ຂປລ
ຂປລ. ກະຊວງປ້ອງກັນປະເທດ ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງ ຕັ້ງໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ ໃນວັນທີ 9 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ

ຂປລ. ກະຊວງປ້ອງກັນປະເທດ ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງ ຕັ້ງໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ ໃນວັນທີ 9 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ, ກົມ-ກອງອ້ອມຂ້າງກະຊວງ, ບັນດານາຍທະຫານຂັ້ນສູງຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃໝ່ ເຂົ້າຮ່ວມ.
ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານລັດ ຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ຈຳນວນ 16 ສະ ຫາຍ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກາດແຕ່ງຕັ້ງໜ້າທີ່ໃໝ່, ໃນນີ້ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄຳແຫວນ ຫລ້າບົວມະຫາໄຊ ແລະ ສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ ເປັນຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ມີຄໍາເຫັນໂອ້ລົມຫລາຍບັນຫາສຳຄັນ, ພ້ອມທັງເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮັບໜ້າທີ່ໃໝ່ ໃນຄັ້ງນີ້, ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າ ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນ ເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ໃຫ້ເປັນແຜນວຽກອັນລະອຽດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ, ຮັກສາຄວາມສາມັກຄີພາຍໃນເປັນປືກແຜ່ນ, ປະຕິບັດແບບແຜນວິທີເຮັດວຽກ ຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຈິງໃຈຊ່ວຍເຫລືອ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວ ຫລື ໂຍນຄວາມຮັບຜິດຊອບໃຫ້ກັນ, ບໍ່ວິຈານ ຫລື ໃສ່ຮ້າຍປ້າຍສີສິ່ງທີ່ບໍ່ດີແບບຊະຊາຍ; ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບ ມີຄວາມເດັ່ນຊັດຂຶ້ນຢ່າງຈະແຈ້ງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໃຫ້ດີ ໄປຄວບຄູ່ກັບການເອົາໃຈໃສ່ດໍາເນີນຊີວິດການ ເມືອງແຕ່ລະໄລຍະເປັນປົກກະຕິ, ຖືເອົາການຕຳນິຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ຕຳນິກັນ ເພື່ອຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ຫລີກເວັ້ນອັກຄະຕິໂຄນລົ້ມ; ສ້າງແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ເຄື່ອນໄຫວໃກ້ສິດຕິດແທດກັບມະຫາຊົນ ແລະ ການຈັດຕັ້ງກົມກອງຂອງຕົນຢູ່ສະເໝີ; ເອົາໃຈໃສ່ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ຖືກກັບທິດນໍາ ແລະ ຫລັກການຂອງພັກ, ກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນລຸຄາດໝາຍທີ່ຄະນະພັກກະຊວງວາງອອກ, ພ້ອມກັນນໍາພາກອງທັບ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງມີແບບແຜນ ແລະ ທັນສະໄໝ.

ຂ່າບ-ພາບ: ຄຳໄຕ ຈັນນະຄອນ
KPL