ຜູ້ມີສິດເລືອກຕັ້ງ ຢູ່ຫວຽດນາມ ກວ່າ 93% ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ-ສະພາປະຊາຊົນທຸກຂັ້ນ

17/03/2026 12:34
ຂປລ ຕາມຂໍ້ມູນຈາກ ສະພາເລືອກຕັ້ງແຫ່ງຊາດ, ໄລ່ຮອດເວລາ 16 ໂມງຂອງວັນທີ 15 ມີນາ, ຍອດຈຳນວນຜູ້ມີສິດ ເລືອກຕັ້ງທັງໝົດ ໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາ ປະຊາຊົນທຸກຂັ້ນ ອາຍຸການ 2026-2031 ແມ່ນກວ່າ 71,3 ລ້ານຄົນ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ຕາມຂໍ້ມູນຈາກ ສະພາເລືອກຕັ້ງແຫ່ງຊາດ, ໄລ່ຮອດເວລາ 16 ໂມງຂອງວັນທີ 15 ມີນາ, ຍອດຈຳນວນຜູ້ມີສິດ ເລືອກຕັ້ງທັງໝົດ ໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາ ປະຊາຊົນທຸກຂັ້ນ ອາຍຸການ 2026-2031 ແມ່ນກວ່າ 71,3 ລ້ານຄົນ (ບັນລຸລະດັບ 93%). ໃນນັ້ນມີ 5/34 ແຂວງ, ນະຄອນ ມີອັດຕາຜູ້ມີສິດເລືອກຕັ້ງ ບັນລຸເກືອບ 100%, ລວມມີ: ຕວຽນກວາງ, ລາວກາຍ, ລ້າງເຊີນ, ດຽນບຽນ, ລາຍເຈົາ.

ໃນອກນີ້ຍັງມີກວ່າ 5.200 ຂ່າວ, ບົດໄດ້ເອົາລົງບັນດາໜັງສືພິມ, ວາລະສານ, ຖານຂໍ້ມູນ, ສື່ເອເລັກໂຕນິກພາຍໃນປະເທດ ກ່ຽວກັບການເລືອກຕັ້ງ. ມີຫລາຍອົງການ ສື່ມວນຊົນສາກົນ ກໍ່ມີຄວາມເອົາໃຈໃສ່ ລົງຂ່າວກ່ຽວກັບວັນເລືອຕກັ້ງຂອງ ຫວຽດນາມຄື: Reuters (ອັງກິດ), Bloomberg (ສ.ອາເມລິກາ), AP News (ສ.ອາເມລິກາ), ABC News (ອົດສະຕຣາລີ) ແລະ ອື່ນໆ.

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາ ປະຊາຊົນທຸກຂັ້ນອາຍຸການ 2026-2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີ ແກ່ຍາວເວລາຕາມຂໍ້ກຳນົດ ແຕ່ບໍ່ເກີນ 21 ໂມງ.

KPL

ຂ່າວອື່ນໆ

ads
ads

Top