ຂປລ
ກຳປັ່ນ ທ່ອງທ່ຽວ Wonder Sea ຫລົ້ມ ໃນອ່າວຮາລອງ ເຮັດໃຫ້ມີ ຜູ້ເສຍຊີວິດ 37ຄົນ ແລະ ສູນຫາຍອີກ 5ຄົນ ຈາກຜູ້ໂດຍສານ ທັງໝົດ 48ຄົນ ແລະ ລູກເຮືອ ອີກ 5 ຄົນ

ຂປລ.ໜັງສືພິມ VN Express ຂອງ ສສ ຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນມານີ້ ກຳປັ່ນ ທ່ອງທ່ຽວ Wonder Seaຫລົ້ມ ໃນອ່າວຮາລອງ ເຮັດໃຫ້ມີ ຜູ້ເສຍຊີວິດ 37ຄົນ ແລະ ສູນຫາຍອີກ 5ຄົນ ຈາກຜູ້ໂດຍສານ ທັງໝົດ 48ຄົນ ແລະ ລູກເຮືອອີກ 5 ຄົນ ຫລັງຈາກ ຜະເຊີນກັບ ພາຍຸໂຊນຮ້ອນ Wipha ເຄືອນຕົວ ຂ້າມທະເລຈີນໃຕ້ ເຂົ້າໃກ້ ສສ ຫວຽດນາມ ເຮັດໃຫ້ມີ ກະແສລົມ ພັດແຮງ, ຝົນຕົກ ຢ່າງໜັກ ແລະ ຟ້າຜ່າ ໃນພື້ນທີ່ ດັ່ງກ່າວ. ສ່ວນໃຫຍ່ ເປັນນັກທ່ອງທ່ຽວ ທີ່ເດີນທາງ ມາຈາກ ນະຄອນຫລວງ ຮ່າໂນ້ຍ ຊຶ່ງຢູ່ຫ່າງຈາກ ຮາລອງ ໄປທາງຕາເວັນຕົກ ປະມານ 165 ກິໂລແມັດ ແລະ ໃນຈຳນວນນີ້ ເປັນເດັກ 20ຄົນ, ເຈົ້າໜ້າທີ່ ກູ້ໄພ ຊ່ວຍຊີວິດ ຜູ້ປະສົບໄພ ຈຳນວນ 11 ຄົນ. ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມເລັ່ງ ຄົ້ນຫາ ຜູ້ສູນຫາຍ ຢ່າງຮີບດ່ວນ ທ່າມກາງ ຝົນຕົກໜັກ ຢ່າງຕໍ່ເນື່ອງ ເປັນອຸປະສັກ ຕໍ່ພາລະກິດ ຄົ້ນຫາ ແລະ ກູ້ໄພ ໃນຄັ້ງນີ້. ນອກຈາກນີ້ ຍັງສັ່ງໃຫ້ ສະໜາມບິນ ສາກົນ ໂນຍບ່າຍ ໃນນະຄອນຫລວງ ຮ່າໂນ້ຍ ໂຈະຖ້ຽວບິນ ຂາອອກ 3ຖ້ຽວ ເປັນການຊົ່ວຄົວ ແລະ ໃຫ້ຖ້ຽວບິນ ຂາເຂົ້າ 9 ຖ້ຽວ ປ່ຽນໄປລົງຈອດ ທີ່ສະໜາມບິນ ແຫ່ງອື່ນ ເພື່ອຄວາມປອດໄພ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL