ລົງນາມສັນຍາຮ່ວມມືໂຄງການກອງທຶນ ພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2025

16/07/2025 11:21
Email Print 128
ຂປລ ຂປລ. ໃນວັນທີ 15 ກໍລະກົດ 2025 ນີ້, ສປປ ລາວ ແລະ ສປ ຈີນ ຈັດພິທີຮ່ວມລົງນາມສັນຍາຮ່ວມມື ໂຄງການພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ.



ຂປລ. ໃນວັນທີ
15 ກໍລະກົດ 2025 ນີ້, ສປປ ລາວ ແລະ ສປ ຈີນ ຈັດພິທີຮ່ວມລົງນາມສັນຍາຮ່ວມມື ໂຄງການພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕ່າງໜ້າຈາກບັນດາກົມພາຍໃນ ກະຊວງການຕ່າງປະເທດ ແລະ ກະຊວງ, ຂະແໜງການ ທີ່ໄດ້ຮັບໂຄງການຊ່ວຍເຫລືອຈາກກອງທຶນດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ.



ໃນປີ
2025 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 10 ໂຄງການ ລວມມູນຄ່າ 2.823.600 ໂດລາສະຫະລັດ ເຊິ່ງປະກອບມີໂຄງການຊ່ວຍເຫລືອຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ນອນໃນຂົງເຂດ ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ຊັບພະຍາກອນນ້ຳ, ສາທາລະນະສຸກ ແລະ ລຶບລ້າງຄວາມທຸກຍາກ.

ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 23 ມີນາ 2016 ໂດຍມີຄວາມໝາຍໝັ້ນຮ່ວມກັນ ຂອງບັນດາປະເທດສະມາຊິກ ເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດ ທີ່ດີຕໍ່ກັນມາແຕ່ດົນນານ, ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ. ທ່າມກາງສະພາບການຂອງໂລກ ທີ່ຍັງສືບຕໍ່ຜະເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍນາໆປະການ, ຂອບການຮ່ວມມືດັ່ງກ່າວ ໄດ້ສືບຕໍ່ເປັນເວທີຮ່ວມມື ທາງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນເພື່ອຮັດແໜ້ນການຮ່ວມມື ຫລາຍຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອການຮ່ວມມືຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆ ຂອງພາກພື້ນ, ທັງປະກອບສ່ວນສະໜັບສະໜູນ ການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລິ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍ ຄວາມໝາຍໝັ້ນຂອງບັນດາປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ປະກົດຜົນເປັນຈິງ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບໂຄງການທັງໝົດ 90 ໂຄງການ ມູນຄ່າຫລາຍກ່ວາ 23 ລ້ານໂດລາສະຫະລັດ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີໝາກຜົນເປັນຮູບປະທຳຢ່າງແທ້ຈິງ.




ສອງຝ່າຍ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບ ການຊ່ວຍເຫລືອງວດໃໝ່ ໃນປີ
2025 ນີ້ ຈະສາມາດປະກອບສ່ວນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ມີໝາກຜົນຕົວຈິງ, ພ້ອມທັງ, ເປັນການຮັດແໜ້ນສາຍພົວພັນການຮ່ວມມື ໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ນັບມື້ນັບແໜ້ນແຟ້ນຂຶ້ນເປັນກ້າວໆ.

ຂ່າວ-ພາບ: ກົມເສດຖະກິດ, ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top