ວິທີປູກຫອມບົ່ວແດງ ໃສ່ກະແຕະໄຂ່

22/07/2025 13:23
Email Print 119
ຂປລ *ຫອມບົ່ວແດງ ເປັນພືດຊະນິດໜຶ່ງທີ່ຄົນເຮົານິຍົມບໍລິໂພກ, ຂະນະດຽວກັນກໍນິຍົມປູກໄວ້ເປັນພືດສວນຄົວ

     

    *ຫອມບົ່ວແດງ ເປັນພືດຊະນິດໜຶ່ງທີ່ຄົນເຮົານິຍົມບໍລິໂພກ, ຂະນະດຽວກັນກໍນິຍົມປູກໄວ້ເປັນພືດສວນຄົວ ເພື່ອນໍາມາເປັນສ່ວນປະກອບປຸງແຕ່ງອາຫານໃຫ້ມີກິ່ນຫອມໜ້າຮັບປະທານ ຊຶ່ງວິທີການປູກກໍມີຫລາຍແບບທັງການປູກຢູ່ໜ້າດິນທົ່ວໄປ, ປູກໃສ່ກະຕຸກນໍ້າ ກໍລ້ວນແລ້ວແຕ່ໄດ້ຮັບຜົນທັງໝົດ ແຕ່ມື້ນີ້ຜູ້ຂຽນຂໍນໍາສະເໜີວິທີໃໝ່ ນັ້ນຄືການປູກໃສ່ກະແຕະໄຂ່ ຊຶ່ງປູກງ່າຍ, ປອດໄພ, ບໍ່ມີສານເຄມີ ແລະທຸກຄົນສາມາດເຮັດໄດ້.
ອຸປະກອນທີ່ຕ້ອງກະກຽມປະ ກອບມີກະແຕະໄຂ່ທີ່ເປັນເຈ້ຍ, ຫົວຜັກບົ່ວຈໍານວນ 30 ຫົວຕໍ່1 ກະແຕະ.
     ວິທີການປູກໃຫ້ເອົາກະແຕະໄຂ່ ທີ່ກຽມໄວ້ມາຊ້ອນກັນ 5 ກະແຕະແລ້ວຫົດນໍ້າໃຫ້ຊຸ່ມ (ສາເຫດທີ່ຕ້ອງຊ້ອນກັນ 5 ຊັ້ນ ເພາະວ່າກະແຕະໄຂ່ຊັ້ນທໍາອິດຈະຊ່ວຍເກັບນໍ້າທີ່ຫົດໄວ້ຊ່ວຍຮັກສາຄວາມຊຸ່ມຊື່ນ ຊຶ່ງຈໍາເປັນຕໍ່ການຈະເລີນເຕີບໂຕຂອງຜັກບົ່ວ. ຄັດເລືອກເອົາຫົວຜັກບົ່ວຄຸນນະພາບດີບໍ່ເນົ່າ, ໄປວາງໃສ່ກະແຕະໄຂ່ທີ່ກຽມໄວ້ ໂດຍວາງສ່ວນກົ້ນຂອງຫົວຜັກບົ່ວລົງ. ຈາກນັ້ນກໍຫົດນໍ້າທຸກມື້ເຊົ້າ-ແລງ. ສໍາລັບເຄັດລັບການປູກຜັກບົ່ວໃສ່ກະແຕະໄຂ່ໃຫ້ໄດ້ຜົນດີຕ້ອງຫົດນໍ້າ ທຸກມື້ ແລະ ຢ່າປ່ອຍໃຫ້ກະແຕະໄຂ່ແຫ້ງເດັດຂາດ, ຕ້ອງເຮັດໃຫ້ມີຄວາມຊຸ່ມຢູ່ສະເໝີ, ຖ້າເປັນໄປໄດ້ໃຫ້ຊ້ອນກະແຕະໄຂ່ຫລາຍໆຊັ້ນຈະຊ່ວຍຮັກສາຄວາມຊຸ່ມຊື່ນໄດ້ດີຂຶ້ນ.ນອກຈາກນີ້, ຜັກບົ່ວຍັງຕ້ອງການແສງແດດຕະຫລອດວັນ ເພື່ອການຈະເລີນເຕີບໂຕ. ດັ່ງນັ້ນ, ຈຶ່ງຄວນວາງກະແຕະໄຂ່ທີ່ປູກຜັກແລ້ວໄວ້ໃນບ່ອນທີ່ມີແສງແດດເຂົ້າຮອດ, ບໍ່ຄວນວາງໃນເຂດອັບບໍ່ມີອາກາດຖ່າຍເທ.
        ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top