ຂປລ
ຍີ່ປຸ່ນ ໄດ້ກ້າວເຂົ້າສູ່ ການເລືອກຕັ້ງ ສະພາສູງ ເຊິ່ງໄດ້ຮັບຖືວ່າແມ່ນ “ການທົດລອງ” ຕັດສິນ ຊີ້ຂາດ ຕໍ່ອະນາຄົດ ການເມືອງ ຂອງ ທ່ານ ຊີອິຣູ ອີຊິບະ(Shigeru Ishiba),ນາຍົກລັດຖະມົນຕີ ຍີປຸ່ນ, ໃນສະພາບການທີ່ ພວມບໍລິຫານ ລັດຖະບານ ສ່ວນໜ້ອຍ ພາຍຫລັງ ຖືກປະລາໄຊ ໃນການເລືອກຕັ້ງ ສະພາຕ່ຳ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 20 ກໍລະກົດ, ຍີ່ປຸ່ນ ໄດ້ກ້າວເຂົ້າສູ່ ການເລືອກຕັ້ງ ສະພາສູງ ເຊິ່ງໄດ້ຮັບຖືວ່າແມ່ນ “ການທົດລອງ” ຕັດສິນ ຊີ້ຂາດ ຕໍ່ອະນາຄົດ ການເມືອງ ຂອງ ທ່ານ ຊີອິຣູ ອີຊິບະ(Shigeru Ishiba),ນາຍົກລັດຖະມົນຕີ ຍີປຸ່ນ, ໃນສະພາບການທີ່ ພວມບໍລິຫານລັດຖະບານ ສ່ວນໜ້ອຍ ພາຍຫລັງ ຖືກປະລາໄຊ ໃນການເລືອກຕັ້ງ ສະພາຕ່ຳ. ຕາມຂໍ້ກຳນົດ ຂອງລັດຖະທຳມະນູນ ຍີ່ປຸ່ນ ແລ້ວ, ແຕ່ລະ 3 ປີ, ຍີ່ປຸ່ນ ຈະດຳເນີນ ການເລືອກຕັ້ງຄືນ ເຄິ່ງໜຶ່ງ ຂອງສະມາຊິກ ສະພາສູງ ທັງໝົດ 248 ທ່ານ ໃນການເລືອກຕັ້ງ ຄັ້ງນີ້, ປະຊາຊົນ ຈະເລືອກເອົາ 125 ທ່ານ, ລວມມີ 74 ທ່ານ ໄດ້ຮັບການເລືອກຕັ້ງ ໂດຍກົງ ຢູ່ບັນດາເຂດເລືອກຕັ້ງ, 50 ທ່ານ ໄດ້ຮັບການເລືອກຕັ້ງ ຕາມຮູບແບບຕາງໜ້າ ແລະ 1 ທ່ານ ໄດ້ຮັບການເລືອກຕັ້ງ ເພີ່ມເຕີມ ຢູ່ເຂດ ໂຕກ່ຽວ. ພັນທະມິດ ກຳອຳນາດຂອງ ທ່ານ ນາຍົກລັດຖະມົນຕີ Ishiba, ລວມມີ ພັກປະຊາທິປະໄຕ ອິດສະຫລະ (LDP) ແລະ ພັກ ໂກເມ (Komei), ເຊິ່ງປັດຈຸບັນລວມມີ 75 ບ່ອນນັ່ງ ບໍ່ແມ່ນເປົ້າໝາຍ ໄດ້ຮັບການເລືອກຕັ້ງຄັ້ງນີ້. ເພື່ອຮັກສາ ທ່ວງທ່າ ມີສະມາຊິກ ກວມເອົາສ່ວນຫລາຍ ໃນສະພາສູງ, ພັນທະມິດ ຕ້ອງຍາດໄດ້ ຢ່າງໜ້ອຍສຸດ 50 ບ່ອນນັ່ງ ໃນການເລືອກຕັ້ງນີ້ ຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL