ຫລຸບວຽກງານຄຸ້ມຄອງໄພພິບັດ

17/03/2026 13:07
ຂປລ ກອງປະຊຸມສະຫລຸບວຽກງານຄຸ້ມຄອງໄພພິບັດ 5 ປີ (2021-2025), ວາງທິດທາງ ແຜນການ (2026-2030) ແລະ ສະຫລຸບປະຈຳປີ 2025, ທິດທາງ ແຜນການປີ 2026 ຈັດຂຶ້ນໃນ ວັນທີ 16 ມີນາ 2026.

     ຂປລ.  ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີຄະນະກໍາມະການຄຸ້ມຄອງໄພພິບັດທັງຂັ້ນສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມ.

      ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມສໍາຄັນຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອປຶກສາຫາລືແລກປ່ຽນ, ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງໄພພິບັດ, ເອກະພາບຕໍ່ທິດທາງແຜນການ 5 ປີຕໍ່ໜ້າ, ວາງແຜນການກຽມພ້ອມຮັບ ມືກັບໄພພິບັດທີ່ອາດເກີດຂຶ້ນໃນປີ 2026. ໃນໄລຍະ 5 ປີຜ່ານມາ, ມີເຫດການໄພພິບັດເກີດຂຶ້ນ ຢູ່ບັນດາແຂວງໃນຂອບເຂດ ຊຶ່ງໄພພິບັດດັ່ງກ່າວ,  ແມ່ນຜົນກະທົບຈາກສະພາບ ລົມພະຍຸ, ນໍ້າຖ້ວມ, ດິນເຈື່ອນ, ນໍາຖ້ວມຊຸ ແລະ ນໍ້າຖ້ວມຂັງເກີດຂຶ້ນທັງໝົດ 376 ຄັ້ງ, ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນ 1 ລ້ານກວ່າ ຄົນ, ເສຍຊີວິດ 111 ຄົນ, ສູນຫາຍ 5 ຄົນ, ສ້າງຄວາມເສຍຫາຍຕໍ່ສັງຄົມ, ກະສິກຳ, ພື້ນຖານໂຄງລ່າງຄິດເປັນມູນຄ່າເສຍຫາຍຫລາຍກວ່າ 12.577 ຕື້ກວ່າກີບ ຕາມການເກັບ ກຳຂໍ້ມູນຂອງກອງເລຂາ ແລະ ລາຍ ງານຂອງບັນດາແຂວງ ເຫັນໄດ້ວ່າສະພາບໄພພິບັດນັບມື້ມີຄວາມຮຸນ ແຮງຂຶ້ນ ໂດຍສະເພາະຢູ່ທາງພາກ ເໜືອ ໄລຍະຜ່ານມາບໍ່ເຄີຍມີນໍ້າ ຖ້ວມຂັງ, ແຕ່ໃນປີ 2024 ແລະ 2025 ແຂວງຫົວພັນ, ຫລວງນໍ້າທາ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງອື່ນໆ ໄດ້ເກີດປະກົດການດັ່ງກ່າວ ໂດຍໄດ້ສ້າງຄວາມເສຍຫາຍເປັນຈຳນວນຫລາຍ.

       ໃນໂອກາດນີ້, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູງກາງ (ຄພສ) ໄດ້ກ່າວວ່າ: ຊຸມປີຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຈາກການປ່ຽນແປງຂອງສະ ພາບອາກາດທາງທຳມະຊາດ, ສົມທົບກັບກິດຈະກຳການເຄື່ອນໄຫວ ດຳລົງຊີວິດຂອງສັງຄົມມະນຸດພາໃຫ້ໄພພິບັດເກີດຂຶ້ນເລື້ອຍໆ ເຮັດໃຫ້ໄດ້ຮັບຜົນກະທົບ ແລະ ເສຍຫາຍເປັນວົງກວ້າງ, ກະທົບໂດຍກົງຕໍ່ເສດຖະກິດ-ສັງຄົມຂອງປະ ເທດ, ພື້ນຖານໂຄງລ່າງ, ການບໍລິການສາທາລະນະສຸກ, ລວມເຖິງໂຄງສ້າງດ້ານການດຳລົງຊີວິດຂອງຊຸມຊົນ ແລະ ອື່ນໆ. ໄພພິບັດທີ່ເກີດຂຶ້ນໃນແຕ່ລະປີແມ່ນເກີດຈາກໄພນໍ້າຖ້ວມ, ດິນເຈື່ອນ, ແຜ່ນດິນໄຫວ, ພະຍາດລະບາດຄົນ ແລະ ພະຍາດລະບາດສັດ, ໄພແຫ້ງແລ້ງ,  ໄໝ້ເຮືອນ, ໄໝ້ອາຄານ ແລະ ອື່ນໆ.  ຕໍ່ກັບສະພາບດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳ, ຕິດຕາມຊຸກຍູ້ກາຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ບັນດາແຂວງ ໃຫ້ສາມາດກັບສູ່ສະພາບປົກກະຕິໄດ້ຢ່າງວ່ອງໄວ, ໄດ້ຮີບຮ້ອນຟື້ນຟູສຸກເສີນຮີບດ່ວນດ້ານພື້ນຖານໂຄງລ່າງ, ດ້ານການຜະລິດກະສິກຳ ແລະ ສະເໜີລັດຖະບານອະນຸມັດແກ້ໄຂໂຄງການຟື້ນຟູສຸກເສີນ ແລະ ຟ້ືນຟູໄລຍະຍາວເຂ້ົາໃນແຜນຟື້ນຟູປົກກະຕິ ແຜນລົງທຶນຂອງລັດໃນແຕ່ລະປີ.

ຂ່າວ: ກິດຕາ;  ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top