ສປ ຈີນ ບັນລຸເປົ້າໝາຍ ການດຶງດູດທຶນຕ່າງປະເທດ 700 ຕື້ໂດລາສະຫະລັດ ກ່ອນກຳນົດ

22/07/2025 16:39
Email Print 137
ຂປລ ນັບມາຮອດ ທ້າຍເດືອນມິຖຸນາ ຜ່ານມາ,ໃນໄລຍະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 (ປີ2021-2025), ນັບລວມແລ້ວ ສປ ຈີນ ໄດ້ດຶງ ດູດທຶນ ຕ່າງປະເທດ ຫລາຍກວ່າ 700 ຕື້ໂດລາສະຫະລັດ ຊຶ່ງສາມາດ ບັນລຸ ເປົ້າໝາຍ ກ່ອນກຳນົດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ນັບມາຮອດ ທ້າຍເດືອນມິຖຸນາ ຜ່ານມາ,ໃນໄລຍະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 (ປີ2021-2025), ນັບລວມແລ້ວ ສປ ຈີນ ໄດ້ດຶງ ດູດທຶນ ຕ່າງປະເທດ ຫລາຍກວ່າ 700 ຕື້ໂດລາສະຫະລັດ ຊຶ່ງສາມາດ ບັນລຸ ເປົ້າໝາຍ ກ່ອນກຳນົດ.ຄຽງຄູ່ກັບ ສປ ຈີນ ເລັ່ງລັດ ເປີດປະຕູ ສູ່ພາຍນອກ ໃນລະດັບສູງ, ການຮ່ວມມື ຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ ເປີດກວ້າງອອກ ຢ່າງຕໍ່ເນື່ອງ, ທ່າແຮງຕ່າງໆ ເຊັ່ນ: ຕະຫລາດ ຂະໜາດໃຫຍ່ ພິເສດ ແລະ ພະລັງຂັບເຄື່ອນ ການປະດິດສ້າງໃໝ່ ເປັນຕົ້ນ ໄດ້ດຶງດູດ ວິສາຫະກິດ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ ສປ ຈີນ ຢ່າງບໍ່ຢຸດຢັ້ງ./.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top