ອີຣານ ເລັ່ງສືບຕໍ່ສົ່ງນໍ້າມັນຫລາຍລ້ານຖັງ ໃຫ້ ຈີນ

14/03/2026 11:13
Email Print 1096
ຂປລ ອີຣານ ຍັງສືບຕໍ່ສົ່ງ ນໍ້າມັນດີບ ຈຳນວນຫລາຍ ໃຫ້ແກ່ ຈີນ ຜ່ານທາງຊ່ອງແຄບ ຮໍມຸ (Strait of Hormuz) ເຖິງແມ່ນວ່າ ການປະທະກັນ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ ຈະເຮັດໃຫ້ ການຂົນສົ່ງ ນໍ້າມັນ ຜ່ານເສັ້ນທາງນໍ້າ ທີ່ ສຳຄັນ ແຫ່ງນີ້

ຂປລ.ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ອີຣານ ຍັງສືບຕໍ່ສົ່ງ ນໍ້າມັນດີບ ຈຳນວນຫລາຍ ໃຫ້ແກ່ ຈີນ ຜ່ານທາງຊ່ອງແຄບ ຮໍມຸ (Strait of Hormuz) ເຖິງແມ່ນວ່າ ການປະທະກັນ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ ຈະເຮັດໃຫ້ ການຂົນສົ່ງ ນໍ້າມັນ ຜ່ານເສັ້ນທາງນໍ້າ ທີ່ສຳຄັນແຫ່ງນີ້ ຕ້ອງພົບກັບຄວາມຫຍຸ້ງຍາກ ແລະ ອັນຕະລາຍກໍ່ຕາມ. ໂດຍອີຣານ ໄດ້ສົ່ງນໍ້າມັນດີບ ຢ່າງໜ້ອຍ 11,7ລ້ານຖັງ ຜ່ານຊ່ອງແຄບຮໍມຸ ນັບຕັ້ງແຕ່ ສົງຄາມ ເລີ່ມຕົ້ນຂຶ້ນ ເມື່ອວັນທີ 28 ກຸມພາ, ໂດຍນໍ້າມັນທັງໝົດນີ້ ໄດ້ມຸ້ງໜ້າໄປຍັງ ປະເທດ ຈີນ . ໃນຂະນະທີ່ ກຳປັ່ນ ບັນທຸກນໍ້າມັນ 6 ລຳ ທີ່ກວດພົບ ໃນພາບຖ່າຍ ດາວທຽມວ່າ ໄດ້ເດີນທາງ ອອກຈາກ ອີຣານ ຕັ້ງແຕ່ ວັນທີ 28 ກຸມພາ ແລະ ມີ 3 ລຳ ທີ່ຕິດທຸງຊາດອີຣານ./

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top