ຂປລ
ຄະນະສູນກາງສະຫະພັນແມ່ຍິງລາວ ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງໃຫ້ບັນດາກົມກອງທີ່ປະຕິບັດໜ້າທີ່ຢູ່ຊາຍແດນເມືອງ ມຸນລະປາໂມກ ເຂດ 3 ຫລ່ຽມມໍລະກົດ ແຂວງຈຳປາສັກ ໃນວັນທີ 15 ມີນາ 2026.

ຂປລ. ຊຶ່ງນຳພາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍຜູ້ຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສູນກາງສະຫະພັນກຳມະບານລາວ, ສະຫະພັນແມ່ຍິງກອງທັບ, ສະຫະພັນແມ່ຍິງແຂວງຈຳປາສັກ, ສະມາຄົມນັກທຸລະກິດໜຸ່ມ, ສະມາຄົມຄຸນຄ່າລາວ ແລະ ສະມາຄົມນັກທຸລະກິດຍິງ ເຂົ້າຮ່ວມ.
ສໍາລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງອຸປະໂພກ- ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ລວມມູນຄ່າ 311 ກວ່າລ້ານກີບ ທີ່ມາຈາກນໍ້າຈິດ, ນໍ້າໃຈ ແລະ ຄວາມຄິດຮອດຄິດເຖິງມາສູ່ ອ້າຍນ້ອງທະຫານກໍາລັງປ້ອງກັນຊາດ ທີ່ປະຕິບັດໜ້າທີ່ຢູ່ເຂດຊາຍແດນ ຊຶ່ງເປັນການປະກອບສ່ວນຈາກພະນັກງານຂອງສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງຫລາຍພາກສ່ວນ ແລະ ສະມາຄົມນັກທຸລະກິດໜຸ່ມ, ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ບໍລິສັດ ເອອີຊີ ການຄ້າ ຈຳກັດຜູ້ດຽວ.
ໃນພິທີ, ທ່ານ ພັນໂທ ບຸນມີ ແກ້ວລຽງສາ ເລຂາຄະພັກຮາກຖານຫົວໜ້າການທະຫານກອງພັນ 28 ໄດ້ລາຍງານສະພາບລວມໂດຍຫຍໍ້ ແລະ ຈຸດພິເສດທີ່ຕັ້ງຂອງກົມກອງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານປ້ອງຊາດ. ໃນໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍນາຍ ແລະ ພົນທະຫານທີ່ປະຈໍາການຢູ່ກອງພັນ 28 ພ້ອມທັງຮຽກຮ້ອງໃຫ້ພ້ອມກັນສືບຕໍ່ອອກແຮງເສີມຂະຫຍາຍທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ເດັດດ່ຽວ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ເສີມຂະຫຍາຍບົດບາດເປັນກໍາລັງຫລັກແຫລ່ງແກ່ນສານ ໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກອງທັບຈົ່ງກ້າວຂຶ້ນ ຍາດເອົາຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ.
KPL