7235

vvxl gzu pczj ,t8y dv'xt-5 ,.spj z6h cmo-k;|5j , mqj ;xtgmf 7A 'mu IX ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 16.03.2026 ປີທີ 25 ສະບັບທີ 6.396ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK ]a f4t,q o8u dt-;'dko8j k'xtgmf]k; g0Q kIj ;, dv'xt-5 ,]a f4t,q o8u 8j k'xtgmfvk-Po ltw\ry glfc[[mk'wd -u ;txts;a fsp= h rt[kflq ,gfa f rit;t-u itgdQ k g9Q k16j sq ; ;t-y ik]q 'dvo 7tot[= ]y sko'ko-k;|5j , slr lts]5 [;Pd'koxu 2025 ]a f4t[ko c]t rkdlj ;odj P;0h v' Ij ;,da oxb dlksk]n cdh w0[a oskoE,a og-N vw2 I;zm gxu f0t[;odko c0j '0a oIa d-kf c]t ra fmtok xt9exu 2026 [a ofkz6 h .sh mb o]q '8y f8k,37'dkovkskomj P'.o3I'IPo c]t dkog-n j v,3p'-k;dtly dvoda [3I'IPo 16 j c0;'g-dv' F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ (ປະທານ) le,tok;y mtpklkf fq o8u ]k;dh k;l6j p5 dltw\ F ອ່ານຕໍ່ໜ້າ 4່ າໍ່ ໜ້າ “ ” ທ່ານ ວຽງພອນ ສຸກຂະວົງ ( ຂວາ ) ຂປລ . ສຳມະນາວິທະຍາ ສາດ ໃນຫົວຂໍ້ “ດົນຕີລາວກ້າວ ສູ່ຍຸກສະໄໝ” ພາຍໃຕ້ໂຄງການ ສຽງປະສານແຫ່ງມໍລະດົກລາວ (A Symphony of Heritage) ຈັດໂດຍ ບໍລິສັດ ເດິ ເປຍນິສ ວຽງ ຈັນ (The Pianist Vientiane) ແລະ ໃຫ້ການສະໜັບສະໜູນຫລັກ ຈາກອົງການເພື່ອການພັດທະນາ ແລະ ການຮ່ວມມືແຫ່ງປະເທດ ສະວິດ(SDC) ຈັດຂຶ້ນໃນວັນທີ 12 ມີນາ 2026 ຜ່ານມາ ໂດຍ ການເປັນປະທານຮ່ວມຂອງ ທ່ານ ອາລຸນຍະເດດ ລາດຊະໂຫດີ ຜູ້ ຮ່ວມກໍ່ຕັ້ງ ເດິ ເປຍນິສ ວຽງຈັນ ຂປລ. ຄະນະບໍລິຫານງານຊາວ ໜຸ່ມປະຊາຊົນປະຕິວັດລາວ ອົງ ການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ສະມາ ຊິກຊາວໜຸ່ມ ຄັ້ງທີ V ຂອງອົງການ ໄອຍະການປະຊາຊົນສູງສຸດ ແລະ ເຜີຍແຜ່ກົດລະບຽບຂອງຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX ໃນວັນທີ 13 ມີນາ 2026 ໂດຍການເປັນປະທານ ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ(ຮວຜທ) ເປີດ ຂະບວນການແຂ່ງຂັນຮັກຊາດແລະ ພັດທະນາ ປະຈໍາປີ 2026 ໃນ ວັນທີ 13 ມີນາ 2026 ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າ ການທະຫານໂຮງຮຽນ, ມີ ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາ ການຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ 2 ກອງພັນ ຂປລ. ໃນລະຫວ່າງວັນທີ 1213 ມີນາ 2026 ນີ້, ທ່ານ ນາງ ເບເນດິກ ເດຊອງ ເອກອັກຄະ ລັດຖະທູດ ຝຣ່ັງ ປະຈຳ ສປປ ລາວ, ທ່ານ ຮານ ອູລຣິກ ຊູດເບັກ ເອກອັກຄະລັດຖະທູດ ເຢຍລະມັນ ຂປລ. ກອງປະຊຸມປຶກສາຫາລື ແກ້ໄຂບັນຫານໍ້າມັນເຊື້ອໄຟ ຄັ້ງທີ 4 ພາຍຫລັງທີ່ໄດ້ຮັບຜົນກະທົບ ຈາກສະພາບຄວາມບໍ່ສະຫງົບຢູ່ ເຂດຕາເວັນອອກກາງ ເຮັດໃຫ້ລາ ຄານໍ້າມັນເຊື້ອໄຟເໜັງຕີງເພີ່ມຂຶ້ນ ແຮງ ແລະ ປະລິມານ ການນໍາເຂົ້າ ນໍ້າມັນມີທ່າອ່ຽງຫລຸດລົງ ໄດ້ຈັດ ຂປລ. ຄະນະບໍລິຫານງານ ຊາວໜຸ່ມຫ້ອງວ່າການສູນກາງພັກ (ຫສພ) ຈັດກອງປະຊຸມສະຫລຸບ ວຽກງານ ປະຈໍາປີ 2025 ແລະ ທິດ ທາງແຜນການ ປີ 2026 ໃນວັນທີ 12 ມີນາ 2026 ພາຍໃຕ້ການເປັນ ປະທານຂອງ ສະຫາຍ ຜາຄໍາ ອິນ ແສງ ກຳມະການສູນກາງພັກ, ຮອງ ຫົວໜ້າຫ້ອງວ່າການສູນກາງພັກ, ມີ ເລຂາຄະນະບໍລິຫານງານຊາວໜຸ່ມ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຫສພ ເຂົ້າຮ່ວມ. ໃນກອງປະຊຸມສະຫາຍຕົວຢ່າງ ເນັ່ງໄຊເກີ ເລຂາຄະນະບໍລິຫານ ງານຊາວໜຸ່ມ ຫສພ ໄດ້ຜ່ານບົດ ສະຫລຸບການຈັດຕັ້ງປະຕິບັດວຽກ ງານຊາວໜຸ່ມປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂປລ.ບໍລິສັດເດິເປຣຍນິສວຽງ ຈັນ (The Pianist Vientiane) ເປີດໂຄງການ “A Symphony of Heritage ສຽງປະສານແຫ່ງ ມໍລະດົກລາວ” ແລະ ງານສໍາມະນາ ວິທະຍາສາດ ກ່ຽວກັບປະຫວັດ ສາດດົນຕີ ແລະ ບົດເພງພື້ນເມືອງ ລາວ ໃນວັນທີ 12 ມີນາ 2026 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ວິໄລວອນ ຈັນທະລາຕີ gxu f37'dko lP'xtlkocsj ',= ]tfq d]k; ຂຶ້ນໃນວັນທີ 13 ມີນາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ໂດຍໄດ້ຍົກໃຫ້ເຫັນຜົນງານອັນ ພົ້ນເດັ່ນທີ່ສາມາດຍາດມາໄດ້ໃນ 2025 ຜ່ານມາ ໂດຍສະເພາະ ແມ່ນ ການປະກອບສ່ວນຮັບໃຊ້ກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI I ຂອງພັກປະຊາຊົນປະຕິວັດ ລາວ; ຮັບໃຊ້ວຽກງານສະເຫລີມ ສະຫລອງ 3 ວັນປະຫວັດສາດ ຂອງພັກຂອງຊາດ ແລະ ເຂົ້າຮ່ວມ ຂະບວນການຕ່າງໆຂອງຊາວໜຸ່ມ. ໂອກາດນີ້, ສະຫາຍ ຜາຄໍາ ອິນແສງ ໄດ້ມີຄໍາເຫັນໂອ້ລົມຕໍ່ ສະມາຊິກຊາວໜຸ່ມ ຫ້ອງວ່າການ ສູນກາງພັກ ໂດຍໄດ້ເນັ້ນເຖິງການ ເສີມຂະຫຍາຍມູນເຊື້ອຂອງ ຫສພ ແລະ ສືບຕໍ່ເອົາໃຈໃສ່ເຮັດວຽກ ໂຄສະນາສຶກສາອົບຮົມ, ເຕົ້າໂຮມ ແລະ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມສິລະປະ-ວັດທະນະທຳ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ, ມີອົງການຈັດຕັ້ງສາ ກົນ, ຄູ-ອາຈານ, ສິລະປິນອາວຸໂສ, ປະຈຳ ສປປ ລາວ, ທ່ານ ມາກ ອານເດຣ ໂປຣ ຜູ້ຕາງໜ້າ ແລະ ຮອງປະທານຄະນະກຳມະການ ປົກຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳດ້ານວັດທະນະທຳ, ທ່ານ Jean-Gabriel Duss ທູດສະວິດ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ພະບາດສົມເ ດັດ ວະຊິຣາ ລົງກອນ ປະສູດເມື່ອວັນທີ 28 ກໍລະກົດ ພສ 2495 (ຄສ 1952) ທີ່ພະລາດຊະວັງ ດຸສິດ ບາງກອກ ປະເທດໄທ, ເປັນພະລາຊະໂອລົດ

@ 0j k; c]t gsfdko j 16/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຊີວະປະຫວັດ...ີັ ລັດຖະບານ...ັ ຂປລ. ໃນຕອນບ່າຍວັນທີ 13 ມີນາ 2026, ທີ່ກະຊວງການ ຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ ສະໄໝພິເສດແບບທາງໄກ ກ່ຽວກັບສະພາບການໃນຕາເວັນ ອອກກາງ ໂດຍການເປັນປະທານ ຂອງລັດຖະມົນຕີກະຊວງການຕ່າງ ປະເທດ ຂອງ ຟິລິບປິນ ໃນນາມ ປະທານອາຊຽນ ປີ 2026. ກອງປະຊຸມໄດ້ຮັບຟັງການລາຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີທ່ານຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງ ເຂດເສດຖະກິດ ແລະ ການພົວພັນ ການຮ່ວມມືກັບຕ່າງປະເທດ, ບັນ ດາລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການ, ຜູ້ຕາງໜ້າອົງ ການຈັດຕັ້ງພັກ, ອົງການຈັດຕັ້ງມະ ຫາຊົນ ແລະ ພາກທຸລະກິດທີ່ກ່ຽວ ຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມໄດ້ປຶກສາຫາລື ກ່ຽວກັບສະພາບການສະໜອງນໍ້າ ມັນ, ລາຄານໍ້າມັນ ຕິດພັນກັບລາຄາ ສິນຄ້າ-ຄ່າບໍລິການ ແລະ ມາດຕະ ການແກ້ໄຂ, ຮ່າງນະໂຍບາຍ ແລະ ມາດຕະການຄຸ້ມຄອງການນໍາ ເຂົ້າ-ແຈກຢາຍ ແລະ ລາຄານໍ້າມັນ ໂດຍໄດ້ລົງເລິກພິຈາລະນາຕໍ່ບາງ ບັນຫາສຳຄັນ ເປັນຕົ້ນ ກົນໄກ-ນະ ໂຍບາຍຕໍ່ການນຳເຂົ້ານໍ້າມັນເຊື້ອ ໄຟທີ່ວ່ອງໄວ ແລະ ຈາກຫລາຍ ແຫລ່ງ; ກົນໄກການຕິດຕາມກວດ ກາການຄຸ້ມຄອງຄັງແຮນໍ້າມັນ ແລະ ການແຈກຢາຍບໍລິການສັງ ຄົມ ທີ່ຮັດກຸມ-ຊັດເຈນ ແລະ ມີປະ ສິດທິຜົນສູງ; ການຄຸ້ມຄອງ-ບໍລິ ຫານນໍ້າມັນພາຍໃນປະເທດຮັບປະ ກັນໃຫ້ມີນຳໃຊ້ຕໍ່ເນື່ອງ-ທົ່ວເຖິງ; ນະໂຍບາຍທາງເລືອກ ເພື່ອທົດ ແທນການນຳໃຊ້ນໍ້າມັນເຊື້ອໄຟ ກໍຄື ການສົ່ງເສີມນໍາໃຊ້ລົດໄຟຟ້າ, ການ ຂະຫຍາຍຕາໜ່າງການບໍລິການ ລົດໄຟຟ້າ ໂດຍສານສາທາລະນະ ໃນຕົວເມືອງ-ເຂດຊຸມຊົນ; ການ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານໂຄ ສະນາເຜີຍແຜ່ ແລະ ປຸກສະດົມ ສັງຄົມ ໃຫ້ຮັບຮູ້-ເຂົ້າໃຈ ແລະ ມີ ສະຕິຕໍ່ຊາດ; ການກຳນົດນະໂຍ ບາຍຫລຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ການປະຕິບັດແຜນພັດທະນາ ຕ່າງໆ; ການຄົ້ນຄວ້າປະກອບບຸກ ຄະລາກອນ ເຂົ້າໃນຄະນະສະເພາະ ກິດ ໃນການແກ້ໄຂບັນຫານໍ້າມັນ ເຊື້ອໄຟ; ມາດຕະການຕ່າງໆໃນ ການຮັບມືແຕ່ລະໄລຍະ (ໄລຍະ ສັ້ນ-ໄລຍະຍາວ) ລວມທັງການ ເປັນເຈົ້າການ, ການມອບໝາຍ ຄວາມຮັບຜິດຊອບວຽກຕ່າງໆ ໃຫ້ ບັນດາກະຊວງ-ອົງການທີ່ກ່ຽວ ຂ້ອງ ແລະ ອົງການປົກຄອງທ້ອງ ຖິ່ນ ຊຶ່ງລາຍລະອຽດຂອງມາດ ຕະການບາງດ້ານ ລັດຖະບານ ຈະໄດ້ຄົ້ນຄວ້າອອກເປັນນິຕິກໍາ ສະເພາະ ເພື່ອໃຫ້ບັນດາກະຊວງອົງການ, ທ້ອງຖິ່ນ ແລະ ພາກສ່ວນ ກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດ ໂດຍໄວ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ງານຂອງເລຂາທິການໃຫຍ່ອາ ຊຽນ ກ່ຽວກັບຜົນກະທົບໂດຍລວມ ຂອງສະພາບການໃນຕາເວັນອອກ ກາງຕໍ່ພາກພື້ນອາຊຽນ. ພ້ອມນີ້, ກອງປະຊຸມກໍໄດ້ແລກປ່ຽນຄໍາຄິດ ເຫັນ ແລະ ປຶກສາຫາລືກ່ຽວກັບ ສະພາບການທີ່ກຳລັງເກີດໃນພາກ ພື້ນຕາເວັນອອກກາງ ຊຶ່ງເຫັນວ່າ ໄດ້ສົ່ງຜົນກະທົບຕໍ່ກັບພາກພື້ນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໂດຍສະເພາະຜົນກະທົບຕໍ່ດ້ານມະ ນຸດສະທຳ, ດ້ານເສດຖະກິດ ກໍຄື ຜົນກະທົບຕໍ່ຄວາມໝັ້ນຄົງດ້ານ ພະລັງງານ, ສະບຽງອາຫານ ແລະ ອື່ນໆ. ກອງປະຊຸມຍັງໄດ້ສະແດງ ຄວາມເປັນຫ່ວງ ແລະ ຮຽກຮ້ອງ ໃຫ້ທຸກຝ່າຍທີ່ກ່ຽວຂ້ອງເພີ່ມທະວີ ຄວາມອົດທົນອົດກັ້ນ, ຢຸດຕິການ ກະທໍາທີ່ຮຸນແຮງພ້ອມທັງໄດ້ຢໍ້າ ຄືນ ຄວາມສໍາຄັນຂອງການແກ້ໄຂ ຂໍ້ຂັດແຍ່ງ ໂດຍສັນຕິວິທີ ແລະ ການ ເຄົາລົບກົດໝາຍສາກົນແລະກົດບັດ ສະຫະປະຊາຊາດ. ກອງປະຊຸມ ໄດ້ຊຸກຍູ້ໃຫ້ບັນດາ ຂະແໜງການທີ່ກ່ຽວຂ້ອງຂອງອາ ຊຽນ ເພີ່ມທະວີການຮ່ວມມືກັນຢ່າງ ໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຮ່ວມກັນກຽມຄວາມພ້ອມ ເພື່ອຮັບມືກັບສີ່ງທ້າທາຍຕ່າງໆ ທີ່ ອາດເກີດຂຶ້ນຈາກຜົນກະທົບຄວາມ ຂັດແຍ່ງໃນພາກພື້ນດັ່ງກ່າວ. ລັດຖະມົນຕີ...ັົີ ຮວຜທ... ຕະຫລອດຮອດພະນັກງານ-ນັກຮົບ ທົ່ວໂຮງຮຽນ ເຂົ້າຮ່ວມ. ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງ ການເມືອງໂຮງຮຽນ ໄດ້ຜ່ານແຜນ ການ, ເນື້ອໃນຂໍ້ແຂ່ງຂັນ ແລະ ຂໍ້ຕົກ ລົງຈຳນວນໜຶ່ງ ຊຶ່ງເປົ້າໝາຍ ເຂົ້າຮ່ວມຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນະ ປະຈຳປີ 2026 ທົ່ວໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ມີທັງໝົດ 8 ຫົວ ໜ່ວຍ-ກົມກອງເຂົ້າຮ່ວມປະກອບ ມີ: ຫ້ອງການເມືອງ, ຫ້ອງການ ແລະ ບໍລິຫານ, ຫ້ອງສຶກສາ, ຫ້ອງ ພະລາທິການ-ເຕັກນິກ, ກອງພັນ ທີ 1, ກອງພັນທີ 2, ພະແນກຊາວ ໜຸ່ມ ແລະ ພະແນກສະຫະພັນແມ່ ຍິງ. ຈາກນັ້ນ, ຕາງໜ້າແຕ່ລະຫົວ ໜ່ວຍ-ກົມກອງ ໄດ້ຂຶ້ນຈັບມືຮັບ ເອົາເນື້ອໃນຂໍ້ແຂ່ງຂັນ ເພື່ອພ້ອມ ກັນນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ ສໍາເລັດຕາມຄາດໝາຍທີ່ຂັ້ນເທິງ ວາງໄວ້. ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ມີຄຳ ເຫັນໂອ້ລົມ ແລະ ກ່າວເປີດຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ ປະຈຳປີ 2026 ຢ່າງເປັນທາງການ, ພ້ອມ ນີ້ຍັງໄດ້ເນັ້ນໜັກໃຫ້ຄະນະພັກຄະນະບັນຊາ, ບັນດາພະແນກການ ທຸກຂັ້ນຈົ່ງພ້ອມກັນນໍາເອົາເນື້ອໃນ ຂໍ້ແຂ່ງຂັັນໄປຈັດຕັ້ງຜັນຂະຫຍາຍ ໃຫ້ເຂົ້າສູ່ລວງເລິກ ໂດຍຕິດພັນ ກັບໜ້າທີ່ການເມືອງຂອງກົມກອງ ແລະ ເປັນເຈົ້າການຊຸກຍູ້ສົ່ງເສີມ ການເຄື່ອນໄຫວປະຕິບັດບັນດາຂໍ້ ກຳນົດ, ກົດລະບຽບຕ່າງໆໃຫ້ເຂັ້ມ ງວດ, ສົ່ງເສີມວຽກງານຂະບວນ ການຕ່າງໆ, ເພີ່ມຄວາມສາມັກຄີ, ມີຈິດໃຈຮັກຊາດ ແລະ ຮັກປະຊາ ຊົນ, ປັບປຸງແບບແຜນວິທີນຳພາບັນຊາໃຫ້ມີຄວາມເປັນເອກະພາບ, ຮັດກຸມ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ແລະ ກໍ່ສ້າງກົມກອງໃຫ້ກາຍເປັນ ກົມກອງ 3 ປອດ, ກົມກອງວັດທະ ນະທຳ ແລະ ກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເຮັດ ໃຫ້ກົມກອງມີຄວາມໜັກແໜ້ນແລະ ມີຄວາມສະຫງົບໂດຍພື້ນຖານ. ຂ່າວ: ໂອລິນ ມິ່ງມີໄຊ ຄວາມສາມັກຄີຕິດພັນກັບການເສີມ ຂະຫຍາຍມູນເຊື້ອ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປລ ສາ ມາດຜັນຂະຫຍາຍເຂົ້າສູ່ຂະບວນ ການວຽກງານຕົວຈິງ, ເປັນເຈົ້າ ການປະຕິບັດລະບຽບກົດໝາຍ, ສືບ ຕໍ່ປັບປຸງແບບແຜນການນຳພາ, ວິທີ ເຮັດວຽກຂອງຄະນະຊາວໜຸ່ມແຕ່ ລະຂັ້ນໃຫ້ສອດຄ່ອງ, ຮັບປະກັນປະ ສິດທິພາບ ແລະ ປະສິດທິຜົນ ກ້າວ ຂຶ້ນເປັນເສນາທິການທີ່ດີໃນທຸກຂົງ ເຂດວຽກງານ, ຍູ້ແຮງການຈັດຕັ້ງ ປະຕິບັດວຽກງານຊາວໜຸ່ມ ຕິດພັນ ກັບການປະຕິບັດໜ້າທີ່ເສນາທິການ ຂອງຫ້ອງວ່າການສູນກາງພັກ ເພື່ອ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງບັນດາໜ່ວຍພັກຮາກຖານ ແລະ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຫ້ອງວ່າການ ສູນກາງພັກ ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນໜັກແໜ້ນເລິກເຊິ່ງ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ຄະນະບໍລິຫານງານຊາວໜຸ່ມ...ໍິຸ່ ອົງທີ 2 ໃນຈຳນວນ 4 ພະອົງ ແລະ ເປັນພະລາຊະໂອລົດອົງດຽວຂອງ ພະບາດສົມເດັດພະມະຫາພູມິພົນ ອະດຸນຍະເດດ (ລາຊະການທີ 9) ແລະ ສົມເດັດ ພະນາງເຈົ້າ ສິຣິກິດ. ໃນວັນທີ 28 ທັນວາ 1972 (ພ.ສ 2515), ພະບາດສົມເດັດພະ ມະຫາພູມິພົນ ອະດຸນຍະເດດ ໄດ້ມີພຣະປະສົງຈັດຕັ້ງພິທີສະຖາປະນາ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນ ເປັນມົງກຸດລາຊະ ກຸມມານ ແຫ່ງ ລາຊະອານາຈັກໄທ ພ້ອມປະທານພຣະຣາຊະນາມວ່າ: ສົມເດັດພຣະບໍຣົມໂອສາທິຣາດ ເຈົ້າຟ້າມະຫາວະຊິຣາລົງກອນ ສະຫຍາມ ມົງກຸດລາຊະກຸມານ. ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ມີ ພະທິດາ 2 ພະອົງ ແລະ ພະໂອຣົດ 1 ພະອົງ: 1. ສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ, ປະສູດໃນ ວັນທີ 7 ທັນວາ 1978 (ພສ 2521). 2. ສົມເດັດ ພະເຈົ້າລູກເທີ ເຈົ້າຟ້າສິຣິວັນວະຣີ ນາຣີລັດ, ປະສູດໃນ ວັນທີ 8 ມັງກອນ 1987 (ພສ 1530). 3. ສົມເດັດ ພະເຈົ້າລູກຍາເທີ ເຈົ້າຟ້າທີປັງກອນ ຣັດສະໝີໂຊດ, ປະ ສູດໃນວັນທີ 29 ເມສາ 2005 (ພສ 2548). ອອປສ... ຂອງ ສະຫາຍ ນາງ ພອນທິບ ສາ ວະລີ ຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ຜູ້ຊີ້ນໍາສາມອົງ ການຈັດຕັ້ງມະຫາຊົນ ອົງການໄອ ຍະການປະຊາຊົນສູງສຸດ, ມີຄະນະ ບໍລິຫານງານສະຫະພັນກໍາມະ ບານ, ຄະນະບໍລິຫານງານສະຫະ ພັນແມ່ຍິງ ແລະ ສະມາຊິກຊາວໜຸ່ມ ຂອງອົງການໄອຍະການປະຊາຊົນ ສູງສຸດ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ອຸດົມ ລິດ ຈັນທະຈັກ ເລຂາຄະນະບໍລິ ຫານງານຊາວໜຸ່ມປະຊາຊົນປະຕິ ວັດລາວ ອົງການໄອຍະການປະ ຊາຊົນສູງສຸດ ໄດ້ຕາງໜ້າໃຫ້ຄະນະ ບໍລິຫານງານຊາວໜຸ່ມ ອົງການໄອ ຍະການປະຊາຊົນສູງສຸດເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງ ທີ IX ແລະ ມະຕິກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ຄັ້ງທີ V ຂອງ ອົງການໄອຍະການປະຊາຊົນສູງ ສຸດ. ຈາກນັ້ນ, ສະຫາຍ ປະສົງສິດ ໄຊສົມເພັດ ຮອງເລຂາຊາວໜຸ່ມ ຄະນະບໍລິຫານງານຊາວໜຸ່ມປະ ຊາຊົນປະຕິວັດລາວ ອອປສ ໄດ້ ເຜີຍແຜ່, ເຊື່ອມຊຶມກົດລະບຽບ ຂອງຄະນະຊາວໜຸ່ມປະຊາຊົນປະ ຕິວັດລາວ ສະໄໝທີ IX. ໂອກາດນີ້, ສະຫາຍ ນາງ ພອນທິບ ສາວະລີ ໄດ້ມີຄຳເຫັນ ໂອ້ລົມ ເພື່ອເປັນທິດຊີ້ນໍາໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໝຸ່ມ ອົງການໄອຍະ ການປະຊາຊົນສູງສຸດ ໃນຕໍ່ໜ້າ ໂດຍເນັ້ນໃຫ້ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ອົງການໄອຍະການປະຊາຊົນສູງ ສຸດ ຕ້ອງເອົາໃຈໃສ່ຄົ້ນຄວ້າ, ເຊື່ອມ ຊຶມ, ກຳແໜ້ນຢ່າງເລິກເຊິ່ງ ຕໍ່ຜົນ ສຳເລັດຂອງກອງປະຊຸມໃນຄັ້ງ ນີ້ ກໍຄື ມະຕິຂອງກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ແລ້ວ ຫັນເປັນແຜນງານ, ໂຄງການ, ກິດ ຈະກຳລະອຽດ ເພື່ອຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງ; ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ແກ່ ອ້າຍນ້ອງຊາວໜຸ່ມຍິງ-ຊາຍ ພາຍ ໃນອົງການເປັນປົກກະຕິ, ເລິກເຊິ່ງ, ທົ່ວເຖິງ ແລະ ດໍາເນີນດ້ວຍຫລາຍ ວິທີ ແນໃສ່ສ້າງໃຫ້ສະມາຊິກຊາວ ໜຸ່ມ ພາຍໃນອົງການ ມີນໍ້າໃຈຮັກ ຊາດ, ມີຄວາມເຊື່ອໝັ້ນຕໍ່ແນວທາງ ນະໂຍບາຍ ແລະ ການນໍາພາຂອງ ພັກ, ຍົກສູງສະຕິລະວັງຕົວ ເພື່ອ ຕ້ານທຸກກົນອຸບາຍຫັນປ່ຽນໂດຍ ສັນຕິ ຂອງພວກຄົນບໍ່ດີ, ເຕົ້າໂຮມ ຄວາມສາມັກຄີໃຫ້ເປັນປຶກແຜ່ນ ແໜ້ນໜາ, ກໍາແໜ້ນພາລະບົດບາດ ແລະ ສິດເປັນເຈົ້າຂອງປະເທດ ຊາດ, ເສີມຂະຫຍາຍຄຸນສົມບັດ ສິນທຳປະຕິວັດ, ທັງຮູ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນ ດີງາມຂອງຊາດ ແລະ ອ້າຍນ້ອງ ຊາວໜຸ່ມຮຸ່ນກ່ອນ; ເອົາໃຈໃສ່ເສີມ ຂະຫຍາຍທ່າແຮງບົ່ມຊ້ອນຂອງ ອ້າຍນ້ອງຊາວໜຸ່ມຍິງ-ຊາຍ ເພື່ອ ເຄື່ອນໄຫວວຽກງານຕາມຄວາມ ຮູ້, ຄວາມສາມາດທັງເປັນການ ຍົກສູງພາລະບົດບາດຂອງອ້າຍ ນ້ອງຊາວໜຸ່ມຍິງ-ຊາຍ ພາຍໃນ ອົງການໄອຍະການປະຊາຊົນສູງ ສຸດ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ; ປັບປຸງ, ສັບຊ້ອນບັນດາໜ່ວຍ ຊາວໜຸ່ມ ອົງການໄອຍະການປະ ຊາຊົນສູງສຸດ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງໃນທຸກດ້ານ, ເຕົ້າ ໂຮມກໍາລັງແຮງສະຕິປັນຍາ ຕັ້ງ ໜ້າປະຕິບັດວຽກງານວິຊາສະ ເພາະຕິດພັນກັບຂະບວນການ ຮັກຊາດ ແລະ ພັດທະນາ ດ້ວຍຄໍາ ຂວັນ 3 ມີ, 4 ຮັບປະກັນ ຂອງອົງ ການໄອຍະການປະຊາຊົນ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຄະນະ ບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ບັນລຸຕາມລະດັບ ຄາດໝາຍ; ປຸກລະດົມກໍາລັງແຮງ ຂອງສະມາຊິກຊາວໜຸ່ມ ເຂົ້າຮ່ວມ ຂະບວນການຕ່າງໆ ໃຫ້ເປັນຮູບ ປະທໍາຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ ການນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ຂອງຄະນະບໍລິຫານ ງານຊາວໜຸ່ມປະຊາຊົນປະຕິວັດ ລາວ ພ້ອມກັບການປະຕິບັດຄໍາ ຂວັນຂອງອົງການໄອຍະການ ປະຊາຊົນໃຫ້ມີຜົນສໍາເລັດແຕ່ລະ ໄລຍະ. ຂ່າວ-ພາບ: ອອປສ

16/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp -k;r5 f Ij ;,gmmv's]+ rtr5 fmtI6 [ ເປີດໂຄງການ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ສຳມະນາ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສິລະປິນແຫ່ງຊາດ, ນັກຄົ້ນຄວ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ການສໍາມະນາດັ່ງກ່າວຈັດຂຶ້ນ ເປັນຄັ້ງທຳອິດ ຊຶ່ງຜູ້ເຂົ້າຮ່ວມ ກໍຄື ນັກວິຊາການ ໄດ້ຍົກບັນຫາສຳຄັນ ຂອງວຽກງານການພັດທະນາດ້ານ ສິລະປະ ເປັນຕົ້ນ ການຂາດແຄນຄູ- ອາຈານ ແລະ ຜູ້ສືບທອດດ້ານດົນຕີ ພື້ນເມືອງລາວ, ນະໂຍບາຍການ ສົ່ງເສີມສິລະປິນລາວ, ການເກັບ ກຳຂໍ້ມູນເພື່ອບັນທຶກປະຫວັດສາດ ດົນຕີລາວ ແລະ ການສະເໜີໃຫ້ ແຄນລາວເຂົ້າສູ່ຫລັກສູດການ ຮຽນ-ການສອນ ແລະ ສຳຄັນ ທີ່ສຸດແມ່ນການຄົ້ນຄວ້າສະເໜີບົດ ເພງທີ່ຊົງຄຸນຄ່າຂອງລາວ ເພື່ອ ຄັດເອົາ 10 ບົດເພງ ທີ່ຈະນໍາມາ ປະພັນດົນຕີຄືນໃໝ່ ໃນຮູບແບບ ຮ່ວມສະໄໝແນວ ເ ພງ Ep i c Orchestra ໂດຍນັກປະພັນດົນຕີ ອັນດັບຕົ້ນໆລາວ, ເມື່ອສຳເລັດ ການປະພັນ ເດິ ເປຍນິສ ວຽງຈັນ ຈະຈັດການສະແດງຄອນເສີດໃຫຍ່ ອໍແກັສຕາປະຈຳປີຂຶ້ນ ໃນວັນທີ 28 ມິຖຸນາ 2026 ທີ່ຈະມາເຖິງ ນີ້ ໃຫ້ມວນຊົນໄດ້ຮັບຊົມຢ່າງ ກວ້າງຂວາງ. ບັນດາຜູ້ໃຫ້ທຶນ...ັູ້້ຶ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ອຳນວຍການອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ ລົງຢ້ຽມຢາມກິດຈະກຳ ທີ່ທັງສອງ ພາກສ່ວນໃຫ້ການສະໜັບສະໜູນ ຢູ່ ເມືອງລະມາມ ແລະ ເມືອງທ່າແຕງ ແຂວງເຊກອງ. ໂອກາດນີ້, ຄະນະຜູ້ແທນດັ່ງ ກ່າວ ກໍໄດ້ເຂົ້າພົບປະກັບ ທ່ານ ຂັນຕີ ສີລະວົງສາ ປະທານຄະນະ ກຳມະການປົກຄອງແຂວງເຊກອງ ເພື່ອລາຍງານຈຸດປະສົງຂອງການ ມາເຄື່ອນໄຫວວຽກງານຄັ້ງນີ້ ຊຶ່ງກິດຈະກຳຫລັກຂອງອົງການ ອາຫານໂລກ ທີ່ຈັດຕັ້ງປະຕິບັດຢູ່ ແຂວງເຊກອງ ປະກອບມີ: ອາຫານ ທ່ຽງໃນໂຮງຮຽນ ແລະ ການເຊື່ອມ ໂຍງຊາວກະສິກອນກັບໂຮງຮຽນ ໂດຍຜ່ານການສະໜອງອາຫານ ພາຍໃນທ້ອງຖິ່ນ; ກິດຈະກຳທີ່ຕິດ ປະຈຳ ສປປ ລາວ, ທ່ານ ບໍ່ແສງຄຳ ວົງດາລາ ປະທານຄະນະກຳມະ ການດ້ານວັດທະນະທຳ-ສັງຄົມ ສະພາທິດສະດີສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ນາງ ມຸກດາວັນ ຄັດທິຍະ ປະທານບໍລິສັດ The Pianist Vientiane ໄດ້ໃຫ້ຮູ້ວ່າ: ເດິ ເປຣຍນິສ ວຽງຈັນ ໄດ້ກ້າວເຂົ້າ ສູ່ປີທີ 6 ໃນການບຸກເບີກສ້າງສັນ ຜົນງານ ແລະ ສ້າງກິດຈະກຳທີ່ ຕິດພັນກັບການພັດທະນາດົນຕີປະ ສານສຽງອໍແກັສຕາ ທີ່ກໍ່ຕັ້ງຂຶ້ນ ໂດຍກຸ່ມຄົນທີ່ມີຄວາມສາມາດດ້ານ ດົນຕີສາກົນ ແລະ ມີຈິດໃຈມັກຮັກ ໃນດົນຕີປະສານສຽງ. ຜ່ານການ ຝຶກຝົນຫລໍ່ຫລອມ ແລະ ພັດທະນາ ຕົນເອງຢ່າງບໍ່ຢຸດຢັ້ງ ໂດຍຢຶດຖື ແນວຄວາມຄິດ “ພັດທະນາ ແຕ່ບໍ່ ລືມຄວາມເປັນລາວ”, ໝາຍເຖິງ ການນໍາສະເໜີເຄື່ອງດົນຕີພື້ນເມືອງ ລາວ ໃນຮູບແບບການບັນເລງ ດົນຕີປະສານສຽງອໍແກັສຕາແບບ ສາກົນ, ນຳມາປະສົມປະສານຢ່າງ ລົງຕົວ ເພື່ອເຮັດໃຫ້ຄົນຕ່າງປະເທດ ໄດ້ສຳຜັດເຖິງຄວາມສວຍງາມ ອັນເປັນເອກະລັກຂອງສິລະປະວັດທະນະທຳລາວ ກໍຄື ດົນຕີລາວ ແລະ ເຮັດໃຫ້ຄົນລາວໄດ້ຮຽນຮູ້ ແລະ ເຂົ້າເຖິງດົນຕີສາກົນອໍແກັສຕາ ຫລາຍຂຶ້ນ. ສະເພາະປີ 2026 ນີ້, The Pianist Vientiane ໄດ້ຮັບທຶນ ສະໜັບສະໜູນຈາກອົງການເພື່ອ ການພັດທະນາ ແລະ ການຮ່ວມມື ປະເທດສະວິດ ຫລື SDC ເພື່ອດໍາ ເນີນ 3 ກິດຈະກໍາຫລັກຄື: ສໍາມະ ນາວິທະຍາສາດເພື່ອຮ່ວມກັນແລກ ປ່ຽນປະສົບການ ແລະ ທິດທາງ ການພັດທະນາໃນຕໍ່ໜ້າ ໃນຂົງເຂດ ວຽກງານສິລະປະວັດທະນະທຳ ແລະ ພ້ອມທັງຄັດເລືອກບົດເພງອັນ ຊົງຄຸນຄ່າຂອງລາວ ເພື່ອນຳມາ ປະພັນດົນຕີຄືນໃໝ່ ຈຳນວນ 10 ບົດເພງ ຜ່ານການແລກປ່ຽນກັບບັນ ດາອາຈານຜູ້ຊົງຄຸນນະວຸດດ້ານ ດົນຕີລາວຜ່ານມາ; ເຜີຍແຜ່ຄວາມ ຮູ້ດ້ານດົນຕີຢູ່ຕ່າງແຂວງເພື່ອເຜີຍ ແຜ່ຄວາມຮູ້, ແລກປ່ຽນປະສົບ ການ, ຈັດການສະແດງເພື່ອສ້າງ ແຮງບັນດານໃຈໃຫ້ແກ່ເດັກນ້ອຍ ຍຸກໃໝ່ໄດ້ມີຈິນຕະນາການ ແລະ ຄວາມຝັນທີ່ຈະເປັນສິລະປິນມືອາ ຊີບ; ການຈັດສະແດງຄອນເສີດ ປະຈຳປີ ຂອງ The Pianist Vientiane ໂດຍຈະນຳເອົາ 10 ບົດເພງ ທີ່ໄດ້ປະພັນດົນຕີໃໝ່ມາ ສະແດງສົດໃຫ້ມວນຊົນໄດ້ຮັບຊົມ. ຈຸດພິເສດຂອງຄອນເສີດໃນຄັ້ງນີ້ ເປັນຄອນເສີດເພື່ອການກຸສົນ ໂດຍ ລາຍໄດ້ຈາກການຂາຍບັດຄອນເສີດ ທັງໝົດ ຈະນຳມາບູລະນະສ້ອມ ແປງຫ້ອງຊ້ອມເປຍໂນ ແລະ ຊື້ອຸປະ ກອນດົນຕີທີ່ຍັງບໍ່ພຽງພໍໃຫ້ແກ່ ວິທະຍາໄລສິລະປະແຫ່ງຊາດ ຊຶ່ງ ເປັນບ່ອນສຳຄັນໃນການກໍ່ສ້າງບຸກ ຄະລາກອນດ້ານສິລະປະຂອງຊາດ. ຄອນເສີດໃນຄັ້ງນີ້ SDC ຍັງ ໄດ້ເຊື້ອເຊີນນັກໄວໂອລິນທີ່ມີຊື່ ສຽງຈາກປະເທດສະວິດ ເພື່ອເຂົ້າ ຮ່ວມສະແດງບັນເລງເພງລາວກັບ ພວກເຮົາ ແລະ ຈະຈັດ Viol in Master Class ໃຫ້ແກ່ສິລະປິນ ແລະນັກຮຽນViolinຂອງລາວຕື່ມ ອີກ. ພ້ອມນີ້, ເດິ ເປຣຍນິສ ວຽງຈັນ ກໍຈະໄດ້ດຳເນີນກິດຈະກຳພິເສດ ກໍຄື ການຖ່າຍທຳວິດີໂອບົດເພງ ຈຳປາເມືອງລາວ ທີ່ແຂວງຈຳປາ ສັກ ໃນທ້າຍປີ 2026 ນີ້ ຊຶ່ງເປັນ ອີກຜົນງານໜຶ່ງທີ່ມີເປົ້າໝາຍສົ່ງ ເສີມ-ໂຄສະນາແຫລ່ງທ່ອງທ່ຽວທີ່ ສຳຄັນຂອງ ແຂວງຈຳປາສັກ ແລະ ເປັນການໂຄສະນາເຜີຍແຜ່ດ້ານວັດ ທະນະທຳ, ການທ່ອງທ່ຽວ ຂອງ ສປປ ລາວ ຜ່ານດົນຕີອໍແກັສຕາ ອີກດ້ວຍ. ເຊື່ອມຕໍ່ກັບຕະຫລາດ, ລວມທັງ ວຽກປິ່ນອ້ອມດ້ານບົດບາດຍິງຊາຍ, ຜູ້ທີ່ມີຄວາມບົກຜ່ອງທາງ ຮ່າງກາຍ, ການມີສ່ວນຮ່ວມຂອງ ທຸກພາກສ່ວນ ແລະ ການປົກປ້ອງ ທີ່ຖືກເຊື່ອມເຂົ້າໃນທຸກໆກິດຈະກຳ. ການລົງເຄື່ອນໄຫວຄັ້ງນີ້, ຄະ ນະຜູ້ແທນ ໄດ້ໄປຢ້ຽມຢາມໂຮງ ຮຽນປະຖົມບ້ານຈະກຳໃຫຍ່ ເມືອງ ທ່າແຕງ ໂດຍ ທ່ານ ພິດທະນູສອນ ຄຳພູວົງ ອຳນວຍການໂຮງຮຽນ ປະຖົມບ້ານຈະກຳໃຫຍ່ ໄດ້ລາຍ ງານສະພາບໂດຍລວມຂອງໂຮງ ຮຽນພາຍຫລັງໄດ້ຮັບໂຄງການ ອາຫານທ່ຽງ ໃນປີ 2022 ເປັນຕົ້ນ ມາ ເຫັນໄດ້ວ່າ ຈຳນວນນັກຮຽນ ແມ່ນເພີ່ມຂຶ້ນແຕ່ລະປີ ໂດຍສະເພາະ ການສຶກສາກ່ອນໄວຮຽນ ເຂົາເຈົ້າ ມີຄວາມກະຕືລືລົ້ນໃນການກິນອາ ຫານທ່ຽງໃນໂຮງຮຽນ, ຜົນການ ຮຽນກໍມີການພັດທະນາດີຂຶ້ນ, ອັດ ຕາການປະລະການຮຽນກໍຫລຸດລົງ ຖ້າທຽບໃສ່ເມື່ອກ່ອນ. ໃນສົກຮຽນ 2025-2026 ນີ້, ມີນັກຮຽນ 125 ຄົນ, ຍິງ 66 ຄົນ, ທຽບໃສ່ສົກຮຽນ ຜ່ານມາ ແມ່ນເພີ່ມຂຶ້ນ. ຈາກນັ້ນ, ຜູ້ແທນດັ່ງກ່າວ ກໍ ໄດ້ສືບຕໍ່ຕິດຕາມເບິ່ງກິດຈະກຳ ການປູກຜັກ ແລະ ລ້ຽງໄກ່ພັນໄຂ່ ຂອງຊາວກະສິກອນ ທີ່ສະໜອງໃຫ້ ກິດຈະກຳອາຫານທ່ຽງໃນໂຮງ ຮຽນ, ພ້ອມທັງໄດ້ຮັບຟັງການລາຍ ງານສະພາບການຜະລິດພືດຜັກ ຂອງກຸ່ມຊາວກະສິກອນ ຈາກກຸ່ມ ຊາວກະສິກອນ ຊຶ່ງກິດຈະກຳການ ປູກຜັກ ແລະ ລ້ຽງໄກ່ພັນໄຂ່ ກໍແມ່ນ ກິດຈະກໍາໜຶ່ງທີ່ໄດ້ຮັບການສະໜັບ ສະໜູນຈາກອົງການອາຫານໂລກ ເປັນຕົ້ນ ການຝຶກອົບຮົມວິທີປູກຝັງ, ລ້ຽງສັດ, ອຸປະກອນການຜະລິດ, ແນວພັນພືດ, ເຮືອນຮົ່ມ ແລະ ອື່ນໆ. ຂ່າວ-ພາບ: ວິນນາລີ ຂປລ. ສຳນັກປະຕິບັດວິປັດ ສະນາກຳມະຖານ ວັດປ່ານາຄູນ ນ້ອຍ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຈັດພິທີເທທອງຫລໍ່ ພະພຸດທະຮູບ 6 ອົງ ເພື່ອປະດິດ ສະຖານໄວ້ວັດປ່ານາຄູນນ້ອຍ ໃນ ວັນທີ 14 ມີນາ 2026 ນີ້, ນຳໂດຍ ພະອາຈານໃຫຍ່ ມະຫາເວດ ມະເສ ໄນ ປະທານສູນກາງອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີພະເຖລານຸເຖລະ, ເຈົ້າ ພາບ, ເຈົ້າສັດທາ, ພ້ອມດ້ວຍພຸດ ທະສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ. ໂອກາດນີ້, ພະອາຈານໃຫຍ່ ສີ ທົນ ໄຊຍະວົງສອນ ເຈົ້າອະທິການ ວັດປ່ານາຄູນນ້ອຍ ໄດ້ໃຫ້ຮູ້ວ່າ: ພະ ພຸດທະຮູບ 6 ອົງ ທີ່ຫລໍ່ໃນຄັ້ງນີ້, ມີ ພະພຸດທະຮູບ ປາງສໍາມະທິ ແລະ ປາງຊະນະມານ, ພາຍຫລັງຫລໍ່ສຳ ເລັດ ຈະໄດ້ສືບຕໍ່ຈັດພິທີກຳທາງພຸດ ທະສາສະໜາ ກໍຄື ສູດສົມໂພດພະ, ຫລັງຈາກນັ້ນ, ຈະນໍາໄປປະດິດສະ ຖານໄວ້ປະຕູໂຂງເຂົ້າວັດປ່ານາຄູນ ນ້ອຍ ເພື່ອເປັນສິລິມຸງຄຸນ, ປະຕິບັດ ຕາມຮີດຄອງປະເພນີລາວ. ການຫລໍ່ພະພຸດທະຮູບ ເປັນພິທີ ກຳ ແລະ ປະເພນີອັນດີງາມ ຂອງ ຊາດລາວເຮົາ ທີ່ໄດ້ປະຕິບັດກັນ ມາແຕ່ດົນນານ ເພື່ອໃຫ້ລູກຫລານ ຊາວພຸດ ທີ່ມີຈິດໃຈເຫລື້ອມໃສສັດ ທາ ໄດ້ມາກາບໄຫວ້ສັກກະລະບູຊາ ເພື່ອເປັນບຸນເປັນກຸສົນ, ຍຶດໜ່ຽວ ຈິດໃຈ ໃຫ້ຢູ່ໃນຄວາມສະຫງົບ, ໂປ່ງໃສ, ມີສິນ, ມີທຳ, ຄິດດີ, ທຳ ດີ, ປະຕິບັດແຕ່ສິ່ງດີໆ. ທັງເປັນການ ເຕົ້າໂຮມຊາວພຸດທະສາສະນິກະ ຊົນລາວບັນດາເຜົ່າ ໃຫ້ມີຄວາມ ສາມັກຄີປອງດອງ, ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ເພື່ອຄ້ຳຈູນພະພຸດ ທະສາສະໜາໃຫ້ຈະເລີນງອກງາມ ເປັນທີ່ເພິ່ງທາງໃຈຂອງຊາວພຸດ ລາວບັນດາເຜົ່າຕະຫລອດໄປ. ສຳລັບ ຕອນເຊົ້າວັນທີ 15 ມີນາ 2026 ຊາວພຸດທະສາສະນິກະຊົນ ລາວບັນດາເຜົ່າ ຍັງໄດ້ຮ່ວມໃສ່ ບາດຖວາຍສັງຄະທານ ແດ່ພະສົງ 80 ອົງ ເພື່ອອຸທິດສ່ວນບຸນ, ສ່ວນ ກຸສົນ ເຖິງດວງວິນຍານຂອງບັນ ພະບູລຸດ, ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍ ເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນ ບຸນ, ເປັນກຸສົນ ແລະ ອື່ນໆ. ຂ່າວ: ທະນູທອງ ພາບ: ຂັນໄຊ ພັນກັບໂພຊະນາການ ດ້ວຍການ ສ້າງຈິດສຳນຶກ ແລະ ການຝຶກອົບ ຮົມໃຫ້ຊຸມຊົນ, ການວາງແຜນໂພ ຊະນາການຂັ້ນບ້ານ ແລະ ໂຄງການ ຊ່ວຍເຫລືອທຶນຂະໜາດນ້ອຍ; ການ ສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ກິດຈະກຳຫລຸດຜ່ອນຄວາມ ສ່ຽງຈາກໄພພິບັດ; ການຮ່ວມມື ກັບສະມາຄົມຊາວກະສິກອນລາວ, ການເຂົ້າຮ່ວມໃນເຄືອຂ່າຍສິນຄ້າ ແລະ ສະຫະກອນຜູ້ຜະລິດເພື່ອ

16/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ 75 xu ]k;{wm oE0v'g-nj v,.9F lh k'lkp.plkpz6 dra o “ ” 95 f\kpF my fmk'.odko[6 ]tot]t[v[xt-kmy xtw8xt-k-q odh k;0B ol6 j la '7q ,oy pq , ໂດຍ: ຄະນະ ບກ ຂປລ. ເດືອນທັນວາຜ່ານມາເປັນ ເດືອນທີ່ສຳຄັນຂອງສອງຊາດ ລາວ-ໄທ ເພາະເປັນວັນສະເຫລີມ ສະຫລອງວັນຊາດຂອງທັງສອງ ປະເທດໃນວັນທີ 2 ທັນວາ (ລາວ) ແລະ ວັນທີ 5 ທັນວາ (ປະເທດໄທ) ແຕ່ເດືອນທັນວາ 2025 ມີຄວາມ ພິເສດກວ່າທຸກປີຍ້ອນເປັນວັນ ຄົບຮອບ 50 ປີ ແຫ່ງການສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນທີ 19 ທັນວາ ເປັນວັນ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ລາວ-ໄທ. ໃນໂອກາດພິເສດນີ້, ກົມວິຈິດ ສິນຂອງໄທ ໄດ້ຮ່ວມກັບພາກສ່ວນ ຂອງ ສປປ ລາວ ອອກແບບກາສັນ ຍະລັກທີ່ສະທ້ອນເຖິງເອກະລັກຂອງ ທັງສອງປະເທດຄື: ດອກຄູນ ຫລື ດອກລາຊະພຶກ ຊຶ່ງແມ່ນດອກໄມ້ ປະຈຳຊາດຂອງໄທ ແລະ ດອກຈຳ ປາ ຫລື ດອກລີລາວະດີ ດອກໄມ້ ປະຈຳຊາດຂອງລາວ. ນອກຈາກນີ້, ຍັງມີພະທາດສີສອງຮັກຄຽງຄູ່ກັບ ພະທາດຫລວງວຽງຈັນ ໃນກາສັນ ຍະລັກ. ພະທາດຫລວງວຽງຈັນ ເປັນ ສະຖານທີ່ສຳຄັນທາງສາສະໜາທີ່ ແຂກຕ່າງປະເທດຕ້ອງມາສັກກາ ລະບູຊາ ແລະ ໃນວັນທີ 16 ຕຸລາ 2025, ທ່ານອະນຸທິນຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ລາຊະອາ ນາຈັກໄທ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການກໍໄດ້ມາ ສັກກາລະບູຊາພະທາດຫລວງ. ສຳລັບພະທາດສີສອງຮັກຕັ້ງຢູ່ ແຂວງເລີຍ ສ້າງຂຶ້ນໃນປີ 1560 ຂປລ.ໂຄງການການເມືອງຂອງ ພັກ ແມ່ນທິດສະດີປະຕິວັດ, ເປັນ ທວນໄຟອັນສະຫວ່າງສະໄຫວເຍືອງ ທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ ບາດກ້າວເດີນ ແລະ ບາດລ້ຽວ ທີ່ໜັກແໜ້ນໃຫ້ແກ່ພາລະກິດແຫ່ງ ການສືບຕໍ່ບູລະນະລະບອບປະຊາ ທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເນື້ອ ໃນພື້ນຖານຂອງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ ທີ່ໄດ້ບັນຈຸເຂົ້າໃນໂຄງການການ ເມືອງ ສະບັບທີ III ຂອງພັກ ໄດ້ ແກ່: ຈຸດໝາຍ, ທິດທາງ ໃນການ ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ: ພວກເຮົາຕ້ອງມີຄວາມເປັນເອກະ ພາບຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບລະບອບປະ ຊາທິປະໄຕປະຊາຊົນແມ່ນລະບອບ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ອຳນາດທັງໝົດ ເປັນຂອງປະຊາຊົນພາຍໃຕ້ການ ນຳພາຂອງພັກ. ໃນດ້ານຈຸດໝາຍ: ລະບອບປະຊາທິປະໄຕປະຊາຊົນທີ່ ປະຊາຊົນລາວບັນດາເຜົ່າສູ້ຊົນສ້າງ ໃນປັດຈຸບັນແມ່ນລະບອບສັງຄົມທີ່ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາ ມັກເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ; ເມື່ອຮອດ ປີ 2055 ທີ່ເປັນມື້ສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ຈະສູ້ຊົນສ້າງປະເທດເຮົາ ໃຫ້ເປັນປະເທດກຳລັງພັດທະນາທີ່ ມີລາຍຮັບປານກາງສູງ ແລະ ໃຫ້ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບ ສູງ, ມີລະບົບການເມືອງທີ່ເຂັ້ມ ແຂງ, ມີພື້ນຖານເສດຖະກິດທີ່ທັນ ສະໄໝ, ກຳລັງການຜະລິດໄດ້ຮັບ ການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດທີ່ ສອດຄ່ອງ ແລະ ກ້າວໜ້າ, ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສຳລານ. ທິດ ທາງຂອງການບູລະນະລະບອບ ປະຊາທິປະໄຕປະຊາຊົນກ້າວຂຶ້ນ ສູ່ສັງຄົມນິຍົມແມ່ນຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມ ແຂງຂອງພັກ ແລະ ຄະນະພັກທຸກ ຂັ້ນ, ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ລະດົມ ກຳລັງແຮງຂອງທົ່ວປວງຊົນ ເຂົ້າ ໃນການພັດທະນາເສດຖະກິດເອກະ ລາດເປັນເຈົ້າຕົນເອງ, ສ້າງສັງຄົມ ທີ່ມີຄວາມສະເໝີພາບ, ສ້າງພື້ນ ຖານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທີ່ເຂັ້ມແຂງ ແລະ ເປີດ ກວ້າງການພົວພັນຮ່ວມມືບົນພື້ນ ຖານທີ່ຮັບປະກັນດ້ານຫລັກການ ແລະ ຄວາມເປັນເຈົ້າຕົນເອງ. ສືບຕໍ່ຍູ້ແຮງການບູລະນະລະ ບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມ: ເພື່ອເຮັດໃຫ້ ຈຸດໝາຍ, ທິດທາງ ໃນການບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມໄດ້ຮັບການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງນັ້ນ ໂຄງ ການການເມືອງ ສະບັບທີ III ໄດ້ວາງ 11 ແຜນນະໂຍບາຍໃຫຍ່ດັ່ງນີ້: 1. ພັດທະນາເສດຖະກິດຕະ ຫລາດຕາມທິດສັງຄົມນິຍົມໃຫ້ ເປັນລະບົບ, ທັນສະໄໝ, ປະກອບ ດ້ວຍຫລາຍພາກສ່ວນເສດຖະກິດ, ຫລາຍຮູບແບບກຳມະສິດ, ຫລາຍ ຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫລາຍຮູບການແຈກຢາຍ, ໃນນັ້ນ ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບ ເປັນກຳລັງແຮງຂອງພື້ນຖານເສດ ຖະກິດແຫ່ງຊາດ. 2. ຫັນເປັນອຸດສາຫະກໍາ, ຫັນ ເປັນທັນສະໄໝ, ຫັນເປັນດິຈິຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ ວິທະຍາສາດ-ເຕັກໂນໂລຊີ, ເສີມ ຂະຫຍາຍທ່າແຮງໄດ້ປຽບ, ຄວາມ ສາມາດບົ່ມຊ້ອນຂອງປະເທດ; ນຳໃຊ້ເຕັກໂນໂລຊີດີຈິຕອນໃຫ້ ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫລມ. 3. ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການ ປ່ຽນແປງດິນຟ້າອາກາດ;ຍຶດໝັ້ນທິດ ນຳຖືເອົາຄວາມກົມກຽວລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມ ຕາມທິດເສດຖະກິດສີຂຽວ, ເສດ ຖະກິດໝູນວຽນ ແລະ ຍືນຍົງ. 4. ພັດທະນາວັດທະນະທຳ-ສັງ ຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີ ປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ພັດທະນາສັງຄົມຕາມທິດສັງຄົມ ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ສ້າງສັງຄົມສາມັກຄີເປັນປຶກແຜ່ນ ຂອງບັນດາເຜົ່າ; ການເຄົາລົບສິດເສລີພາບຂອງປະຊາຊົນ; ການສ້າງ ຄວາມເປັນເອກະພາບລະຫວ່າງຊັ້ນ ຄົນ; ສືບຕໍ່ປະຕິບັດທິດນຳເອົາການ ສຶກສາໄປກ່ອນກ້າວໜຶ່ງ, ເອົາການ ພັດທະນາວິທະຍາສາດ-ເຕັກໂນໂລ ຊີເປັນຂໍກຸນແຈ ເຮັດໃຫ້ການສຶກສາ ມີຄຸນນະພາບສູງຂຶ້ນ; ປະຕິບັດ ນະໂຍບາຍສາທາລະນະສຸກທົ່ວ ປວງຊົນໃຫ້ນັບມື້ທົ່ວເຖິງ ແລະ ມີ ຄຸນນະພາບສູງ. 5. ພັດທະນາຄົນລາວຢ່າງຮອບ ດ້ານ, ຕອບສະໜອງໄດ້ຄວາມຮຽກ ຮ້ອງຕ້ອງການຂອງການພັດທະ ນາປະເທດຊາດໃນໄລຍະໃໝ່; ພັດ ທະນາຄົນລາວໃຫ້ມີນໍ້າໃຈຮັກຊາດ ອັນດູດດື່ມຕິດພັນກັບການຮັກລະ ບອບໃໝ່, ມີຄວາມກະຕັນຍູຮູ້ບຸນ ຄຸນຕໍ່ບັນພະບຸລຸດຂອງຊາດ, ສ້າງ ຄົນລາວໃຫ້ເປັນຄົນສັງຄົມນິຍົມ. 6. ສ້າງເຫງົ້າພະລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານທີ່ມີຄວາມໜັກ ແໜ້ນ, ເຂັ້ມແຂງ ແລະ ມີແບບແຜນ ທັນສະໄໝດ້ວຍການຍຶດໝັ້ນແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ສ້າງຄວາມອາດສາມາດ ບົ່ມຊ້ອນໃນແຕ່ລະດ້ານ, ສ້າງທ່າ ສະໜາມປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ ພາຍໃຕ້ການ ນຳພາເດັດຂາດ, ໂດຍກົງ, ຮອບ ດ້ານຂອງພັກ. 7. ຍຶດໝັ້ນແນວທາງການຕ່າງ ປະເທດຂອງພັກ, ສ້າງເງື່ອນໄຂ ອຳນວຍໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ; ເປີດກວ້າງການພົວພັນກັບບັນດາ ປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານ ກັບປະເທດໃກ້ຄຽງ, ເພື່ອນມິດ ຍຸດທະສາດ, ດຳເນີນການເຊື່ອມ ໂຍງ-ເຊື່ອມຈອດເຂົ້າກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍ ການຮ່ວມມືແບບຫລາຍທິດ, ຫລາຍ ຝ່າຍ, ຫລາຍຮູບແບບ, ຫລາຍລະ ດັບທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ. 8. ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຮັບປະກັນການ ກຳອຳນາດຂອງພັກ ໃຫ້ມີຄວາມ ໝັ້ນຄົງ; ສ້າງຄວາມໜັກແໜ້ນດ້ານ ລະບົບແນວຄິດ-ທິດສະດີຂອງພັກ; ສ້າງອົງການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີ ນຳພາ ແລະ ການເຄື່ອນໄຫວຂອງ ການຈັດຕັ້ງພັກ ຕາມກົດລະບຽບ ຂອງພັກ, ຮັບປະກັນລັກສະນະວິ ທະຍາສາດ ແລະ ປະຕິວັດຢ່າງໜັກ ແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍ ທາງດ້ານແນວຄິດ-ການເມືອງ, ຄຸນ ສົມບັດສິນທໍາປະຕິວັດ, ແບບແຜນ ດຳລົງຊີວິດ, ບັນດາປາກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມ ຄຸນປ່ຽນທາດເອງ” ພາຍໃນພັກ; ສ້າງຖັນແຖວພະນັກງານ, ສະມາ ຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການ ເມືອງ; ຍົກສູງປະສິດທິພາບການ ຕິດຕາມກວດກາການປະຕິບັດວິໄນ ຂອງພັກ, ກົດໝາຍຂອງລັດ ຢ່າງ ເຂັ້ມງວດ. 9. ສ້າງລັດປະຊາທິປະໄຕປະຊາ ຊົນທີ່ປົກຄອງດ້ວຍກົດໝາຍ, ສ້າງ ລັດທີ່ຖືລັດຖະທຳມະນູນ ແລະ ກົດ ໝາຍມີບົດບາດສູງສຸດ, ສ້າງລັດ ທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມ ຫລັກການອຳນາດລັດເອກະພາບ, ມີການແບ່ງງານຢ່າງຈະແຈ້ງ, ສ້າງ ລັດໃຫ້ມີຄວາມໂປ່ງໃສ, ມີຄວາມ ຮັບຜິດຊອບ ແລະ ເຮັດຫລ້ອນ ພັນທະຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນ ປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ. 10. ເສີມຂະຫຍາຍມະຫາສາມັກ ຄີທົ່ວປວງຊົນ, ປະຕິບັດແນວທາງ ມະຫາສາມັກຄີທົ່ວປວງຊົນຢ່າງ ໜັກແໜ້ນ; ປ່ຽນແປງໃໝ່ແບບແຜນ ວິທີເຮັດວຽກກັບມະຫາຊົນ, ວິທີປຸກ ລະດົມຂົນຂວາຍມະຫາຊົນ; ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາ ຊົນໃຫ້ເຄື່ອນໄຫວຖືກຕ້ອງຕາມ ພາລະບົດບາດ, ໜ້າທີ່ຂອງຕົນ. 11. ເສີມຂະຫຍາຍສິດເປັນ ເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນ ໂດຍເປີດໂອກາດໃຫ້ປະ ຊາຊົນໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງຂອງພັກ ແລະ ກົດໝາຍຂອງລັດ ຕາມທິດ ທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນ ປຶກສາຫາລື, ປະຊາຊົນເຂົ້າຮ່ວມ ຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ ກວດກາ ແລະ ປະຊາຊົນໄດ້ຮັບຜົນ ປະໂຫຍດຢ່າງຊອບທຳ. ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ໂດຍ: ທ່ານ ນາງ ຄຣອງຂະນິດ ່ິ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ັີັູ່ ລາຊະອານາຈັກໄທ ປະຈຳ ສປປ ລາວັ ເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 (ວຽງຈັນ-ໜອງຄາຍ) ໂດຍການເປັນີ້ົິ່ີັັ ປະທານຮ່ວມລະຫວ່າງທ່ານ ໜູຮັກ ພູມສະຫວັນ ແລະ ພະບາດສົມເດັດ ພຣະບໍຣົມຊະູ່່່ັູັົັໍົ ນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ປີ 1994ິູິົຸໍົໍິີ ເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໂດຍການເປັນປະທານຮ່ວມລະຫວ່າງີ ດ້ ຂົວິ ດ່ ງີ ໍ ລິຄຶ ງັ ນ່ ວ່ າ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະບ​ າດສົມເ​ ດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ່ າຸ ນີ ສຸລິດ່ ງົ ມັ ດິ ຣົ້ າົ້ າູ່ ຫົວ່ ງ ລາຊະ​ອານາຈັກໄທ, ປີ 2025 ​ອັ ກີ (ພສ 2103) ເພື່ອເປັນການຢັ້ງ ຢືນເຖິງສາຍພົວພັນມິດຕະພາບ ລະຫວ່າງອານາຈັກອະຍຸທະຍາ ແລະ ອານາຈັກລ້ານຊ້າງ ເປັນຫລັກ ຖານສະແດງໃຫ້ເຫັນວ່າສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ມີມາແຕ່ບູຮານນະການ ຍາວນານຫລາຍສະຕະວັດ. ສາຍພົວພັນອັນຍາວນານລະ ຫວ່າງ ລາວ-ໄທ, ໄທ-ລາວ ໄດ້ ເປັນມູນເຊື້ອໃນການສ້າງຕັ້ງສາຍ ພົວພັນທາງການທູດລະຫວ່າງສອງ ປະເທດໃນວັນທີ 19 ທັນວາ 1950 ຍິ່ງນັບມື້ນັບໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະ ເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງ” ໃນປີ 2022. ລາວ-ໄທ ໄດ້ມີການພົວພັນ ຮ່ວມມື ແລະ ແລກປ່ຽນການຢ້ຽມ ຢາມໃນທຸກລະດັບ, ໂດຍສະເພາະ ແມ່ນການປະກອບສ່ວນອັນລ້ຳ ຄ່າຂອງລາຊະວົງໄທ ໃນການພົວ ພັນ ໄທ-ລາວ. ເຫດການສໍາຄັນ ອັນໜຶ່ງແມ່ນການຢ້ຽມຢາມຂອງ ພະບາດສົມເດັດ ພຣະບໍຣົມຊະນະ ກາທິເບດ ມະຫາພູມິພົນອະດຸນຍະ ເດດມະຫາຣາດ ບໍຣົມມະນາດບໍພິດ ໄດ້ສະເດັດເປັນປະທານຮ່ວມໃນພິທີ ເປີດນໍາໃຊ້ຂົວມິດຕະພາບ ລາວໄທ, ແຫ່ງທຳອິດ (ວຽງຈັນ-ໜອງ ຄາຍ) ຮ່ວມກັບປະທານ ໜູຮັກ ພູມສະຫວັນ, ພ້ອມທັງໄດ້ສະເດັດ ຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນວັນທີ 8-9 ເມສາ 1994 ແລະ ໄດ້ເປັນປະທານຮ່ວມໃນພິທີ ເປີດໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍ ຊອນ-ຫ້ວຍຊົ້ວ (ຫລັກ 22) ຊຶ່ງ ເປັນໂຄງການໃນພະລາຊະດຳລິ ໃນ ສປປ ລາວ ແຫ່ງທໍາອິດ ໂດຍ ການນໍາເອົາແບບຢ່າງຂອງສູນ ສຶກສາການພັດທະນາຫ້ວຍຮ່ອງ ໄຄ້ ອັນເນື່ອງມາຈາກພະລາຊະດຳ ລິ, ເມືອງດອຍສະເກັດ ແຂວງຊຽງ ໃໝ່, ປະເທດໄທ ມາຈັດຕັ້ງປະຕິບັດ ຢູ່ ສປປ ລາວ. ໃນປີ 2025 ຊຶ່ງເປັນ ປີຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງ ລາວ-ໄທ, ໄທ-ລາວ ໄດ້ມີເຫດການ ປະຫວັດສາດທີ່ສຳຄັນທີ່ສຸດແມ່ນ ຝັ່ງແມ່ນ້ຳຂອງ, ອຳນວຍຄວາມ ສະດວກໃນການໄປມາຫາສູ່ກັນ, ສ້າງໂອກາດທາງການຄ້າ ແລະ ການລົງທຶນ ພ້ອມທັງໄດ້ເຮັດໃຫ້ ຊາຍແດນ ລາວ-ໄທ, ໄທ-ລາວ ກາຍເປັນຊາຍແດນທີ່ມີທ່າແຮງສູງ, ຍົກລະດັບຄຸນນະພາບຊີວິດການ ເປັນຢູ່ຂອງປະຊາຊົນ, ເປີດປະຕູ ເສດຖະກິດສູ່ອະນຸພາກພື້ນແມ່ນ້ຳ ຂອງ ແລະ ຂັບເຄື່ອນສາຍພົວພັນ ທີ່ແໜ້ນແຟ້ນລະຫວ່າງ ລາວ-ໄທ, ໄທ-ລາວ ໃຫ້ກ້າວໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງພາຍໃຕ້ວິໄສທັດ ຮ່ວມກັນໃນການເຊື່ອມໂຍງ ແລະ ເຊື່ອມຈອດ. ລາວ-ໄທ ມີຊາຍແດນຮ່ວມກັນ ປະມານ 1.800 ກິໂລແມັດ, ໂດຍ ມີແມ່ນ້ຳຂອງເປັນຊາຍແດນຫລາຍ ກວ່າເຄິ່ງໜຶ່ງ. ຂົວມິດຕະພາບ ລາວ-ໄທ ທຸກແຫ່ງໄດ້ນຳຜົນປະ ໂຫຍດໂດຍກົງມາສູ່ປະຊາຊົນທີ່ ອາໄສຢູ່ຕາມຊາຍແດນລຽບແມ່ ນ້ຳຂອງ. ໃນປີ 2024, ມູນຄ່າ ການຄ້າລະຫວ່າງປະເທດບັນລຸ ໄດ້ 290.000 ລ້ານບາດ (8,28 ຕື້ໂດລາສະຫະລັດ). ໃນນັ້ນ, 98% ແມ່ນການຄ້າຊາຍແດນ, ເຮັດໃຫ້ ໄທກາຍເປັນຄູ່ຄ້າອັນດັບໜຶ່ງຂອງ ລາວ. ປັດຈຸບັນທັງສອງຝ່າຍມີ ເປົ້າໝາຍທີ່ຈະເພີ່ມມູນຄ່າການ ຄ້າໃຫ້ໄດ້ 350.000 ລ້ານບາດ (11 ຕື້ໂດລາສະຫະລັດ) ພາຍໃນ ປີ 2027. ຂົວມິດຕະພາບລະຫວ່າງ ສອງປະເທດໄດ້ພິສູດໃຫ້ເຫັນແລ້ວ ວ່າ, ປະຊາຊົນສອງຊາດສາມາດ ໄປມາຫາສູ່ກັນໄດ້ສະດວກສະບາຍ ຂຶ້ນ ຊຶ່ງໃນປີ 2025 ຜ່ານມາ, ມີ ນັກທ່ອງທ່ຽວໄທເຂົ້າມາລາວ ແລະ ນັກທ່ອງທ່ຽວລາວໄປໄທ ລວມກັນ ຫລາຍກວ່າ 2 ລ້ານເທື່ອຄົນ ແລະ ສອງປະເທດມີເປົ້າໝາຍທີ່ຈະເພີ່ມ ຈຳນວນນັກທ່ອງທ່ຽວເປັນ 3 ລ້ານ ເທື່ອຄົນ/ປີໃນຊຸມປີຕໍ່ໜ້າ. ກ່ອນການກໍ່ສ້າງຂົວມິດຕະພາບ ການໄປມາຫາສູ່ລະຫວ່າງປະຊາ ຊົນຂອງສອງປະເທດບໍ່ໄດ້ມີຄວາມ ສະດວກຄືກັບໃນປັດຈຸບັນ, ແມ່ ນ້ຳເບິ່ງຄືວ່າກວ້າງໃຫຍ່ໄພສານ ແຕ່ສິ່ງນີ້ບໍ່ໄດ້ເປັນອຸປະສັກຕໍ່ການ ເຊື່ອມສຳພັນຂອງປະຊາຊົນສອງ ຊາດປຽບດັ່ງບົດເພງ “ລຳຂອງ ລຳຮັກ,” ທີ່ແຕ່ງໂດຍ ອາຈານເອື້ອ ສູນທອນສະໜານ ແລະ ອາຈານ ທາຕີ, ນັກແຕ່ງເພງທີ່ສຳຄັນຂອງ ວົງດົນຕີສູນທະຣາພອນ ວ່າ : “ຝັ່ງ ແມ່ຂອງນີ້ເບິ່ງກວ້າງໄກແຕ່ໃນ ຫົວໃຈເໝືອນໃກ້ພຽງວາ ຢູ່ຝັ່ງໃດ ເຫັນໄກພຽງຕາຫົວໃຈລອຍມາ ຄອຍຖ້າຫາກັນ” ເຈັດທົດສະວັດ ຜ່ານມາ, ຂົວມິດຕະພາບ ລາວ-ໄທ, ໄທ-ລາວ ທຸກແຫ່ງໄດ້ເຊື່ອມຕໍ່ສອງ ຝັ່ງແມ່ນ້ຳຂອງທີ່ເຄີຍໄກໃຫ້ຫຍັບ ໃກ້ເຂົ້າ. ສິ່ງດັ່ງກ່າວບໍ່ພຽງແຕ່ນຳ ເອົາຜົນປະໂຫຍດທາງເສດຖະກິດ ມາໃຫ້ແກ່ປະຊາຊົນສອງຊາດເທົ່າ ນັ້ນ ແຕ່ຍັງໄດ້ເຊື່ອມສາຍພົວພັນ ແລະ ອຳນວຍຄວາມສະດວກໃຫ້ແກ່ ປະຊາຊົນໄດ້ໄປມາຫາສູ່ ແລະ ສ້າງ ຄວາມສະໜິດສະໜົມນຳກັນ ຊຶ່ງ ແມ່ນຫົວໃຈຂອງ “ການທູດພາກ ປະຊາຊົນ.” ການເຂົ້າຮ່ວມເປັນປະທານຮ່ວມ ໃນພິທີເປີດນໍາໃຊ້ຂົວມິດຕະພາບ ໄທ-ລາວ ແຫ່ງທີ 5 (ບຶງການ- ບໍລິຄຳໄຊ) ຂອງພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ຮ່ວມກັບທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 25 ທັນວາ 2025 ຖືເປັນວັນແຫ່ງປະ ຫວັດສາດຂອງສາຍພົວພັນ ໄທລາວ ທີ່ຈະຖືກຈາລຶກຕະຫລອດໄປ. ມິດຕະພາບທີ່ໃກ້ຊິດລະຫວ່າງ ລາວ-ໄທ, ໄທ-ລາວ ບໍ່ພຽງແຕ່ ເກີດຈາກຄວາມໃກ້ຊິດທາງດ້ານ ພາສາ ແລະ ວັດທະນະທຳເທົ່ານັ້ນ, ແຕ່ຍັງເກີດຈາກການພັດທະນາຢ່າງ ຕໍ່ເນື່ອງຂອງເຄືອຂ່າຍການຂົນສົ່ງ ລະຫວ່າງປະເທດທີ່ອຳນວຍຄວາມ ສະດວກໃຫ້ແກ່ການໄປມາຫາສູ່ສຳ ລັບປະຊາຊົນທັງສອງຝັ່ງແມ່ນ້ຳ ຂອງ, ຂົວມິດຕະພາບແຫ່ງທຳອິດ ໄດ້ເປີດນຳໃຊ້ໃນປີ 1994 ແລະ ໄດ້ກໍ່ສ້າງຂົວມິດຕະພາບຂ້າມແມ່ ນ້ຳຂອງອີກ 4 ແຫ່ງ ໄດ້ແກ່: ຂົວ ມິດຕະພາບແຫ່ງທີສອງເຊື່ອມຕໍ່ ແຂວງມຸກດາຫານ ແລະ ແຂວງ ສະຫວັນນະເຂດ; ຂົວມິດຕະພາບ ແຫ່ງທີສາມ ເຊື່ອມຕໍ່ແຂວງນະຄອນ ພະນົມ ແລະ ແຂວງຄຳມ່ວນ; ຂົວ ມິດຕະພາບແຫ່ງທີສີ່ ເຊື່ອມຕໍ່ແຂວງ ຊຽງລາຍ ແລະ ແຂວງບໍ່ແກ້ວ ແລະ ຂົວມິດຕະພາບແຫ່ງທີ 5 ເຊື່ອມຕໍ່ ແຂວງບຶງການ ແລະ ແຂວງບໍລິ ຄຳໄຊ. ຍິ່ງໄປກວ່ານັ້ນ, ອາດມີ ໜ້ອຍຄົນຮູ້ວ່າຍັງມີຂົວມິດຕະພາບ ຂ້າມແມ່ນ້ຳເຫືອງຢູ່ ເມືອງທ່າລີ້ ແຂວງເລີຍ ກົງກັນຂ້າມກັບ ແຂວງ ໄຊຍະບູລີ. ເຖິງວ່າຂົວເຫລົ່ານີ້ຈະ ສ້າງຂຶ້ນດ້ວຍເຫລັກ ແລະ ຄອນກີດ ແຕ່ມີບົດບາດສຳຄັນໃນການເຊື່ອມ ຕໍ່ຫົວໃຈຂອງປະຊາຊົນທັງສອງ

RkJQdWJsaXNoZXIy MTc3MTYxMQ==