ຂປລ
ຂປລ. ທ້າຍອາທິດຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມັກຊິມ ຣິເຊັນໂກຟ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.

ຂປລ. ທ້າຍອາທິດຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມັກຊິມ ຣິເຊັນໂກຟ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ມັກຊິມ ຣິເຊັນໂກຟ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ສອງອົງການ ນິຕິບັນຍັດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ. ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດເບລາຣຸດຊີ ໄດ້ມີການພົວພັນຮ່ວມມື ທີ່ດີນຳກັນມາ ໂດຍຕະຫລອດ ເຊິ່ງສະແດງອອກ ສອງປະທານສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນເບລາຣຸດຊີ ໄດ້ພົບປະແບບທາງໄກນໍາກັນ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນສານຊົມເຊີຍ ແລະ ສານອວຍພອນ ໃນໂອກາດວັນສຳຄັນຕ່າງໆຂອງ 2 ປະເທດ. ນອກຈາກນີ້, ສອງຝ່າຍຍັງຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ ເວທີ AIPA, ASEP, IPU ແລະ ອົງການອື່ນໆ. ພິເສດ, ໃນປີ 2024 ທີ່ຜ່ານມາ, ທ່ານ ອີກໍ ເຊີເກເຢັນໂກ ປະທານສະພາຜູ້ແທນ ປະຊາຊົນເບລາຣຸດຊີ ພ້ອມດ້ວຍຄະນະ ກໍໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການ ແລະ ຮ່ວມກັນລົງນາມບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນເບລາຣຸດຊີ ໃນໂອກາດທີ່ເດີນ ທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ສະພາແຫ່ງຊາດລາວ ເປັນເຈົ້າພາບ, ພ້ອມທັງເຂົ້າຮ່ວມກອງປະຊຸມພົບປະ ກັບບັນດາສະມາຊິກລັດຖະສະພາ ຈາກປະເທດອາຊຽນ ໃນນາມປະເທດສັງເກດການ.

ສະພາແຫ່ງຊາດລາວ ຍາມໃດກໍໃຫ້ຄວາມສໍາຄັນ ໃນການປະກອບສ່ວນຊຸກຍູ້, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ເບລາຣຸດຊີ ດ້ວຍການປະຕິບັດຕາມພາລະບົດບາດຂອງຕົນ ເປັນຕົ້ນ ສະໜັບສະໜູນດ້ານນິຕິກໍາ, ການຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນທັງສອງຊາດ; ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການ ເຄື່ອນໄຫວ ວຽກງານການຕ່າງປະເທດໃນພາກພື້ນ ແລະ ສາກົນ.

ທ່ານ ມັກຊິມ ຣິເຊັນໂກຟ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຜົນສໍາເລັດການພົບປະເຮັດວຽກ ລະຫວ່າງ ສອງລັດຖະມົນຕີ ກະຊວງການຕ່າງປະເທດ ເບລາຣຸດຊີ-ລາວ ທີ່ໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງສອງກະຊວງ ກໍຄື ການພົວພັນຮ່ວມມືຂອງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນ ໃນວັນທີ 7 ກຸມພາ 1994, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພາກພື້ນ-ສາກົນ ແລະ ພ້ອມກັນປຶກສາຫາລືທິດທາງ ແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງແຈ້ງສະພາບການ ທີ່ພົ້ນເດັ່ນຂອງເບລາຣຸດຊີ ໃຫ້ຊາບອີກດ້ວຍ.
ຂ່າວ: ອາລິນ ສຸພິມມະປະດິດ
KPL