ຂປລ
ຂປລ. ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີ ຂໍອະໄພຍະໂທດ, ຫລຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025

ຂປລ. ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີ ຂໍອະໄພຍະໂທດ, ຫລຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໃນວັນທີ 18 ກໍລະກົດ 2025 ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະ ກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການ ປະຊາຊົນສູງສຸດ, ກະຊວງ ປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຄົ້ນຄວ້າ, ກວດກາ, ການສະເໜີຂໍອະໄພຍະໂທດຂອງ ຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ, ນະຄອນຫລວງວຽງຈັນ ປະຈໍາປີ 2025 ມີທັງໝົດ 2.867 ຄົນ, ຍິງ 363 ຄົນ, ຕ່າງປະເທດ 59 ຄົນ. ນອກນີ້, ຍັງໄດ້ຮັບຟັງຜົນການລາຍງານການຄົ້ນຄວ້າ ແລະ ກວດກາການສະເໜີ ໃຫ້ອະໄພຍະໂທດ ຂອງຈຸທີ 1 ປະກອບມີ ກະຊວງປ້ອງກັນປະເທດ, ແຂວງຫົວພັນ, ໄຊຍະບູລີ, ອຸດົມໄຊ, ຫລວງນໍ້າທາ, ຫລວງພະບາງ, ໄຊສົມບູນ ແລະ ແຂວງວຽງຈັນ; ຮັບຟັງຜົນການລາຍງານ ການຄົ້ນຄວ້າ ແລະ ກວດກາການສະເໜີ ໃຫ້ອະໄພຍະໂທດ ຂອງຈຸທີ 2 ປະກອບມີ ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ ແລະ ແຂວງອັດຕະປື; ຮັບຟັງຜົນການລາຍງານການຄົ້ນຄວ້າ ແລະ ກວດກາການສະເໜີ ໃຫ້ອະໄພຍະໂທດ ຂອງຈຸທີ 3 ປະກອບມີ ຄ້າຍຄຸມຂັງ-ດັດສ້າງ ໂພນຕ້ອງ, ໂພນເງິນ, ນາຂ່າ, ຄັງໄຂ, ລ້ອງເລິກ ແລະ ຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ; ຮັບຟັງຜົນການລາຍງານການຄົ້ນຄວ້າ ແລະ ກວດກາການສະເໜີໃຫ້ອະໄພຍະໂທດ ຂອງຈຸທີ 4 ປະກອບມີ ແຂວງເຊກອງ, ແຂວງບໍ່ແກ້ວ, ຄ້າຍບັງລຽງ, ຄ້າຍຕານປ່ຽວ ແລະ ຄ້າຍຄຸມຂັງ-ດັດສ້າງ ບຸນເໜືອ.

ເພື່ອຮັບປະກັນໃຫ້ການຄົ້ນຄວ້າ ແລະ ພິຈາລະນາບັນຊີລາຍຊື່ນັກໂທດ ທີ່ສະເໜີຂໍອະໄພຍະໂທດ ປະຈໍາປີ 2025 ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ຍຸຕິທໍາ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ດາທ່ານ ຈົ່ງສຸມໃສ່ໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ ແລະ ມີວິທີການແກ້ໄຂຢ່າງຈະແຈ້ງ ໂດຍອີງຕາມ ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາ ຂອງຄະນະກໍາມະການອະໄພຍະໂທດ ລະດັບຊາດ ເປັນພື້ນຖານໃນການຄົ້ນຄວ້າ ພິຈາລະນາ. ຜ່ານການຮັບຟັງການສະເໜີລາຍງານ, ປືກສາຫາລື, ປະກອບຄໍາເຫັນ ແມ່ນບັນດາທ່ານທີ່ຮັບຜິດຊອບແຕ່ລະກະຊວງ, ແຂວງ, ນະຄອນຫລວງວຽງຈັນ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສໃນການ ຈັດຕັ້ງປະຕິບັດ ບາງວຽກງານທີ່ສໍາຄັນ ຄື: ກ່ຽວກັບການຄົ້ນຄວ້າ ແລະ ກວດກາ, ສະເໜີໃຫ້ອະໄພຍະໂທດ ປະຈໍາປີ 2025 ພື້ນຖານແມ່ນເຫັນດີຕາມການລາຍງານ ຂອງບັນດາທ່ານ ແລະ ຮີບຮ້ອນນໍາໄປກວດກາຄືນ ແລະ ປັບປຸງ ໂດຍສະເພາະ ການຄິດໄລ່ຕົວເລກຫລຸດຜ່ອນໂທດ, ປ່ອຍຕົວ, ການຈັດພີມຂໍ້ມູນຕ່າງໆ, ໃຫ້ຊັດເຈນ, ຄົບຖ້ວນ; ມອບໃຫ້ຄະນະ ຮັບຜິດຊອບຂຶ້ນແຜນເພື່ອຂໍທິດຊີ້ນໍາ ຈາກທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການ ອະໄພຍະໂທດລະດັບຊາດ ໃນການເປີດກອງປະຊຸມ ຄະນະກໍາມະການ ອະໄພຍະໂທດລະດັບຊາດ ຕາມລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ. ສໍາລັບນັກໂທດປະຫານຊີວິດ ທີ່ທາງຫ້ອງວ່າການສໍານັກງານປະທານປະເທດ ສົ່ງເອກະສານມາແລ້ວ ມອບໃຫ້ທ່ານຮອງຫົວໜ້າກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ໂດຍສະເພາະ ແມ່ນຫົວໜ້າກົມຕິດຕາມ ກວດກາຄ້າຍຄຸມຂັງ-ດັດສ້າງ ແຈກຍາຍມອບໃຫ້ ແຕ່ສະຫາຍຮັບຜີດຊອບ ໃນກວດກາ ແລະ ຄົ້ນຄວ້າ ເພື່ອນໍາສະເໜີຕໍ່ກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດພິຈາລະນາ.
ຂ່າວ: ອອປສ
KPL