ຂປລ
ເຮືອບິນF-7BGI ເກີດອຸບັດເຫດ ເຮັດໃຫ້ມີຜູ້ເສຍຊີວິດ 27ຄົນ ແລະ ບາດເຈັບອີກ 88ຄົນ ຫລັງຈາກ ຂຶ້ນບິນ ບໍ່ດົນ ຈາກຖານທັບອາກາດ ໃນເຄີມິໂຕລາ ຊຶ່ງຢູ່ໃນນະຄອນຫລວງ ດາກາ ເພື່ອປະຕິບັດ ການຝຶກສ້ອມບິນ ຕາມປົກກະຕິ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ດາກາ, ວັນທີ22 ກໍລະກົດນີ້, ເຮືອບິນF-7BGIເກີດອຸບັດເຫດ ເຮັດໃຫ້ມີຜູ້ເສຍຊີວິດ 27ຄົນ ແລະ ບາດເຈັບອີກ 88ຄົນ ຫລັງຈາກຂຶ້ນບິນ ບໍ່ດົນ ຈາກຖານທັບອາກາດ ໃນເຄີມິໂຕລາ ຊຶ່ງຢູ່ໃນນະຄອນຫລວງ ດາກາ ເພື່ອປະຕິບັດ ການຝຶກສ້ອມບິນ ຕາມປົກກະຕິ.ໃນເບື້ອງຕົ້ນ ຄາດວ່າ ເຮືອບິນ ມີບັນຫາ ເຄື່ອງຈັກຂັດຂ້ອງ ກະທັນຫັນ. ຕາມຂໍ້ ມູນຈາກ Jane’s Information Group,ຜູ້ບໍລິການ ຂໍ້ມູນ ການທະຫານ ແລະ ການປ້ອງກັນ ປະເທດ ລະບຸວ່າ: ເຮືອບິນລຸ້ນ F-7 BGIເປັນລຸ້ນ ສຸດທ້າຍ ແລະ ທັນສະໄໝ ທີ່ສຸດ ໃນຕະກູນ ເຮືອບິນ Chengdu J-7/F-7ຂອງ ສປ ຈີນ ບັງກລາເທດ ໄດ້ລົງນາມ ສັນຍາ ຈັດຊື້ ເຮືອບິນ 16 ລຳ ໃນປີ 2011 ແລະ ສົ່ງມອບຄົບຖ້ວນ ພາຍໃນປີ2013./.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL