ຂປລ
ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດງານສຳຜັດ ວັດທະນະທຳການຊົງຊາ ແລະ ດື່ມຊາຈີນ ພາຍໃຕ້ຫົວຂໍ້ “ຊາສູ່ຄວາມປອງດອງ’’ ໃນວັນທີ 19 ກໍລະກົດ 2025 ແນໃສ່ເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈ ກ່ຽວກັບວັດທະນະທຳການຊົງຊາ ແລະ ດື່ມຊາຈີນ

ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດງານສຳຜັດ ວັດທະນະທຳການຊົງຊາ ແລະ ດື່ມຊາຈີນ ພາຍໃຕ້ຫົວຂໍ້ “ຊາສູ່ຄວາມປອງດອງ’’ ໃນວັນທີ 19 ກໍລະກົດ 2025 ແນໃສ່ເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບວັດທະນະທຳການຊົງຊາ ແລະ ດື່ມຊາຈີນ, ລວມເຖິງທິດສະດີການຊົງຊາ ເຊິ່ງເປັນວັດທະນະທຳ ທີ່ມີຄວາມປານີດ, ລະອຽດອ່ອນ ທີ່ມີມາແຕ່ ບູຮານຂອງຈີນ ທີ່ໄດ້ສືບທອດກັນມາຈົນຮອດປັດຈຸບັນ, ຊາທີ່ນຳມາສາທິດ ໃນຄັ້ງນີ້, ແມ່ນຊາແດງເປັນຊາ ທີ່ເໝາະສຳລັບຄົນທີ່ມີ ອາການທາງເດີນປັດສະວະບໍ່ດີ, ຄົນເປັນໂລກຫົວໃຈ, ມີອາການທ້ອງອືດ, ມື-ຕີນເຢັນ, ມັກໜາວ, ຮ່າງກາຍອ່ອນເພຍ ແລະ ຜູ້ອາຍຸສງ.

ໂອກາດນີ້, ທ່ານ ນາງ ວຽງນະຄອນ ວົງວິໄຊ ອາຈານສອນສິລະປະການຊົງຊາຈີນ ໄດ້ຍົກໃຫ້ເຫັນ ຕົ້ນກຳເນີດ ແລະ ການພັດທະນາຂອງຊາຈີນ ນັບແຕ່ອະດີດຈົນຮອດປັດຈຸບັນ, ພ້ອມທັງ ຍົກໃຫ້ເຫັນວັດທະນະທຳການນຸ່ງຖື ແລະ ການແຕ່ງໜ້າ ໃນເວລາຊົງຊາ, ແນະນຳອຸປະກອນການຊົງຊາ, ວິທີຊົງຊາ, ສາທິດການຊົງຊາ ແລະ ອື່ນໆ ເຊິ່ງອຸປະກອນການຊົງຊາຂອງຈີນ. ຊາຈີນ ມີຫລາຍປະເພດ, ຫລາຍລົດຊາດ ທີ່ແຕກຕ່າງກັນ ເປັນຕົ້ນແມ່ນ ຊາຂຽວ, ຊາຂາວ, ຊາເຫລືອງ, ຊາອູຫລົງ, ຊາແດງ, ຊາດຳ, ຊາດອກໄມ້, ຊາໝາກໄມ້ ແລະ ຊາອື່ນໆ ເຊິ່ງມີລົດຊາດ ແລະ ສັບພະຄຸນທີ່ແຕກຕ່າງກັນ.
KPL