ຂປລ
ສສ ຫວຽດນາມ ພວມຢູ່ໃນ ສັບປະດາທະເລ ແລະ ໝູ່ເກາະ ຈົນຮອດວັນທີ 8ມິຖຸນານີ້ ນີ້ແມ່ນໂອກາດ ເພື່ອໃຫ້ ສສ ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ ກ່ຽວກັບ ເສດຖະກິດ ທະເລ ແລະ ສະແດງ ໃຫ້ເຫັນຄວາມຕັດສິນໃຈ ພັດທະນາ ຮອບດ້ານ ຂະແໜງ ອາຊີບ ທາງທະເລ, ປົກປັກຮັກສາ ສິ່ງແວດລ້ອມ ເຂດທະເລ, ໝູ່ເກາະ ແບບຍືນຍົງ

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ສສ ຫວຽດນາມ ພວມຢູ່ໃນ ສັບປະດາທະເລ ແລະ ໝູ່ເກາະ ຈົນຮອດວັນທີ 8ມິຖຸນານີ້ ນີ້ແມ່ນໂອກາດ ເພື່ອໃຫ້ ສສ ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ ກ່ຽວກັບ ເສດຖະກິດ ທະເລ ແລະ ສະແດງ ໃຫ້ເຫັນຄວາມຕັດສິນໃຈ ພັດທະນາ ຮອບດ້ານ ຂະແໜງ ອາຊີບ ທາງທະເລ, ປົກປັກຮັກສາ ສິ່ງແວດລ້ອມ ເຂດທະເລ, ໝູ່ເກາະ ແບບຍືນຍົງ ແລະ ສສ ຫວຽດນາມ ພວມສູ້ຊົນສຳເລັດ ການໂຮມແຂວງ ກ່ອນວັນທີ 15 ສິງຫາ ຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃໝ່”ເຂດແດນການປົກຄອງ ເທົ່ານັ້ນ ຫາກຍັງ ແມ່ນກາລະໂອກາດ ດີທີ່ສຸດ ເພື່ອກໍ່ສ້າງບັນດາພື້ນທີ່ ພັດທະນາໃໝ່ ຕາມທິດທະເລ. ສຳລັບ ການກຳນົດທິດໂຮມ ບັນດາແຂວງ, ນະຄອນ ເຂົ້າກັນ ຕາມທິດທະເລ ແມ່ນປະຖົມປັດໄຈ ສຳຄັນ ເພື່ອເຊື່ອມຕໍ່, ເຊ່ືອມໂຍງ, ນຳປະເທດຊາດ ພັດທະນາ. ພາຍຫລັງ ໂຮມເຂົ້າກັນ, ມີເກືອບ 62% ແຂວງ, ນະຄອນ ແມ່ນຕິດກັບທະເລ ປະຈຸບັນ ສສ ຫວຽດນາມ 63 ແຂວງ, ນະຄອນ ໃນນັ້ນ ມີ 28 ແຂວງ, ນະຄອນແຄມທະເລ ແມ່ນຢູ່ຈາກພາກເໜືອ ລົງຮອດພາກໃຕ້. ຍອດລວງຍາວເສັ້ນທາງແຄມທະເລ ແມ່ນປະມານ 3.260 ກິໂລແມັດ. ພາຍຫລັງໂຮມ 63 ແຂວງ, ນະຄອນເຂົ້າກັນ ແມ່ນຍັງເຫລືອພຽງ 34 ແຂວງ, ນະຄອນ ຄາດວ່າ ສສ ຫວຽດນາມ ຈະມີ 21 ແຂວງ, ນະຄອນຕິດກັບທະເລ. ເປັນອັນວ່າ ອັດຕາສ່ວນທ້ອງຖິ່ນ ຕິດກັບທະເລ ເພີ່ມຂຶ້ນແຕ່ 28/63 (44%) ຂຶ້ນເປັນ 21/34 (ເກືອບ 62%).ໃນຫລາຍປີຜ່ານມາ, ສສ ຫວຽດນາມ ມີຄວາມເອົາໃຈໃສ່ ເຖິງການພັດທະນາ ເສດຖະກິດທະເລ ແຕ່ຍັງບໍ່ທັນຂຸດຄົ້ນ ສຸດຄວາມສາມາດບົ່ມຊ້ອນ. ສະນັ້ນ ເລື່ອງໂຮມບັນດາແຂວງ, ນະຄອນເຂົ້າກັນແມ່ນມີຄວາມເອົາໃຈໃສ່ ເຖິງບັນຫານີ້ ຫລາຍກວ່າ. ການກຳນົດ ທິດໂຮມແຂວງ, ນະຄອນ ເຂົ້າກັນເພື່ອແນໃສ່ສ້າງພື້ນທີ່ພັດທະນາ ຕາມທິດທະເລ ແມ່ນມີຄວາມສຳຄັນທີ່ສຸດ ສຳລັບ ສສ ຫວຽດນາມ. ຈາກນັ້ນ ທ່ານ ໂຕເລີມ ເລຂາທິການໃຫຍ່ ຫວຽດນາມ ໄດ້ເນັ້ນໜັກ ຢ່າງແຮງຕໍ່ເລື່ອງສັບຊ້ອນ ບັນດາຫົວໜ່ວຍ ບໍລິຫານຕາມທິດໝູນໃຊ້ພື້ນທີ່ທະເລ ຢ່າງສຸດຂີດ. ການເຊື່ອມຕໍ່ບັນດາແຂວງ ພິເສດແມ່ນບັນດາແຂວງຢູ່ເຂດພູພຽງພາກກາງ ຄື: ໄຕງວຽນ ກັບບັນດາທ້ອງຖິ່ນ ແຄມທະເລ, ແມ່ນສອດຄ່ອງກັບ ສະພາວະ ການພັດທະນາ ປັດຈຸບັນ. ຢູ່ທາງທິດຕາເວັນອອກ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາແຂວງ ຈ່າວິງ, ຫວີງລອງ, ເບນແຈ ພາຍຫລັງໂຮມເຂົ້າກັນ ຈະມີເນື້ອທີ່ທຳມະຊາດອັນໃຫຍ່ຫລວງ, ຈຳນວນປະຊາກອນ ຫລາຍສົມຄວນ ແລະ ເປີດພື້ນທີ່ພັດທະນາ ໄປສູ່ທິດທະເລ. ທ່ານ ຫງວຽນກວິ່ງທ້ຽນ, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ຈ່າວິງ ຖືວ່າ: “ໂດຍປະຕິບັດແຜນນະໂຍບາຍໂຮມ 3 ແຂວງເຂົ້າກັນ ຈະສ້າງເງື່ອນໄຂເປີດພື້ນທີ່ ພັດທະນາ ອັນໃຫຍ່ຫລວງກວ່າ ໃຫ້ແກ່ແຂວງ ຫວິງລອງໃໝ່. ໃນຂະນະນັ້ນ ສະເພາະ ແຂວງ ຈ່າວິງ ຈະປະກອບສ່ວນສຳຄັນ ເຂົ້າເສດຖະກິດທະເລ. ຕາມການຕີລາຄາຂອງສະຖາບັນພະລັງງານແລ້ວ, ກຳລັງການຜະລິດໄຟຟ້າແຮງລົມຂອງ ຈ່າວິງ ແມ່ນກວ່າ 24.000 MW. ດ້ວຍກຳລັງການຜະລິດໄຟຟ້ານີ້ ອາດຈະປະຕິບັດບັນດາໂຄງການສ້າງ ເປັນລະບົບ ເສດຖະກິດ ໝູນວຽນ, ເສດຖະກິດ ຫັນເປັນສີຂຽວ ໃນອະນາຄົດ”.ເພື່ອພັດທະນາເສດຖະກິດທະເລ, ນອກຈາກ ທ່າໄດ້ປຽບ ເມື່ອໂຮມບາງແຂວງ, ນະຄອນ ເຂົ້າກັນ ເພື່ອສ້າງພື້ນທີ່ອັນກວ້າງໃຫຍ່, ລັດຖະບານ ຫວຽດນາມ ກໍ່ພວມຍູ້ແຮງການຜັນຂະຫຍາຍ ຍຸດທະສາດ ພັດທະນາ ເສດຖະກິດທະເລຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ (ຍຸດທະສາດ). ຍຸດທະສາດໄດ້ຮັບການຜັນຂະຫຍາຍ ມາເປັນເວລາ 7 ປີ, ສຸມໃສ່ເຂົ້າໃນບັນດາຂະແໜງ ເສດຖະກິດທະເລ ເປັນຕົ້ນຄື: ການທ່ອງທ່ຽວ-ການບໍລິການທະເລ, ເສດຖະກິດການເດີນທະເລ, ຂຸດຄົ້ນນ້ຳມັນອາຍແກສ, ສິນໃນນ້ຳ, ພະລັງງານທົດແທນ ແລະ ວຽກງານສຳຄັນ ດ້ານອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL