ໄດ້ຈັບເງິນ 800 ລ້ານກວ່າກີບຕໍ່ປີ ຈາກການຕໍ່າຜ້າໄໝ

22/07/2025 13:30
Email Print 153
ຂປລ *ຜ້າໄໝຊໍາໃຕ້ ທີ່ເປັນຜະລິດຕະພັນທາງພູມປັນຍາສືບທອດມາຫລາຍຮຸ້ນຄົນ

      *ຜ້າໄໝຊໍາໃຕ້ ທີ່ເປັນຜະລິດຕະພັນທາງພູມປັນຍາສືບທອດມາຫລາຍຮຸ້ນຄົນ ກໍາລັງກາຍເປັນແຫລ່ງສ້າງລາຍຮັບທີ່ສໍາຄັນໃຫ້ກັບປະຊາຊົນຊາວເມືອງຊຳໃຕ້ ໂດຍສະເພາະເອື້ອຍນ້ອງແມ່ຍິງ ຜູ້ທີ່ໄດ້ຮັບໂອກາດໃນການພັດທະນາສີມືແຮງງານ. ໃນນັ້ນ, ຄອບຄົວຂອງທ່ານ ວັນນະພອນ ວົງມີໄຊ ບ້ານ ພັນສະຫວັນ ເມືອງຊຳໃຕ້ ໄດ້ຖືເອົາການຕໍ່າຫູກທໍໄໝ ເປັນອາຊີບຫລັກໃນການສ້າງເສດຖະກິດຄອບຄົວ ສາມາດສ້າງລາຍຮັບໄດ້ 800 ລ້ານກວ່າກີບຕໍ່ປີ.
       ທ່ານ ວັນນະພອນ ວົງມີໄຊ ເຫລົ່າໃຫ້ຟັງກ່ຽວກັບການເລີ່ມຕົ້ນທຸລະກິດຜ້າໄໝຊໍາໃຕ້ວ່າ: ໃນຄອບຄົວຂອງຕົນມີສະມາຊິກທັງໝົດ 4 ຄົນ ຍິງ 2 ຄົນ. ກ່ອນໜ້ານັ້ນ, ການຕໍ່າຫູກແມ່ນໄດ້ຕ່ຳດ້ວຍຕົນເອງແບບຄອບຄົວ ມີແຮງງານຕົ້ນຕໍສອງຄົນຄື ເມຍ ແລະ ລູກສາວ. ຜ່ານການປະຕິບັດຕົວຈິງກໍໄດ້ເຮັດໃຫ້ຊິວິດການເປັນຢູ່ຂອງຄອບຄົວນັບມື້ນັບດີຂຶ້ນ ແລະ ມີແຮງຈູງໃຈໃຫ້ຄອບຄົວຢຶດຖືເອົາການຕໍ່າຫູກທໍໄໝ ເພື່ອເປັນການສ້າງເສດຖະກິດຄອບຄົວ ມາຮອດປີ 2020, ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກເມືອງຊໍາໃຕ້ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກ ຈຶ່ງໄດ້ເລີ່ມລົງທຶນປ່ອຍຫູກໃຫ້ເອື້ອຍນ້ອງແມ່ຍິງຕໍ່າຈຳນວນ 100 ກີ່ ມີຕົ້ນທຶນທັງໝົດ 100 ລ້ານກີບ ເຊິ່ງເປັນເງິນກູ້ຢືມຈາກເງິນທະນາຄານມາສົມທົບຈໍານວນ 50 ລ້ານກີບ ເຊິ່ງໃນແຕ່ລະເດືອນຕໍ່າໄດ້ 50 ຜືນ ,ໄດ້ຂາຍ ແລະ ສະເລ່ຍເປັນເງິນໄດ້ 75 ລ້ານກີບ/ເດືອນ, ຫັກຄ່າສິ້ນເປືອງຕ່າງໆ ຍັງມີກໍາໄລ 200.000 ກີບ/ຜືນ, ສະເລ່ຍປີໜຶ່ງມີກໍາໄລທັງໝົດ 120 ລ້ານກີບ ເມື່ອເຫັນວ່າທຸລະກິດໄປໄດ້ດີຈຶ່ງຂະຫຍາຍທຸລະກິດຢ່າງຕໍ່ເນື່ອງ. ໃນປີ 2022 ປ່ອຍຫູກເພີ່ມຕື່ມຈຳນວນ 120 ກີ່ ມີຕົ້ນທຶນທັງໝົດ 130 ລ້ານກີບ ໄດ້ຢືມທະນາຄານສົມທົບຕື່ມ 70 ລ້ານກີບ, ໃນນັ້ນ ສາມາດຕໍ່າໄດ້ 50 ຜືນ/ເດືອນ ຂາຍເປັນເງິນໄດ້ 125 ລ້ານກີບ/ເດືອນ ສະເລ່ຍໝົດປີມີກຳໄລ ປະມານ360 ລ້ານກີບ/ປີ. ຕົກມາປີ 2023 ໄດ້ປ່ອຍຫູກເພີ່ມອີກຈຳນວນ 150 ກີ່ ມີຕົ້ນທຶນທັງໝົດ 200 ລ້ານກີບ, ຢືມທະນາຄານສົມທົບ 200 ລ້ານກີບ ຕໍ່າໄດ້ 60 ຜືນ/ເດືອນ ຂາຍເປັນເງິນໄດ້ 200 ລ້ານກີບ/ເດືອນ, ມີກຳໄລ 600 ລ້ານກີບ/ປີ ແລະ ໃນປີ 2024 ຜ່ານມານີ້ໄດ້ປ່ອຍເຄືອຫູກຈໍານວນ 165 ກີ່ ມີຕົ້ນທຶນທັງໝົດ 300 ລ້ານກີບ ຢືມເງິນຈາກທະນາຄານສົມທົບ 250 ລ້ານກີບ, ສາມາດຕໍ່າໄດ້ 70 ຜືນ/ເດືອນ ຂາຍເປັນເງິນໄດ້ 230 ລ້ານກີບ/ເດືອນ, ສະເລ່ຍກຳໄລໝົດປີປະມານ 840 ລ້ານກີບ/ປີ. ສໍາລັບສິ້ນທີ່ຕໍ່າແມ່ນຂາຍຢູ່ພາຍໃນເທສະບານເມືອງ ແລະ ສົ່ງອອກຕ່າງແຂວງເຊັ່ນ: ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ, ນະຄອນຈຳປາສັກ ແລະ ແຂວງຊຽງຂວາງ.
     ດ້ວຍຄວາມບຸກບືນໃນການຈັດຕັ້ງປະຕິບັດດັ່ງກ່າວ ຈຶ່ງເຮັດໃຫ້ເສດຖະກິດຂອງຄອບຄົວນັບມື້ດີຂຶ້ນສາມາດເປັນຄອບຄົວທີ່ຫລຸດພົ້ນອອກຈາກຄວາມທຸກຍາກກໍ່ສ້າງເຮືອນຢູ່ອາໄສໄດ້ 1 ຫລັງ, ມີດິນ 5 ຕອນ, ມີລົດໃຫຍ່ 1 ຄັນ, ລົດຈັກ 3 ຄັນ, ງົວ, ຄວາຍ 15 ໂຕ, ມີເງິນສົ່ງເສີມລູກສຶກສາຮໍ່າຮຽນ 2 ຄົນ ແລະ ມີເງິນເກັບໄວ້ຈຳນວນໜຶ່ງ.
     ທ່ານ ວັນນະພອນ ເວົ້າຕື່ມວ່າ: ຈະສືບຕໍ່ຢຶດຖືອາຊີບຫັດຖະກຳຕໍ່າຫູກເປັນສິນຄ້າເປັນອາຊີບຕົ້ນຕໍຂອງຄອບຄົວ ແລະ ຈະພະຍາຍາມຊຸກຍູ້ສົ່ງເສີມຕໍ່າຜ້າແພໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນກ່ວາເກົ່າ ເຮັດໃຫ້ລາຍຮັບຂອງຄອບຄົວ ແລະ ເອື້ອຍນ້ອງແມ່ຍິງຊາວເມືອງຊຳໃຕ້ ເພີ່ມຂຶ້ນຢ່າງຕໍ່ເນື່ອງ”
      ໂດຍ: ໄອແກ້ວ

KPL

ຂ່າວອື່ນໆ

ads
ads

Top