ຮົງກາລີ ຈະສ້າງທໍ່ສົ່ງນ້ຳມັນເຊື້ອໄຟໃໝ່ ທີ່ເຊື່ອມຕໍ່ກັບ ແຊກບີ

22/07/2025 16:40
Email Print 125
ຂປລ ຮົງ​ກາ​ລີ, ແ​ຊກ​ບີ ແລະ​ ຣັດ​ເຊຍ ​ໄດ້​ເຈ​ລະ​ຈາ​ກັນ​ ກ່ຽວ​ກັບ ​ການສ້າ​ງ​ ທໍ່​ສົ່ງ​ນ້ຳ​ມັນ ​ເຊື້ອ​ໄຟ​ໃໝ່ ​ທີ່​ເຊື່ອມ​ຕໍ່​ ຮົງ​ກາ​ລີ ແລະ ​ແຊັກ​ບີ ໃຫ້ໄວ​ທີ່ສຸດ ແລະ ຈະ​ເປີດ​ບໍ​ລິ​ການ ​ພາຍ​ໃນ​ປີ 2027.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຮົງ​ກາ​ລີ, ແ​ຊກ​ບີ ແລະ​ ຣັດ​ເຊຍ ​ໄດ້​ເຈ​ລະ​ຈາ​ກັນ​ ກ່ຽວ​ກັບ ​ການສ້າ​ງ​ ທໍ່​ສົ່ງ​ນ້ຳ​ມັນ ​ເຊື້ອ​ໄຟ​ໃໝ່ ​ທີ່​ເຊື່ອມ​ຕໍ່​ ຮົງ​ກາ​ລີ ແລະ ​ແຊກ​ບີ ໃຫ້ໄວ​ທີ່ສຸດ ແລະ ຈະ​ເປີດ​ບໍ​ລິ​ການ ​ພາຍ​ໃນ​ປີ 2027. ໃນວັນ​ທີ 21 ກໍ​ລະ​ກົດ​ນີ້, ທ່ານ ຊີ​ຈາ​ໂຕ ປີ​ເຕີ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຮົງ​ກາ​ລີ​ ກ່າວ​ວ່າ: ຍ້ອນ​ວ່າ​ ສະ​ຫະ​ພາບ ​ເອີ​ຣົບ (ອີຢູ)​ ດື້​ດ້ານ ​ຕັດ​ການ​ຮ່ວມ​ມື ​ດ້ານ​ພະ​ລັງ​ງານ​ກັບ ​ຣັດ​ເຊຍ ເຮັດ​ໃຫ້​ ລາ​ຄາ ​ພະ​ລັງ​ງານ​ຢູ່ ​ເອີ​ຣົບ ​ສູງກວ່າ​ ລາ​ຄາ​ຢູ່​ປະ​ເທດ​ອື່ນ ຫລາຍ​ເທົ່າ, ເພື່ອ​ແກ້​ໄຂ ​ບັນ​ຫາ​ນີ້, ຄວນ​ເປີດ​ຊ່ອງ​ທາງ​ໃໝ່​ ດ້ານ​ການ​ສະ​ໜອງ ​ພະ​ລັງ​ງານ ​ໃຫ້​ແກ່ ​ເອີ​ຣົບ./.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top