ຂປລ
ຫລາຍກວ່າ 20 ປະເທດ, ໃນນັ້ນ ລວມທັງ ອັງກິດ, ຝຣັ່ງ, ອີຕາລີ, ອົດສະຕຣາລີ ແລະ ດານມາກ ແລະ ປະເທດ ອື່ນໆອີກ ໄດ້ ປະກາດ ຖະແຫລງການຮ່ວມ ເພື່ອຮຽກຮ້ອງ ໃຫ້ຍຸດຕິ ການປະທະກັນ ຢູ່ເຂດກາຊາ ໃນທັນທີ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 21 ກໍລະກົດນີ້, ຫລາຍກວ່າ 20 ປະເທດ, ໃນນັ້ນ ລວມທັງ ອັງກິດ, ຝຣັ່ງ, ອີຕາລີ, ອົດສະຕຣາລີ ແລະ ດານມາກ ແລະ ປະເທດ ອື່ນໆອີກ ໄດ້ ປະກາດ ຖະແຫລງການຮ່ວມ ເພື່ອຮຽກຮ້ອງ ໃຫ້ຍຸດຕິ ການປະທະກັນ ຢູ່ເຂດກາຊາ ໃນທັນທີ. ພ້ອມທັງ ສຸມຄວາມພະຍາຍາມ ເພື່ອແກ້ໄຂ ການປະທະກັນ ລະຫວ່າງ ປາແລັດສະຕິນ ກັບອິດສະຣາແອນ ດ້ວຍວິທີທາງ ການເມືອງ. ຖະແຫລ່ງການ ດັ່ງກ່າວ ຄັດຄ້ານແຜນການ “ຍົກຍ້າຍ ປະຊາກອນ” ແລະ “ຕົວເມືອງ ແຫ່ງມະນຸດສະທຳ”. ຖະແຫລງການ ຊີ້ອອກຕື່ມວ່າ: “ຮູບການຊ່ວຍເຫລືອ”ຂອງລັດຖະບານ ອິດສະຣາແອນ ອັນຕະລາຍ ຫລາຍ ເພາະເຮັດໃຫ້ ຄວາມບໍ່ໝັ້ນຄົງ ຂອງພາກພື້ນເພີ່ມຂຶ້ນ, ທັງໄດ້ຕັດກຽດສັກສີ ຂອງປະຊາຊົນ ຢູ່ເຂດກາຊາ. ອີງຕາມຂໍ້ມູນ ທີ່ພາກສ່ວນ ສາທາລະນະສຸກ ເຂດກາຊາ ປະກາດວ່າ ນັບແຕ່ “ມູນນິທິມະນຸດສະທຳກາຊາ” ທີ່ສະໜັບ ສະໜູນໂດຍ ສ.ອາເມລິກາ ແລະ ອິດສະຣາແອນ ເລີ່ມດຳເນີນງານ ໃນທ້າຍເດືອນ ພຶດສະພາ ເປັນຕົ້ນມາ, ຊາວກາຊາ ເກືອບພັນຄົນ ຖືກຫລອນໂຈມຕີ ແລະ ເສຍຊີວິດ ໃນຂະນະ ເດີນທາງໄປຮັບເອົາ ເຄື່ອງຊ່ວຍເຫລືອ ແລະ ໄດ້ຮັບບາດເຈັບ 6 ພັນ ຫລາຍກວ່າຄົນ./.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL