ຂປລ
*ຊົນເຜົ່າບຣູ” ເປັນກຸ່ມເຜົ່າຊົນໜຶ່ງທີ່ມີຖິ່ນກຳເນີດຢູ່ໃນແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງອັດຕະປື

*ຊົນເຜົ່າບຣູ” ເປັນກຸ່ມເຜົ່າຊົນໜຶ່ງທີ່ມີຖິ່ນກຳເນີດຢູ່ໃນແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງອັດຕະປື ຂອງລາວເປັນຊົນເຜົ່າດັ່ງເດີມໃນເຂດລ້ອງແມ່ນໍ້າຂອງ ເຊິ່ງອາດສືບເຊື້ອສາຍມາຈາກຂອມບູຮານ ທີ່ເຄີຍຢູ່ໃນດິນແດນຂອງອານາຈັກເຈນລະຕໍ່ມາເປັນອານາຈັກຂອມ ແລະ ອານາຈັກສີໂຄດຕະບູນ. ຂອມເຄີຍມີອິດທິພົນຂຶ້ນມາຮອດເຂດນີ້ ແລ້ວເສື່ອມອຳນາດລົງ. ພາສາບຣູຈຶ່ງເປັນພາສາໃນຕະກຸນດຽວກັນກັບຂອມ ແລະ ມອນຂະແມ. ນອກນັ້ນ, ບຣູ ຍັງແບ່ງອອກເປັນຫລາຍເຜົ່າຍ່ອຍເຊັ່ນ: ບຣູຍະເຫີນ, ບຣູບໍລະເວນ, ບຣູສຸ, ບຣູຕະໂອດ, ບຣູສອກ, ບຣູສະປວນ ແລະ ອື່ນໆອີກ.
ຊົນເຜົ່າບຣູດັ່ງເດີມມັກມີຜິວ ເຂັ້ມ, ຜົມຫຍອງ ທັງຍິງ ແລະ ຊາຍ. ຜູ້ຊາຍແຕ່ງກາຍດ້ວຍການນຸ່ງຜ້າຕ່ຽວ, ມີຜົມມ້າຍາວພຽງບ່າ ແລະ ນິຍົມໃຊ້ຜ້າແດງຜູກຄ້ອງຄໍ ຫລື ຄຽນຫົວເປັນເອກະລັກ. ຊົນເຜົ່າບຣູມີວັດທະນະທໍາ, ວັນບຸນທີ່ໜ້າສົນໃຈຫລາຍວັນ ໂດຍສະເພາະພໍເຖິງເດືອນສາມລາວຂຶ້ນສາມຄໍ່າໃນທຸກໆປີເຜົ່າບຣູກໍຈະມີການຈັດງານສະຫລອງກະບອງໃຫຍ່ ເຊິ່ງເປັນກິດຈະກຳທີ່ສຳຄັນຂອງເຜົ່າທີ່ໄດ້ປະຕິບັດ ແລະ ສືບທອດກັນມາແຕ່ດົນນານແລ້ວ. ກ່ອນຈະຮອດມື້ສະຫລອງເຖົ້າແກ່ ຫລື ຜູ້ອາວຸໂສພ້ອມດ້ວຍລູກຫລານຈະພາກັນສ້າງກິດຈະກຳຕ່າງໆຢູ່ສວນວັດທະນະທຳເຜົ່າບຣູ ໃຫ້ສວຍງາມ ເພື່ອກຽມໃສ່ງານບຸນກະບອງໃຫຍ່ ເຊິ່ງເປັນປະເພນີຂອງຊົນເຜົ່າຈັດຂຶ້ນທຸກໆປີ.
ບຸນປະເພນີກະບອງໃຫຍ່ຂອງຊົນເຜົ່າບຣູ ຈັດຂຶ້ນທຸກໆປີໃນວັນຂຶ້ນ 3 ຄໍ່າ ເດືອນ 3, ຕຳນານກະ ບອງໃຫຍ່ແມ່ນເອກະລັກໜຶ່ງທີ່ບົ່ງບອກເຖິງຕົ້ນກຳເນີດ ແລະ ຄວາມເປັນມາຂອງຊົນເຜົ່າບຣູ ເຊິ່ງເປັນໜຶ່ງກິດຈະກຳປະຈຳເຜົ່າ ທີ່ຈະຕ້ອງໄດ້ຈັດຂຶ້ນໃນທຸກໆປີ. ທັງນີ້, ກໍ່ເພື່ອເປັນການສະແດງໃຫ້ເຫັນວີຖີຊີວິດຂອງຊົນເຜົ່າ, ການອະນຸລັກຮັກສາ ແລະ ສືບສານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ອີກທັງເປັນການເຕົ້າໂຮມ ຄວາມສາມັກຄີປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ນອກນັ້ນ,ຍັງມີປະເພນີອື່ນໆທີ່ເປັນຂ້ໍຫ້າມຖ້າເຮັດແລ້ວຖືວ່າເປັນການຜິດປະເພນີ ຫລື ຜິດຜີ ເຊັ່ນ: ຫ້າມລູກໄພ້ເຂ້ົາຫ້ອງນອນກ່ອນຜົວ, ຫ້າມລູກໄພ້ຮັບເຄື່ອງຈາກພໍ່ຜົວ, ຫ້າມລູກເຂີຍທີ່ເຂົ້າອອກໃນເຮືອນອອກຈາກຫ້ອງໜຶ່ງໄປອີກຫ້ອງໜຶ່ງ, ຫ້າມລູກເຂີຍຖືມີດ ຫລື ໃສ່ໝວກເຂົ້າເຮືອນພໍ່ຂອງເມຍ ຫລື ກິນເຂົ້າຮ່ວມກັບແມ່ເມຍ.
ຊົນເຜົາບຣູ ເປັນຊົນເຜົ່າທີ 50 ຂອງລາວ ຖືກຮັບຮອງເຂົ້າເປັນຊົນເຜົ່າໃໝ່ ວັນທີ 5 ທັນວາ 2018 ລໍາດັບທີ 50 ຂອງວົງຄະນາຍາດແຫ່ງຊາດລາວ ທີ່ມີວັດທະນາທໍາ, ຮີດຄອງປະເພດີທີ່ດີງາມລວມໄປເຖິງທີ່ຢູ່ອາໄສ ແລະ ພາສາປາກເວົ້າທີ່ໜ້າສົນໃຈ. ຊົນເຜົ່າບຣູ ເປັນອີກຊົນເຜົ່າໜຶ່ງທີ່ມີປະຫວັດຄວາມເປັນມາຍາວນານ ໂດຍພື້ນຖານການດໍາລົງຊີວິດສ່ວນໃຫຍ່ຕັ້ງຖິ່ນຖານຢູ່ເຂດພາກກາງ ຫາ ພາກໃຕ້ຂອງ ສປປ ລາວ ໂດຍສະເພາະຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງອື່ນໆ. ຊົນເຜົ່າດັ່ງກ່າວ, ມີຂະນົບທໍານຽມ ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກທີ່ສໍາຄັນມີພາສາປາກເວົ້າເປັນຂອງຕົ້ນເອງອີກດ້ວຍ.

KPL