ຂະໜາດການຄ້າສິນຄ້າຈີນ ຢືນຢູ່ແຖວໜ້າຂອງໂລກ 8 ປີລຽນຕິດ

21/07/2025 15:37
Email Print 185
ຂປລ ໃນ​ໄລ​ຍະ ຈັດຕັ້ງປະຕິບັດ “ແຜນພັດທະນາ ເສດ​ຖະ​ກິດ​ ສັງ​ຄົມ​ ແຫ່ງ​ຊາດ​ 5 ປີ ຄັ້ງທີ 14” (ປີ2021-2025), ການ​ຄ້າ​ກັບ ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ​ ໄດ້​ເພີ່ມ​ຂຶ້ນ ​ໃນ​ທ່າມ​ກາງ​ ການ​ປ່ຽນ​ແປງ​ ຂອງ​ໂລກ.ປີ2024, ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​ ຂອງ ສປ ​ຈີນ ບັນ​ລຸ 6.160 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 32,4% ເມື່ອ​ທຽບ​ໃສ່ໄລ​ຍະ​ທ້າຍ “ແຜນພັດທະນາເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ​ 5 ປີ ຄັ້ງທີ 13”, ຢືນຢູ່ແຖວໜ້າ ​ຂອງ​ໂລກ 8 ປີ​ລຽນ​ຕິດ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ໃນ​ໄລ​ຍະ ຈັດຕັ້ງປະຕິບັດ “ແຜນພັດທະນາ ເສດ​ຖະ​ກິດ​ ສັງ​ຄົມ​ ແຫ່ງ​ຊາດ​ 5 ປີ ຄັ້ງທີ 14” (ປີ2021-2025), ການ​ຄ້າ​ກັບ ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ​ ໄດ້​ເພີ່ມ​ຂຶ້ນ ​ໃນ​ທ່າມ​ກາງ​ ການ​ປ່ຽນ​ແປງ​ ຂອງ​ໂລກ.ປີ2024, ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​ ຂອງ ສປ ​ຈີນ ບັນ​ລຸ 6.160 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 32,4% ເມື່ອ​ທຽບ​ໃສ່ໄລ​ຍະ​ທ້າຍ “ແຜນພັດທະນາເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ​ 5 ປີ ຄັ້ງທີ 13”, ຢືນຢູ່ແຖວໜ້າ ​ຂອງ​ໂລກ 8 ປີ​ລຽນ​ຕິດ. ເມື່ອ​ຜະ​ເຊີນ ​ກັບ​ການ​ທ້າ​ທາຍ ຈາກ​ພາຍນອກ, ຈີນ​ໄດ້​ຕັ້ງ​ໜ້າພັດ​ທະ​ນາ​ຕະ​ຫລາດ ​ທີີ່​ມີ​ຄວາມ​ຫລາກ​ຫລາຍ​, ອາ​ຊຽນ​ ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່ກວ່າ​ໝູ່ ​ຂອ​ງ ສປ ​ຈີນ 5 ປີ​ລຽນ​ຕິດ, ໃນ​ນັ້ນ ຍອດ​ມູນ​ຄ່າ​ ການ​ຄ້າ​ ໃນ 6 ເດືອນ​ຕົ້ນ​ປີນີ້​ ໄດ້​ເພີ່ມ​ຂຶ້ນ 9,6% ເມື່ອ​ທຽບ​ໃສ່ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ. ປີ2024, ຍອດ​ມູນ​ຄ່າ​ ການ​ຄ້າ​ ລະ​ຫວ່າງ ສປ ຈີນ​ ກັບປະ​ເທດ ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງແລວ​ ໜຶ່ງ​ເສັ້ນ​ທາງ” ໄດ້​ກວມ​ອັດ​ຕາ​ສ່ວນ ​ຫລາຍກວ່າ ເຄິ່ງ​ໜຶ່ງ. ໃນ5ປີ​ຜ່ານ​ມານີ້, ຕ່ອງ​ໂສ້​ການ​ຜະ​ລິດ​ ແລະ​ ການ​ສະ ​ໜອງ ​ດ້ານການ​ຄ້າ​ ກັບ​ຕ່າງ​ປະ​ເທດ​ຂອງ​ ສປ ຈີ​ນ ​ຄົບ​ຖ້ວນ​ສົມ​ບູນ ກວ່າ​ເກົ່າ, ມີ​ຄວາມ​ສາ​ມາດ ​ທີ່​ແຂງ​ແຮງ ກວ່າ​ເກົ່າ​ ໃນ​ການ​ຮັບ​ມື​ກັບ​ ຄວາມ​ສ່ຽງ​ ແລະ​ ສິ່ງ​ທ້າ​ທາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top