຳຫລວດ, ການເລືອກໃຊ້ວັດສະດຸທໍ່ທີ່ມີປະສິດທິພາບສູງ, ປັບປຸງໂຄງສ້າງທໍ່ຢ່າງມີຫລັກການວິທະຍາສາດ, ຮັບປະກັນຄຸນນະພາບ ແລະ ຄວາມສະຖຽນໃນການສົ່ງມອບນໍ້າພຸຮ້ອນ, ຄວາມຍາວຂອງທໍ່ນໍ້າຮ້ອນຍັງສ້າງສະຖິຕິໃໝ່ໃນອຸດສາຫະກໍາ. ໂຄງການທໍ່ສົ່ງນ້ຳຮ້ອນປຸ່ງເລາະ ບໍ່ພຽງແຕ່ແມ່ນຜົນສຳເລັດຂອງການຮ່ວມມືລາວ-ຈີນເທົ່ານັ້ນ, ຫາກຍັງເປັນມິດຕະພາບອັນດີງາມລະຫວ່າງສອງປະເທດ ລາວ-ຈີນ ອີກດ້ວຍ.

ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ ໄດ້ໃຫ້ຮູ້ວ່າ: ທໍ່ສົ່ງນ້ຳພຸຮ້ອນນຳນ້ຳພຸຮ້ອນ ທີ່ມີມູນຄ່າການພັດທະນາອັນໃຫຍ່ຫລວງເຂົ້າມາສູ່ຕົວເມືອງ, ແມ່ນບາດກ້າວສຳຄັນໃນການຫັນປ່ຽນ ແລະ ພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳໃນຕໍ່ໜ້າ, ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈະຊອກຫາວິທີການນຳໃຊ້ນ້ຳຮ້ອນໃຫ້ເກີດປະໂຫຍດ, ຊຸກຍູ້ການເຄື່ອນໄຫວເຂົ້າໃນບັນດາຂະແໜງການຮັກສາສຸຂະພາບຈາກການນໍາໃຊ້ນ້ຳຮ້ອນ ແລະ ການທ່ອງທ່ຽວພັກຜ່ອນ, ຟື້ນຟູບັນດາອຸດສາຫະກຳທີ່ກ່ຽວຂ້ອງ, ຊຸກຍູ້ການຊອກວຽກເຮັດງານທຳ, ຊ່ວຍສ້າງເມືອງທີ່ທັນສະໄໝເໝາະ ແກ່ການດຳເນີນທຸລະກິດ, ການດຳລົງຊີວິດ ແລະ ການທ່ອງທ່ຽວ.


KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

    • ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກເສດຖະກິດ

      ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

      4/15/2025 10:09:30 AM

      ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

ads
ads

Top