ຫ້ອງວ່າການສູນກາງພັກ ເປີດ ຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍ

11/06/2025 14:50
Email Print 352
ຂປລ ຂປລ. ພິທີເປີດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ຈັດ​ຂຶ້ນໃນວັນທີ 11 ມິຖຸນາ 2025 ຢູ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການ ສູນກາງພັກໂດຍມີສໍາ​ມະ​ນາກ​ອນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ຂປລ. ພິທີເປີດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ຈັດ​ຂຶ້ນໃນວັນທີ 11 ມິຖຸນາ 2025 ຢູ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການ ສູນກາງພັກໂດຍມີສໍາ​ມະ​ນາກ​ອນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ເນື້ອໃນບົດຮຽນທີ່ນຳມາສະເໝີຄັ້ງນີ້ປະກອບມີ 5 ຫົວຂໍ້ຄື: ການກໍາເນີດ ແລະ ການຂະຫຍາຍ ຕົວຂອງວຽກງານສະດຸດີ (ຍ້ອງຍໍ), ວຽກງານແຂ່ງຂັນ, ວຽກງານຍ້ອງຍໍ, ວຽກງານຄຸ້ມຄອງນາມມະຍຍົດ ​ແລະ ວິທີການປະດັບການຍ້ອງຍໍ. ທັງ​ນີ້, ກໍ​ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈ​ເຖິງຄວາມໝາຍຄວາມສໍາຄັນ ຂອງວຽກງານແຂ່ງຂັນ-ຍ້ອງຍໍ, ກໍາແໜ້ນໄດ້ບັນດານິຕິກໍາທີ່ເປັນບ່ອນອີງໃນການຄົ້ນຄວ້າ, ຫລັກການ, ຄາດໝາຍ, ຂອບເຂດ, ເນື້ອໃນ ແລະ ຂັ້ນຕອນການແຂ່ງຂັນ-ຍ້ອງຍໍ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫລັກການ, ຜົນສໍາເລັດວຽກງານຕົວຈິງ, ເລືອກເຟັ້ນບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນ ງານດີເດັ່ນແທ້ຈິງ.

ໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ເປັນເຈົ້າການເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຖອດຖອນບົດຮຽນນໍາວິທະຍາກອນ ໃຫ້ມີປະສົບການ, ແລກປ່ຽນບົດຮຽນ ກັບຜູ້ເຂົ້າຮ່ວມຝຶກອົບຮົມດ້ວຍກັນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງສາມາດ ນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ; ຍາດແຍ່ງເອົາຄວາມຮູ້ ນໍາບັນດາວິທະຍາກອນ ຜູ້ທີ່ມີປະສົບປະການສູງໃນການຖ່າຍທອດບົດຮຽນ ເພື່ອນໍາມາພັດທະນາວຽກງານຂອງຕົນເອງ ກໍຄື ຂອງການຈັດຕັ້ງໃນຕໍ່ໜ້າໃຫ້ສູງຂຶ້ນ.

ຂ່າວ-ພາບ: ຫ້ອງ​ວ່າການ​ສູນ​ກາງ​ພັກ

KPL

ຂ່າວອື່ນໆ

ads
ads

Top