ຂປລ
ນັບແຕ່ ເດືອນມັງກອນ ຫາເດືອນມິຖຸນາປີນີ້, ທົ່ວປະເທດຈີນ ໄດ້ສ້າງຕັ້ງ ວິສາຫະກິດໃໝ່ ທີ່ລົງທຶນ ໂດຍຕ່າງປະເທດ 30.014 ແຫ່ງ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ໄດ້ນຳໃຊ້ທຶນຕ່າງປະເທດ ຕົວຈິງເຖິງ 423 ຕື້ກວ່າຢວນ ຫລຸດລົງ 15,2%.
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ນັບແຕ່ ເດືອນມັງກອນ ຫາເດືອນມິຖຸນາປີນີ້, ທົ່ວປະເທດຈີນ ໄດ້ສ້າງຕັ້ງ ວິສາຫະກິດໃໝ່ ທີ່ລົງທຶນ ໂດຍຕ່າງປະເທດ 30.014 ແຫ່ງ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ໄດ້ນຳໃຊ້ທຶນຕ່າງປະເທດ ຕົວຈິງເຖິງ 423 ຕື້ກວ່າຢວນ ຫລຸດລົງ 15,2%. ອຸດສາຫະກຳ ການຜະລິດຂອງ ສປ ຈີນ ໄດ້ນຳໃຊ້ ທຶນຕ່າງປະເທດ ຕົວຈິງເຖິງ 109 ຕື້ກວ່າຢວນ, ຂະແໜງການບໍລິການ ໄດ້ນຳໃຊ້ 305 ຕື້ກວ່າຢວນ, ອຸດສາຫະກຳ ໄຮເຕັກ ໄດ້ນຳໃຊ້ 127 ຕື້ກວ່າຢວນ. ການລົງທຶນຕໍ່ ສປ ຈີນ ຈາກບັນດາປະເທດ ສະມາຊິກ ອາຊຽນ ເພີ່ມຂຶ້ນ 8,8%, ປະເທດ ສະວິດ ເພີ່ມຂຶ້ນ 68,6%, ຍີ່ປຸ່ນ ເພີ່ມຂຶ້ນ 59,1% ແລະ ອັງກິດ ເພີ່ມຂຶ້ນ 37,6%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL