ຂປລ
ລັດຖະບານ ອັງກິດ ໃຫ້ຄຳໝັ້ນ ສັນຍາວ່າ ຈະຫລຸດ ມົນລະພິດ ນ້ຳປົນເປື້ອນ ທີ່ເກີດຈາກ ບໍລິສັດນ້ຳ 50% ພາຍໃນປີ 2030 ຫລັງຈາກ ທາງການ ເປີດເຜີຍ ຈຳນວນເຫດ ການນ້ຳປົນເປື້ອນ ຮ້າຍແຮງ ໃນປະເທດ ເພີ່ມຂຶ້ນ 60%ໃນເວລາ 1ປີ.
ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ21 ກໍລະກົດນີ້, ລັດຖະບານ ອັງກິດ ໃຫ້ຄຳໝັ້ນ ສັນຍາວ່າ ຈະຫລຸດ ມົນລະພິດ ນ້ຳປົນເປື້ອນ ທີ່ເກີດຈາກ ບໍລິສັດນ້ຳ 50% ພາຍໃນປີ 2030 ຫລັງຈາກ ທາງການ ເປີດເຜີຍ ຈຳນວນເຫດ ການນ້ຳປົນເປື້ອນ ຮ້າຍແຮງ ໃນປະເທດ ເພີ່ມຂຶ້ນ 60%ໃນເວລາ 1ປີ. ບໍລິສັດນ້ຳ ຫລາຍແຫ່ງ ຂອງອັງກິດ ຊຶ່ງຖືກໂອນ ກິດຈະການໃຫ້ ເອກະຊົນ ເມື່ອປີ1989 ຖືກ ໂຈມຕີ ຢ່າງໜັກ ຈາກການປ່ອຍນ້ຳປົນເປື້ອນ ປະລິມານ ມະຫາສານ ສູ່ທະເລສາບ ແລະ ທະເລ ພາຍຫລັງ ກົດລະບຽບ ຂອງອຸດສາຫະກຳນ້ຳ ຕ້ອງມີການປ່ຽນແປງ ຊຶ່ງພາກສ່ວນນ້ຳ ໂດຍລວມ ຂອງປະ ເທດ ຈະຕ້ອງລົງທຶນ 290.000 ລ້ານປອນ ໃນອີກ 25ປີຕໍ່ໜ້າ ເພື່ອຮັບມືກັບ ຄວາມທ້າທາຍ ດ້ານສິ່ງແວດລ້ອມ ແລະ ການສະໜອງນ້ຳສະອາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL