ຂປລ
ບັນດາທະນາຄານຂອງ ຈີນ ກຽມເພີ່ມການປ່ອຍສິນເຊື່ອ ໃຫ້ກັບບໍລິສັດ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳຫລາຍຂຶ້ນ ເພື່ອຕອບສະໜອງ ຕໍ່ແຜນການ ຊຸກຍູ້ການໃຊ້ ປັນຍາປະດິດ (ເອໄອ) ໃນລະບົບເສດຖະກິດ ຢ່າງຈິງຈັງ ແລະ ແນ່ໃສ່ຄວບຄຸມ ການເປັນຜູ້ນຳ ໃນພາກອຸດສາຫະກຳ ແຫ່ງອະນາຄົດ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ບັນດາທະນາຄານຂອງ ຈີນ ກຽມເພີ່ມການປ່ອຍສິນເຊື່ອ ໃຫ້ກັບບໍລິສັດ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳຫລາຍຂຶ້ນ ເພື່ອຕອບສະໜອງ ຕໍ່ແຜນການ ຊຸກຍູ້ການໃຊ້ ປັນຍາປະດິດ (ເອໄອ) ໃນລະບົບເສດຖະກິດ ຢ່າງຈິງຈັງ ແລະ ແນ່ໃສ່ຄວບຄຸມ ການເປັນຜູ້ນຳ ໃນພາກອຸດສາຫະກຳ ແຫ່ງອະນາຄົດ.
ແຫລ່ງຂ່າວໃນພາກ ທະນາຄານລະບຸວ່າ: ການປັບທິດທາງ ການຈັດສັນສິນເຊື່ອ ໄປສູ່ພາກເຕັກໂນໂລຊີ ໄດ້ເລີ່ມດຳເນີນການແລ້ວ ແລະ ຄາດວ່າຈະເລັ່ງຕົວຂຶ້ນອີກ ພາຍໃຕ້ແຜນຂອງ ລັດຖະບານ ທີ່ປະກາດ ເມື່ອອາທິດຜ່ານມາ ຊຶ່ງແນໃສ່ ການລົງທຶນຢ່າງເຕັມທີ່ ໃນເຕັກໂນໂລຊີ ທີ່ສຳຄັນ ຕັ້ງແຕ່ເອໄອ ເຊມິຄອນດັກເຕີຣ ໄປຈົນເຖິງ ການຜະລິດຂັ້ນສູງ.
ຜູ້ນຳລະດັບສູງຂອງ ຈີນ ຍັງໄດ້ໃຫ້ຄຳໝັ້ນ ໃນກອງປະຊຸມສະພາ ປະຊາຊົນແຫ່ງຊາດຈີນ ປະຈຳປີວ່າ ລັດຖະບານ ຈະຈັດສັນເງິນທຶນ ແລະ ມາດຕະການ ສະໜັບສະໜູນ ດ້ານນະໂຍບາຍ ຈຳນວນຫລາຍ ແກ່ພາກເຕັກໂນໂລຊີ ແລະ ນະວັດຕະກຳ ໃນໄລຍະ 5 ປີຕໍ່ໜ້າ.
KPL