ຂປລ
ຄໍລໍາ “ສົ່ງເສີມທຸລະກິດ” ມື້ນີ້ ຈະພາບັນດາທ່ານມາຮູ້ຈັກສວນອາຫານປາວິນາ ເຂ້ົາປຸ້ນແຈ່ວຂີງ ສາຂາໂຊກໃຫຍ່ ເປັນອີກຮ້ານໜ່ຶງທ່ີກໍາລັງໄດ້ຮັບຄວາມນິຍົມຈາກສັງຄົມ ດ້ວຍສະຖານທີ່ກວ້າງຂວາງ ມີການຕົບແຕ່ງຢ່າງສວຍງາມ, ມີເອກະລັກສະເພາະຂອງຮ້ານ.
*ຄໍລໍາ “ສົ່ງເສີມທຸລະກິດ” ມື້ນີ້ ຈະພາບັນດາທ່ານມາຮູ້ຈັກສວນອາຫານປາວິນາ ເຂ້ົາປຸ້ນແຈ່ວຂີງ ສາຂາໂຊກໃຫຍ່ ເປັນອີກຮ້ານໜ່ຶງທ່ີກໍາລັງໄດ້ຮັບຄວາມນິຍົມຈາກສັງຄົມ ດ້ວຍສະຖານທີ່ກວ້າງຂວາງ ມີການຕົບແຕ່ງຢ່າງສວຍງາມ, ມີເອກະລັກສະເພາະຂອງຮ້ານ ໃນນັ້ນ ຍັງມີຈຸດຖ່າຍຮູບ ແລະ ບ່ອນຫລ້ິນສຳລັບເດັກນ້ອຍ, ພ້ອມດຽວກັນກ່ໍມີອາຫານທີ່ຫລາກຫລາຍລາຍການບໍ່ວ່າຈະເປັນເຂົ້າປຸ້ນແຈວຂີງ, ພັນລູກຄ້າ. ສະນັ້ນ, ສວນອາຫານປາວິນາ ເຂົ້າປຸ້ນແຈ່ວຂີງ ກໍຖືວ່າເປັນສໍາຜັດດ້ວຍຕົນທ່ານເອງ.

ທ່ານ ພອນໄຊ ເທບມະນີວົງ ຜູ້ບໍລິຫານສວນອາຫານປະວິນາ ເວົ້າໃຫ້ຟັງວ່າ: ກ່ອນຈະມາເຮັດອາຊີບນີ້ເມື່ອກ່ອນແມ່ນປະກອບອາຊີບຮັບຈັດງານຕ່າງໆມາເກືອບ 20 ປີ, ຫລັງຈາກນັ້ນ ກໍມີແນວຄິດຢາກເຮັດກ່ຽວກັບສວນອາຫານເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ແລະ ທີ່ສຳຄັນແມ່ນຢາກໃຫ້ເງິນໝູນວຽນຢູ່ພາຍໃນປະເທດ ຈຶ່ງຕັດສິນໃຈອອກແບບຮ້ານແລ້ວເອົາແບບທ່ີຕົນອອກແບບໄວ້ໄປໃຫ້ຫລາຍຄົນເບ່ິງໃຜກໍວ່າງາມແລ້ວ ຈຶ່ງເລີ່ມລົງມືສ້າງສວນອາຫານໃນ ປີ 2015 ຢູ່ບ້ານດົງຈອງ ເປັນຕົ້ນມາເມື່ອເຫັນວ່າທຸລະກິດຂະຫຍາຍຕົວດີ, ຈຶ່ງຂະຫຍາຍຕື່ມອີກສາຂາຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ (ສາຂາ 2 ເລີ່ມເປີດໃນປີ 2024 ມານ້ີເຫັນວ່າຜົນຕອບຮັບດີຫລາຍລູກຄ້າກໍໄດ້ຮັບຄວາມສົນໃຈເພີ່ມຂຶ້ນ ເລື້ອຍໆ; ທັງນີ້ກໍ່ຍ້ອນວ່າຕົນເອງເອົາໃຈໃສ່ໃນຫລາຍໆດ້ານເປັນຕ້ົນ ເລື່ອງອາຫານກໍມີຫລາຍລາຍການ ເຊ່ິງເປັນຫົວໃຈຫລັກຂອງຮ້ານ, ແຕ່ເຮົາກໍ່ມີປະສົບການຈາກສາຂາໜຶ່ງມາແລ້ວເຊິ່ງເຫັນໄດ້ວ່າຄົນນິຍົມເຂົ້າປຸ້ນແຈ່ວຂີງ ຕໍ່ມາກໍ່ຈະເປັນອາຫານລາວ ເຊັ່ນ: ແກງໜໍ່ໄມ້, ພັນປາ,ປີ້ງໄກ່, ປິ້ງປາ ແລະ ເຂົ້າ ຊອຍພັນ ແລະ ຍັງມີປະເພດຍຳກວ່າ 20 ລາຍການ ເຊັ່ນ: ຍຳແຊວມ້ອນ, ກຸ້ງແຊ່ນ້ຳປາ, ແຊວມ້ອນແຊ່ນ້ຳປາ, ຍຳທະເລ, ຍຳຫອຍແຄງ, ຍຳສະຫລັດລາວ, ຍຳໂຕ່ງ ແລະ ຍຳອື່ນໆ; ປະເພດຈືນກໍຈະມີ: ຈືນມັນຝຣັ່ງ, ຈືນຂາໄກ່+ມັນຝຣັ່ງ, ຈືນປີກໄກ່+ມັນຝຣັ່ງ, ຈືນກຸ້ງ, ປາມຶກສົດ, ປາມຶກແຫ້ງ, ເອັນເຫລືອ, ເອັນໄກ່, ດັກແດ້, ຄາງເປັດ, ເຫືອກ ແລະ ອື່ນໆ; ປະເພດປີ້ງ 10 ກວ່າ ລາຍການເຊັ່ນ: ປີ້ງກຸ້ງ, ປີ້ງປາມຶກ, ຈີ່ໜັງ, ປີ້ງຊີ້ນນ້ຳຕົກ, ປີ້ງປາຄໍ່ ແລະ ອື່ນໆ; ປະເພດປາອົບໜ້ຶງ 10 ກວ່າລາຍການ, ປະເພດຕຳ 40 ກວ່າລາຍການ, ປະເພດອາຫານ ກິນກັບເຂົ້າ, ປະເພດເຂົ້າ, ປະເພດ ພັນ, ປະເພດ ລາບ-ກ້ອຍ-ແກງ-ຕົ້ມ ຫລາຍສິບລາຍການ ແລະ ປະເພດ ເຄື່ອງດື່ມເຫລົ່ານີ້ເປັນຕົ້ນ. ນອກ ນັ້ນ ທາງສວນອາຫານປາວິນາ ຍັງ ມີໂປຣໂມຊັນໃນງານເທສະການ ຕ່າງໆ ເຊິ່ງໄລຍະນີ້ແມ່ນມີໂປຣໂມ ຊັນໜ້າຝົນ ຊື້ເບຍ 1 ຫລັງ ແຖມ 1 ຫລັງສຳລັບສາຍດື່ມບໍ່ຄວນພາດ.

ສໍາລັບເມນູທີ່ກໍາລັງໄດ້ຮັບຄວາມນິຍົມທີ່ໃຜກໍຕ້ອງສັ່ງເລີຍ ແມ່ນເຂົ້າຊອຍພັນກັບເຂົ້າປຸ້ນແຈ່ວຂີງ ບອກໄດ້ເລີຍວ່າບໍ່ຄືໃຜແນ່ນອນເພາະວ່າລາຍການອາຫານທຸກຢ່າງ ຈະເປັນສູດທີ່ເປັນເອກະລັກສະເພາະຂອງທາງຮ້ານ ເຊິ່ງໃຜທີ່ໄດ້ມາກິນກໍຕ້ອງຕິດໃຈແນ່ນອນຈາກພໍ່ຄົວແມ່ຄົວສືມີດີທີ່ມີປະສົບການມາ 30 ກວ່າປີ; ນອກນີ້ ຍັງເນັ້ນການຕົບແຕ່ງສວນທີ່ສວຍງາມສະດຸດຕາ ເຊິ່ງມີຕູບແຄມນໍ້າຫລາຍສິບຕູບໄວ້ບໍລິການ, ມີບ່ອນຫລ້ິນສໍາລັບເດັກນ້ອຍ, ມີຂົວຂ້າມນໍ້າຈາກປະຕູທາງເຂົ້າດ້ານໜ້າຍ່າງມາຫາ ຕູບ, ຖືກຕົບແຕ່ງຢ່າງສວຍງາມເພື່ອເປັນຈຸດຊົມທິວທັດ ແລະ ຖ່າຍຮູບງາມໆສໍາລັບຄົນທີ່ມັກຖ່າຍຮູບກັບສະຖານທີ່ທ່ອງທ່ຽວ ແລະ ອື່ນທີ່ກໍາລັງປັບປຸງ ເພື່ອເປັນການດຶງດູດນັກທ່ອງທ່ຽວໃຫ້ຫລາຍຂຶ້ນ.

ທ່ານ ພອນໄຊ ເວົ້າຕື່ມວ່າ: ດັ່ງທີ່ຮູ້ນຳກັນແລ້ວວ່າເສດຖະກິດ ມີການຜັນຜວນໃນປັດຈຸບັນ ເຊິ່ງທາງຮ້ານກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເນື່ອງຈາກຕົ້ນທຶນວັດຖຸດິບທີ່ສູງຂຶ້ນ, ແຕ່ແນວໃດກໍດີເພ່ື່ອມັດໃຈລູກຄ້າກໍຈະຮັກສາຄຸນນະພາບອາຫານ ແລະ ການບໍລິການໃຫ້ດີແບບນີ້ຕະຫລອດໄປ. ພ້ອມດຽວກັນ, ກໍຈະສ້າງສ່ິງໃໝ່ໆໄວ້ບໍລິການລູກຄ້າຕື່ມອີກ ໂດຍສະເພາະໃນຕໍ່ໜ້າແມ່ນຈະເຮັດຄາເຟ, ຈະປັບປຸງໂຊນຕູບບາງຈຸດເປັນຫ້ອງແອກຳລັງຢູ່ໃນຂັ້ນຕອນອອກແບບ ເຊິ່ງແບບທ່ີຈະເຮັດແມ່ນເຮັດໃຫ້ມີລັກສະນະຄື ລົດໄຟເພ່ືອຄວາມສວຍງາມ, ເປັນ ມູມຖ່າຍຮູບສຳລັບແຂກທີ່ເຂົ້າມາ ແລະ ມີຟົກຊ່ອງຕື່ມອີກ. ສໍາລັບແຜນ ຕໍ່ໜ້າຈະຂະຫຍາຍສາຂາໄປຕ່າງ ແຂວງແມ່ນຂຶ້ນຢູ່ກັບຜົນຕອບຮັບຂອງລູກຄ້າຖ້າລູກຄ້າຕອບຮັບດີກ່ໍ ຈະຂະຫຍາຍໄປແຂວງຈໍາປາສັກ ເພາະມີເນື້ອທີ່ດິນແລ້ວກໍ່ຢາກເປັນບ່ອນອະນຸລັກເປັນຂອງຝາກຂອງຕ້ອນ ເປັນລີສອດເປັນສວນອາຫານ ແບບຄົບວົງຈອນເໝືອນດ່ັງຮ້ານທີ່ເຮົາເຮັດໃນປັດຈຸບັນນີ້, ແຕ່ຈະມີໜອງປາ ເພື່ອເອົາປານໍາຂອງມາສະຕ໋ອກໄວ້ທ່ານໃດມາກໍໄດ້ກິນສົດໆ ສາມາດເລືອກໄດ້ເລີຍແຕ່ນ້ີກໍ ແມ່ນແຜນໃນອະນາຄົດຖ້າລູກຄ້າ ໃຫ້ຜົນຕອບຮັບຂຶ້ນເລື້ອຍໆກໍ່ຈະເຮັດເພື່ອຮອງຮັບນັກທ່ອງທ່ຽວເຂດພາກໃຕ້.

ສໍາລັບຮ້ານເຮົາມີສອງສາຂາ ຄືສາຂາດົງຈອງ ເປັນສາຂາທີ 1 ເຊິ່ງກໍາລັງປັບປຸງ ແລະ ສາຂາທີ 2 ແມ່ນຕັ້ງຢູ່ບ້ານໂຊກໃຫຍ່ ເປີດທຸກມື້ ເລີ່ມແຕ່ 10 ໂມງເຊົ້າ-22:00 ໂມງ, ທ່ານສະດວກໄປສາຂາໃດກະມາໄດ້ສໍາລັບທ່ານໃດທີ່ບ່ໍຮູ້ຮ້ານກໍ່ສາມາດຕິດຕໍ່ໄດ້ທີ່ເບີ 020 55916939 ຫລື 020 96493289.
ໂດຍ: ມາລີດາ
KPL