ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

06/06/2025 07:32
Email Print 193
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ



ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ ໃນລະຫວ່າງວັນທີ
3-4 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ຄູຈາກວິທະຍາໄລຄູທົ່ວປະເທດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ມີຄວາມສໍາຄັນໃນການຊຸກຍູ້ຄວາມພະຍາຍາມຂອງພວກເຮົາ ເພື່ອປັບປຸງຄຸນນະພາບ ການຮຽນ-ການສອນ. ຄູແມ່ນຫົວໃຈຂອງການສຶກສາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການສອນເປັນບຸລິມະສິດອັນດັບຕົ້ນ ຂອງກະຊວງສຶກສາທິການ ແລະ ກິລາ, ຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງໄດ້ຖືກພັດທະນາຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເຊິ່ງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມຂອງ ສສກ ເພື່ອເສີມຂະຫຍາຍການສ້າງລະບົບ ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃນທົ່ວປະເທດ ສຳລັບຄູສອນໃນຂັ້ນໂຮງຮຽນປະຖົມສຶກສາ. ຄຳແນະນຳໄດ້ໃຫ້ຂໍ້ມູນ ເພື່ອຂັບເຄື່ອນລະບົບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ໃນນີ້ລວມມມີ ພາລະບົດບາດ ແລະ ຄວາມຮັບ ຜິດຊອບ ຂອງແຕ່ລະພາກສ່ວນທີ່ເປັນຜູ້ມີສ່ວນຮ່ວມທີ່ສຳຄັນ.

ໃນຫລາຍປີຜ່ານມາ, ສສກ ແລະ ກົມສ້າງຄູ ໄດ້ມີຄວາມກ້າວໜ້າທີ່ໂດດເດັ່ນໃນການສ້າງ ແລະ ປະຕິບັດລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ເຊິ່ງກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງຄຳຄິດເຫັນ ເພື່ອປັບປຸງຄຳແນະນຳໃຫ້ເໝາະສົມກັບຈຸດປະສົງ, ເພື່ອໃຫ້ການສະໜັບສະໜູນ ແກ່ຜູ້ທີ່ມີສ່ວນຮ່ວມ ໃນລະບົບການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃຫ້ຈັດຕັ້ງປະຕິບັດຢ່າງມີປະສິດທິ ພາບ ແລະ ມີຄວາມຮັບຜິດຊອບ ຕາມພາລະບົດບາດຂອງຕົນຢ່າງເປັນລະບົບ. ໃນໄລຍະຜ່ານມາ ກະ ຊວງສຶກສາທິການ ແລະ ກິລາ ໄດ້ມີນິຕິກຳທີ່ກ່ຽວຂ້ອງກັບການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງຫລາຍສະບັບ ເຊິ່ງກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ຈະເຮັດວຽກຮ່ວມກັນເພື່ອທົບທວນ ຄຳແນະ ນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ທີ່ພັດທະນາຂຶ້ນ. ທັງນີ້, ກໍເພື່ອໃຫ້ມີຄວາມເປັນເອກະພາບ ໃນການປັບປຸງຄຳແນະນຳ ໃຫ້ສົມບູນຂຶ້ນ ເພື່ອສົ່ງເສີມຄຸນນະພາບການສອນ ແລະ ການຝຶກອົບຮົມຄູ.



ກົມສ້າງຄູ ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບແຜນງານບີຄວາ ເພື່ອທົດລອງລະບົບໃໝ່ການພັດ ທະນາວິຊາຊີບຄູແບບຕົວເນື່ອງຢູ່ໃນ
30 ເມືອງເປົ້າໝາຍ ໂດຍມີຈຸດປະສົງເພື່ອສະໜອງການຊ່ວຍ ເຫລືອຄູທີ່ເຂັ້ມແຂງ ແລະ ຍືນຍົງໃນຂັ້ນໂຮງຮຽນ, ພ້ອມທັງຈະມີການຕິດຕາມຜົນໄດ້ຮັບ, ສຶກສາຄົ້ນ ຄວ້າຜົນໄດ້ຮັບ, ຈາກນັ້ນກໍຈະຂະຫຍາຍລະບົບ ໄປຫາເຂດອື່ນໆໃນທົ່ວປະເທດ ແລະ ກຽມຄວາມພ້ອມເພື່ອການຈັດຕັ້ງປະຕິບັດ ວຽກດັ່ງກ່າວໃຫ້ປາກົດຜົນເປັນຈິງ.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຄຸນນະພາບການສອນ ແມ່ນໝາກຫົວໃຈຂອງລະບົບ ການສຶກສາທີ່ເຂັ້ມແຂງ, ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອເປີດໂອກາດໃຫ້ຄູໄດ້ຮຽນຮູ້ ຜ່ານຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຄຳແນະ ນຳເຫລົ່ານີ້ ແມ່ນເປັນຄາດໝາຍສຳລັບການພັດທະນາຄູ. ຂະແໜງການສຶກສາແມ່ນກຳລັງຜະເຊີນກັບ ຄວາມທ້າທາຍທີ່ສຳຄັນຄື ການຂາດແຄນຄູສອນ ເຮັດໃຫ້ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງມີຄວາມສຳຄັນກວ່າເກົ່າ. ດ້ວຍການສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ເຊິ່ງຮັບປະກັນວ່າ ຄູໃນປັດຈຸບັນ ໄດ້ຮັບການຊ່ວຍເຫລືອທີ່ເຂົາເຈົ້າຕ້ອງການ ເພື່ອມີປະສິດທິພາບໃນການສອນໃນຫ້ອງຮຽນ.

     ຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສະບັບປັບປຸງ, ແມ່ນໝາກຜົນການຮ່ວມມືຂອງບັນດາພາກສ່ວນທີ່ມີສ່ວນກ່ຽວຂ້ອງ, ຈະເປັນເອກະສານສະບັບສົມບູນ ເພື່ອຂໍອະນຸມັດ ແລະ ນຳໃຊ້ໃນຂອບເຂດທົ່ວປະເທດພາຍໃນ ເດືອນທັນວາ 2025, ເປັນເອກະສານທີ່ຈະໃຫ້ຂໍ້ມູນແກ່ບັນດາພາກສ່ວນທີ່ມີຄວາມກ່ຽວຂ້ອງ ໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໄດ້ມີຂໍ້ມູນທີ່ສຳຄັນ ແລະ ມີຄຳແນະນຳ ທີ່ເຂົາເຈົ້າຕ້ອງການເພື່ອການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ.

KPL

ຂ່າວອື່ນໆ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

ads
ads

Top