ລັດຖະມົນຕີ ສສກ ຕ້ອນຮັບຜູ້ປະສານງານກອງເລຂາ ກອງທຶນ ຮ່ວມມືສາກົນ ເພື່ອການສຶກສາ ປະຈຳລາວ ແລະ ທູດອາເມລິກາ

01/08/2025 18:42
Email Print 3190
ຂປລ ຂປລ. ໃນວັນທີ 1 ສິງຫາ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຕາເລຍ ມີແຣນດາ ຜູ້ປະສານງານ ກອງເລຂາ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE) ປະຈໍາ ສປປ ລາວ ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່.


ຂປລ. ໃນວັນທີ 1 ສິງຫາ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຕາເລຍ ມີແຣນດາ ຜູ້ປະສານງານ ກອງເລຂາ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE) ປະຈໍາ ສປປ ລາວ ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຕາເລຍ ມີແຣນດາ ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ, ພົບປະໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ທົບທວນຄືນ ການຮ່ວມມື ແລະ ການຊຸກຍູ້ສົ່ງເສີມ ດ້ານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະ ການສຶກສາ ແລະ ກິລາ ລະຫວ່າງ ສປປ ລາວ-ກອງທຶນຮ່ວມມືສາກົນເພື່ອການສຶກສາ ແລະ ສະຫະລັດອາເມລິກາ ໃຫ້ໄດ້ຮັບການພັດ ທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານດ້ານການສຶກສາ, ວິທະຍາສາດ ແລະ ກິລາ ກໍຄື ວຽກງານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸງຍາກ, ສິ່ງທ້າທ້າຍກ່ຽວກັບການສຶກສາ ໃນໄລຍະຜ່ານມາ, ພ້ອມທັງຖືໂອກາດນີ້, ສະແດງຄວາມຂອບໃຈ ຕໍ່ກອງທຶນຮ່ວມມືສາກົນເພື່ອການສຶກສາ ປະຈໍາ ສປປ ລາວ ແລະ ລັດຖະບານອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ ແກ່ ສປປ ລາວ ຕະຫລອດມາ.


ໂອກາດດຽວກັນ, ຜູ້ປະສານງານກອງເລຂາ ກອງທຶນຮ່ວມມືສາກົນເພື່ອການສຶກສາ ປະຈໍາ ສປປ ລາວ ແລະ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ກໍໄດ້ສະແດງຄວາມຂອບ ໃຈຕໍ່ ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນີ້, ທັງສອງທ່ານກໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່, ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ, ວິທະຍາສາດ ແລະ ກິລາ ແກ່ ສປປ ລາວ ກໍຄື ຮ່ວມມື ກັບກະຊວງສຶກສາທິການ ແລະ ກິລາ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ພັດທະນາ ຂຶ້ນໄປເລື້ອຍໆ.

ຂ່າວ: ກິດຕາ
ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026ການເມືອງ

      ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026

      9/14/2026 9:30:20 AM

      ໃນວັນທີ 11 ກັນຍາ 2026 ທີ່ເຂດປົກຄອງພິເສດຮົງກົງ ສປ ຈີນ, ເພື່ອເປັນການຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ, ກະຊວງການຕ່າງປະເທດຮ່ວມກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ຮົງກົງ, ພາກທຸລະກິດຈາກ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 (LAOS-HONG KONG BUSINESS FORUM 2026).

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

ads
ads

Top