ສປ ຈີນ ມີຜູ້ໃຊ້ອິນເຕີເນັດ 1.123.000.000 ຄົນ

21/07/2025 15:51
Email Print 252
ຂປລ ສູນ​ຂໍ້​ມູນ​ ຂ່າ​ວ​ສານ ​ເຄືອ​ຂ່າຍ​ ອິນ​ເຕີ​ເນັດ​ຈີນ​ ໄດ້​ເປີດ​ເຜີຍ ​ບົດ​ລ​າຍ​ງານ​ ສະ​ຖິ​ຕິ​ ສະ​ພາບ ​ການ​ພັດ​ທະ​ນາ​ ອິນ​ເຕີ​ເນັດ​ ຂອງ ສປ ຈີນ ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ ​ເດືອນ​ມິ​ຖຸ​ນາ ຜ່ານມາ, ສປ ຈີນ​ ມີ​​ຜູ້​ໃຊ້​ອິນ​ເຕີ​ເນັດ 1.123.000.000 ຄົນ, ອັດ​ຕາ​​ເຂົ້າ​ເຖິ​ງ​ ຂອງ​ເຄືອ​ຂ່າຍ ​ອິນ​ເຕີ​ເນັດ ​ມີ​ເຖິງ 79,7%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 21 ກໍ​ລະ​ກົດ​ນີ້, ສູນ​ຂໍ້​ມູນ​ ຂ່າ​ວ​ສານ ​ເຄືອ​ຂ່າຍ​ ອິນ​ເຕີ​ເນັດ​ຈີນ​ ໄດ້​ເປີດ​ເຜີຍ ​ບົດ​ລ​າຍ​ງານ​ ສະ​ຖິ​ຕິ​ ສະ​ພາບ ​ການ​ພັດ​ທະ​ນາ​ ອິນ​ເຕີ​ເນັດ​ ຂອງ ສປ ຈີນ ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ ​ເດືອນ​ມິ​ຖຸ​ນາ ຜ່ານມາ, ສປ ຈີນ​ ມີ​​ຜູ້​ໃຊ້​ອິນ​ເຕີ​ເນັດ 1.123.000.000 ຄົນ, ອັດ​ຕາ​​ເຂົ້າ​ເຖິ​ງ​ ຂອງ​ເຄືອ​ຂ່າຍ ​ອິນ​ເຕີ​ເນັດ ​ມີ​ເຖິງ 79,7%. ນອກ​ຈາກ​ນີ້, ເຕັກ​ໂນ​ໂລ​ຊີ ປັນ​ຍາ​ປະ​ດິດ ຫລື AI ​ໄດ້​ເລັ່ງ​ລັດ ​ການ​ນຳ​ໃຊ້​ຕົວ​ຈິງ ເຊິ່ງ​ມີອິ​ດທິ​ພົນ​ ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ ​ຢ່າງ​ບໍ່​ຢຸດ​ຢັ້ງ,  ຫົວ​ຄິດ​ປະ​ດິດ​ສ້າງ​ ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ ໄດ້​ຊຸກ​ຍູ້ ​​ກາ​ນ​ພັດ​ທະ​ນາ ​ເສດ​ຖະ​ກິດ-​ສັງ​ຄົມ ຢ່າງ​ມີ​ຄຸນ​ນະ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top