ເສັ້ນທາງທີ່ເປເພ ບາງຈຸດຢູ່ແຂວງຫລວງພະບາງ ໄດ້ຮັບການແກ້ໄຂແລ້ວ

23/06/2025 21:00
Email Print 974
ຂປລ ຂປລ. ປັດຈຸບັນ, ການບົວລະບັດຮັກສາ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ເຂດແຂວງຫລວງພະບາງ ມີທັງໝົດ 5 ເສັ້ນ, ມີຄວາມຍາວທັງໝົດ 639 ກິໂລແມັດ



ຂປລ. ປັດຈຸບັນ, ການບົວລະບັດຮັກສາ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ເຂດແຂວງຫລວງພະບາງ ມີທັງໝົດ 5 ເສັ້ນ, ມີຄວາມຍາວທັງໝົດ 639 ກິໂລແມັດ ຄື: ເສັ້ນທາງເລກທີ 13 ເໜືອເຂດຫລວງພະບາງ
, ເສັ້ນທາງເລກ 7 ແຕ່ພູຄູນ ຫາຊາຍແດນຊຽງຂວາງ, ເສັ້ນທາງເລກ 4 ແຕ່ສາມແຍກປາກແວດ ຫາ ປາກຄອນ, ທາງເລກທີ 22 ແຕ່ສາມແຍກບົ່ງດົງ ຫາຊາຍແດນແຂວງວຽງຈັນ, ທາງເລກທີ 1C ແຕ່ບ້ານປາກມອງ ຫາບ້ານຫ້ວຍແຊວ ແລະ ທາງເລກທີ IC ແຕ່ບ້ານຫ້ວຍແຊວ ຫາບ້ານສາມສຸມ, ແຕ່ບ້ານສາມສຸມ ຫາຊາຍແດນແຂວງຫົວພັນ ໄດ້ສ້ອມແປງຈຸດທີ່ເປ່ເພໜັກໜ່ວງ ໄປ-ມາມີຄວາມຫຍຸ້ງຍາກ, ບໍ່ສາມາດໄປໄດ້. ແຕ່ມາຮອດປັດຈຸບັນ, ແມ່ນສາມາດທຽວໄດ້ເປັນປົກກະຕິ.

 


ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດລົງເຄື່ອນໄຫວຕິດຕາມຫາງສຽງສັງຄົມກ່ຽວກັບລົດໄຟລາວ-ຈີນ ຈາກນະ ຄອນຫລວງວຽງຈັນຫາ ແຂວງຫລວງພະບາງ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ ໄດ້ສ້ອມແປງເສັ້ນທາງແບບສຸກເສີນ ຈຸດທີ່ເປ່ເພໜັກ ຕາມເສັ້ນທາງຫລວງແຫ່ງຊາດ, ເຮັດໃຫ້ການເດີນທາງໄປ-ມາ ມີຄວາມຫຍຸ້ງຍາກ
, ບາງຈຸດບໍ່ສາມາດໄປໄດ້ ຄືດັ່ງທີ່ສື່ສັງຄົມອອນລາຍໄດ້ອອກຂ່າວ ເປັນຕົ້ນ: ດິນເຈື່ອນຖົມເສັນທາງ, ຕົ້ນໄມ້ລົ້ມທັບທາງ, ຈຸດທີ່ເປັນຂຸມ ແລະ ເປ່ເພ. ຕໍ່ບັນຫາດັ່ງກ່າວ, ພະແນກ ຍທຂ ແຂວງ ໄດ້ຈັດຊື້-ຈັດຈ້າງ, ຄັດເລືອກເອົາເອົາບໍລິສັດ ທີ່ມີເງື່ອນໄຂຄົບຖ້ວນ ທາງດ້ານພາຫະນະກົນຈັກ, ບຸຄະລາກອນ, ທຶນຮອນເພື່ອແກ້ໄຂສຸກເສີນ ໃຫ້ການສັນຈອນໄປ-ມາເປັນປົກກະຕິ, ແລ່ນສະດວກ ໂດຍໄດ້ເອົາຫີນຄົບ, ຫີນຜາ ແລະ ຫີນຫ້ວຍມາຖົມໃສ່ແລ້ວອັດແໜ້ນ.

 

ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຍັງໃຫ້ຮູ້ຕື່ມວ່າ: ແຂວງຫລວງພະບາງ ເປັນແຂວງທ່ອງທ່ຽວເຊິ່ງມີສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມທັງດ້ານທໍາມະຊາດ
, ປະຫວັດສາດ ແລະ ວັດທະນະທໍາ ເປັນຕົ້ນ ແຫລງທ່ອງທ່ຽວຕາດກວາງຊີ ເປັນອັນດັບໜຶ່ງ. ສະນັ້ນ, ໃນປີ 2003-2004 ໂຄງການທະນາຄານພັດທະນາອາຊີ ຫລື ADB ໃຫ້ການສະໜັບສະໜູນສ້ອງແປງເສັ້ນທາງໄປຕາດກວາງຊີ ຈາກທາງດິນແດງມາເປັນທາງຢາງ ແຕ່ເວລານັ້ນຮັບໃຊ້ແຕ່ລົດທ່ອງທ່ຽວ ແລະ ຕໍ່ມາກໍມີການສັນຈອນເພີ່ມຂຶ້ນ ເຮັດໃຫ້ເສັ້ນທາງມີການເປ່ເພ ເຊິ່ງປັດຈຸບັນ ກໍາລັງປັບປຸງສ້ອມແປງຂະຫຍາຍເສັ້ນທາງອອກໃຫ້ມີຄວາມສະດວກສະບາຍ ເຊິ່ງເສັ້ນທາງດັ່ງກ່າວ ມີຄວາມຍາວທັງໝົດປະມານ 26 ກິໂລແມັດ ແລະ ສໍາເລັດແລ້ວປະມານ 10 ກິໂລແມັດ ເຊິ່ງງົບປະມານໃນການສ້ອງແປງ ແມ່ນນໍາໃຊ້ເງິນເກີນແຜນຂອງແຂວງ ຄາດວ່າຈະສໍາເລັດປະມານ 2-3 ປີ.

ຂ່າວ-ພາບ: ວີລະວັນ

KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top