ອັງກິດ ພວມຜະເຊີນກັບ ພາວະຂາດການແຄນນໍ້າ ຢ່າງຮຸນແຮງ

14/08/2025 22:08
Email Print 178
ຂປລ ສຳນັກງານ ສິ່ງແວດລ້ອມ (ອີເອ) ຂອງ ອັງກິດ ລະບຸວ່າ: ພາວະການຂາດແຄນນໍ້າ ຂອງປະເທດນີ້ ໄດ້ຈັດໃຫ້ເປັນຄວາມສຳຄັນ ລະດັບຊາດ ເນື່ອງຈາກ ອັງກິດ ໄດ້ປະສົບກັບ ໄລຍະ 6 ເດືອນທຳອິດຂອງປີນີ້ ທີ່ແຫ້ງແລ້ງທີ່ສຸດ ນັບແຕ່ປີ 1976 ຜ່ານມາ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ລອນດອນ ປະເທດ ອັງກິດ ເມື່ອວັນທີ 14 ສິງຫາວ່າ: ສຳນັກງານ ສິ່ງແວດລ້ອມ (ອີເອ) ຂອງ ອັງກິດ ລະບຸວ່າ: ພາວະການຂາດແຄນນໍ້າ ຂອງປະເທດນີ້  ໄດ້ຈັດໃຫ້ເປັນຄວາມສຳຄັນ ລະດັບຊາດ ເນື່ອງຈາກ ອັງກິດ ໄດ້ປະສົບກັບ ໄລຍະ 6 ເດືອນທຳອິດຂອງປີນີ້ ທີ່ແຫ້ງແລ້ງທີ່ສຸດ ນັບແຕ່ປີ 1976 ຜ່ານມາ.

ໂດຍອີເອ ລະບຸວ່າ: ໃນ 5 ພື້ນທີ່ ຈາກທັງໝົດ 14 ພື້ນທີ່ ໃນອັງກິດ ພວມຜະເຊີນກັບ ໄພແຫ້ງແລ້ງ ແລະ ອີກ 6 ພື້ນທີ່ ພວມປະສົບກັບ ສະພາບອາກາດ ແຫ້ງແລ້ງ ເປັນເວລາດົນນານ, ສົ່ງຜົນໃຫ້ ປະລິມານນໍ້າ ຫລຸດລົງ ແລະ ເກີດຄວາມເສຍຫາຍ ຕໍ່ຜົນຜະລິດ ທາງດ້ານກະສິກຳ ຢ່າງໜັກ.

ກຸ່ມໄພແຫ້ງແລ້ງ ແຫ່ງຊາດ (ເອັນດີຈີ) ປະກອບດ້ວຍ ລັດຖະບານ ອັງກິດ, ຕົວແທນ ພາກກະສິກຳ ແລະ ບໍລິສັດນໍ້າ ໄດ້ຈັດ ກອງປະຊຸມ ເພື່ອປຶກສາຫາລື ກ່ຽວກັບ ສະຖານະການ ດັ່ງກ່າວ. ໃນຂະນະທີ່ ຫລາຍພື້ນທີ່ ຂອງ ອັງກິດ ກຽມພ້ອມຮັບມືກັບ ຄື້ນຄວາມຮ້ອນ ໃນຮອບທີ 4 ຂອງ ລະດູຮ້ອນໃນປີນີ້./

KPL

ຂ່າວອື່ນໆ

ads
ads

Top