ຮອງປະທານປະເທດ ລົງຢ້ຽມຢາມໂຄງການ ພະລັງງານໄຟຟ້າແສງຕາເວັນຢູ່ແຂວງອຸດົມໄຊ

22/07/2025 09:51
ຂປລ ທ້າຍອາທິດຜ່ານມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້້າແຂວງອຸດົມໄຊ, ທ່ານ ຈ່າງ ເຊີ້ຜິ່ງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈໍາຫລວງພະບາງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ, ກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ

ຂປລ. ທ້າຍອາທິດຜ່ານມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເຈົ້້າແຂວງອຸດົມໄຊ, ທ່ານ ຈ່າງ ເຊີ້ຜິ່ງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈໍາຫລວງພະບາງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ, ກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດ ໂດຍໄດ້ຮັບການຕ້ອນຮັບ ຈາກຄະນະຜູ້ບໍລິຫານ ແລະ ພະນັກງານພາຍໃນບໍລິສັດ, ພ້ອມທັງຟັງການລາຍງານສະພາບການຈັດຕັ້ງປະຕິບັດຂອງໂຄງການ.



ໂຄງການຖານເຊື່ອມຕໍ່ ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານ ຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ເນື້ອທີ່ 2.090 ກວ່າເຮັກຕາ, ມີ 1.009 ຕອນ. ໃນນັ້ນ, ດິນລວມບ້ານ ມີ 53 ຕອນ, ເນື້ອທີ່ 67 ກວ່າເຮັກຕາ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ, ມີ 956 ຕອນ, ເນື້ອທີ່ 2.022 ກວ່າເຮັກຕາ, ມີວິຊາການ ແລະ ແຮງງານ ປະມານ 800 ຄົນ. ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1.000 MW, ຜະລິດພະລັງງານໄຟຟ້າ ສະເລ່ຍ 1.700 ກິກາວັດໂມງ/ປີ, ເຊັນສັນຍາສຳປະທານ ໃນວັນທີ 12 ກັນຍາ 2024. ມາຮອດປັດຈຸບັນ, ຄວາມຄືບໜ້າໃນການກໍ່ສ້າງໂຄງການໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ໂຄງການຖານເຊື່ອມຕໍ່ຖານພະລັງງານສະອາດ ໂຄງການໄຟຟ້າພະລັງງານ ແສງຕາເວັນກຳລັງຕິດຕັ້ງ 1.000 MW ໂດຍລວມແມ່ນສໍາເລັດ 45%. ໃນນີ້, ວຽກຂຸດດິນຂອງສະຖານີ ເນື້ອທີ່ 3,32 ເຮັກຕາ; ວຽກການຕອກເສົາເຂັມ 45 ເສົາ, ຖານໝໍ້ແປງ, ວຽກການຖົມດິນຂອງເດີ່ນສະຖານນີ, ພື້ນທີ່ສີຂຽວທີ່ສ້າງຂຶ້ນ ເພື່ອເປັນການປົກປັກຮັກສາ ສິ່ງແວດລ້ອມຂອງສະຖານີ, ວຽກການອະນາໄມໜ້າດິນ ຂອງເຂດພະລັງງານແສງຕາເວັນ ແລະ ວຽກການຝັງເສົາເຂັມຂອງເຂດ ພະລັງງານແສງຕາເວັນ ແມ່ນສຳເລັດ 100%, ວຽກການສ້າງຕາໜ່າງຫີນປ້ອງກັນ ຕາຝັ່ງເຊາະເຈື່ອນສຳເລັດ 51,96%, ອາຄານການຜະລິດສຳເລັດ 39,21%, ກຳແພງກໍ່ສ້າງສຳເລັດ 34,63%, ການຕິດຕັ້ງໂຄງຄ້ຳແຜງໂຊລ່າເຊວສຳເລັດ 12,12%, ແຜງໂຊລ່າເຊວຕິດຕັ້ງສຳເລັດ 6,57%, ເທົ່າກັບ 85,41 MW, ການປັບປຸງເສັ້ນທາງ ຂອງເຂດ ພະລັງງານແສງຕາເວັນ ມີຄວາມຍາວທັງໝົດ 90,643 km, ສຳເລັດແລ້ວ 84,7%, ການຂຸດດິນຖານເສົາສາຍສົ່ງສຳເລັດ 25 ເສົາ ສໍາເລັດ 43,1%, ສຳລັບການເທຄອນກີດ ຂອງຖານເສົາສາຍສົ່ງສຳເລັດ 24 ເສົາ, ສະເລ່ຍ 41,38%, ສຳລັບເສົາສາຍສົ່ງທີ່ຕິດຕັ້ງ ສຳເລັດແລ້ວແມ່ນມີ 45 ເສົາ, ສະເລ່ຍ 7,76%.

ພ້ອມນີ້, ໂຄງການຍັງໄດ້ສ້າງຈຸດ ສັງເກດການປ້ອງກັນໄຟປ່າ ເພື່ອເປັນບ່ອນສັງເກດ, ຕິດຕາມການອະນຸ ລັກທຳມະຊາດ, ຄວາມປອດໄພໃນການເຝົ້າລະວັງ ແລະ ສັງເກດການຕ້ານ ອັກຄີໄພ ໃນຂອບເຂດອ້ອມຮອບໂຄງ ການ; ສ້າງເສັ້ນທາງເບຕົງ ເຂົ້າໄປຫາພື້ນທີ່ດັ່ງກ່າວ ເພື່ອອຳນວຍຄວາມສະດວກ ແລະ ສາມາດໃຊ້ຈຸດດັ່ງກ່າວ ເປັນບ່ອນຄ່ຽນຖ່າຍເຄື່ອງ, ວັດສະດຸ-ອຸປະກອນ ຂອງໂຄງການ ກໍ່ສ້າງໄຟຟ້າແສງຕາເວັນ ແລະ ສະຖານີໄຟຟ້າ, ຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການ ໃນທ້າຍປີ 2025 ນີ້.

ຂ່າວ-ພາບ: ຄຳພັນ ແກ້ວມະນີ

KPL

ຂ່າວອື່ນໆ

ads
ads

Top