ກອງປະຊຸມກົນໄກຮ່ວມມື ສອງຝ່າຍ ຈີນ-ສິງກະໂປ

24/11/2026 16:11
ຂປລ ທ່ານ ຕິ່ງເຊວ່​ຊຽງ ກຳ​ມະ​ການ​ ປະ​ຈຳ​ ກົມ​ການ​ເມືອງ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້ເດີນ​ທາງຢ້ຽມ​ຢາ​ມ ​ສິງ​ກະ​ໂປ​ ຕາມ​ຄຳ​ເຊີນ ແລະ ໄດ້​ພົບ​ປະ​ກັບ ​ທ່ານ ​ລໍ​ເຣ​ນ​ສ໌ ວອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສິງ​ກະ​ໂປ, ທ່ານ ລີ​ຊຽນ​ລຸງ ລັດ​ຖະ​ມົນ​ຕີ​ອາ​ວຸ​ໂສ​ສິງ​ກະ​ໂປ ແລະ ທ່ານ ການ​ກິມ​ຢົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສິງ​ກະ​ໂປ ຕາມ​ລຳ​ດັບ

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ລະ​ຫວ່າງ ວັນ​ທີ 22-23 ພະ​ຈິກ​ນີ້, ທ່ານ ຕິ່ງເຊວ່​ຊຽງ ກຳ​ມະ​ການ​ ປະ​ຈຳ​ ກົມ​ການ​ເມືອງ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້ເດີນ​ທາງຢ້ຽມ​ຢາ​ມ ​ສິງ​ກະ​ໂປ​ ຕາມ​ຄຳ​ເຊີນ ແລະ ໄດ້​ພົບ​ປະ​ກັບ ​ທ່ານ ​ລໍ​ເຣ​ນ​ສ໌ ວອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສິງ​ກະ​ໂປ, ທ່ານ ລີ​ຊຽນ​ລຸງ ລັດ​ຖະ​ມົນ​ຕີ​ອາ​ວຸ​ໂສ​ສິງ​ກະ​ໂປ ແລະ ທ່ານ ການ​ກິມ​ຢົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສິງ​ກະ​ໂປ ຕາມ​ລຳ​ດັບ, ທັງ​ໄດ້​ຮ່ວມ​ກັບ​ ທ່ານ ການ​ກິມ​ຢົງ ເປັນ​ປະ​ທານ ກອງ​ປະ​ຊຸມ​ ກົນໄກ​ຮ່ວມ​ມື ​ສອງ​ຝ່າຍ​ ສປ ຈີນ-ສິງ​ກະ​ໂປ.ໃນ​ເວ​ລາ​ພົບ​ປະ, ທ່ານ ຕິ່ງ​ເຊວ່​ຊຽງ ກ່າວ​ວ່າ: ພາຍ​ໃຕ້ ​ການ​ເອົາ​ໃຈ​ໃສ່ ແລະ ການ​ຊີ້​ນຳ​ ນຳ​ພາ​ຮ່ວມ ​ຂອງ​ຜູ້​ນຳ​ສອງ​ປະ​ເທດ, ການ​ຮ່ວມ​ມື​ ຕົວ​ຈິງ​​ ລະ​ຫວ່າງ ສອງ​ຝ່າຍ​ ສປ ຈີນ-ສິງ​ກະ​ໂປ ​ໄດ້​​ຮັບຜົນ​ສຳ​ເລັດ ​ທີ່​ເດັ່ນ​ຊັດ. ພາຍ​ໃຕ້​ສະ​ຖາ​ນະ​ການ​ສາ​ກົນ​ ທີ່​ສົບ​ສົນ​ປັ່ນ​ປ່ວນ​ ໃນ​ປັດ​ຈຸ​ບັນ, ສອງ​ຝ່າຍ​ ຄວນ​ສືບ​ຕໍ່​ຍຶດ​ໝັ້ນທິດ​ທາງ ​ຍຸດ​ທະ​ສາດ ​ທີ່​ຖືກ​ຕ້ອງ,  ຮັກ​ສາ​ການພົວ​ພັນ  ແລະ ​ການປະ​ສານ​ງານ​ຢ່າງ​ໃກ້​ຊິດ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື ລະ​ຫວ່າງ​ ສອງ​ປະ​ເທດ ມີ​ຄວາມ​ໝັ້ນ​​ທ່ຽງ ແລະ ພັດ​ທະ​ນ​າ​ ໃນໄລ​ຍະ​ຍາວ ເພື່ອ​ຮັບ​ໃຊ້​ການ​ສ້າງ ​​ຄວາມ​ທັນ​ສະ​ໄໝ​ຂອງ​ໃຜ​ລາວ. ຜູ້​ນຳ​ສິງ​ກ​ະ​ໂປ ຄື: ທ່ານ ລໍເຣນ​ສ໌ ວອງ, ທ່ານ ລີ​ຊຽນ​ລຸງ ແລະ ທ່ານ​ອື່ນໆ​ ກ່າ​ວວ່າ: ສິງ​ກະ​ໂປ​ໃຫ້​ຄວາມ​ສຳ​ຄັນ​​ເປັນຢ່າງ​ສູງ ​ຕໍ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ກັບ​ ສປ ຈີນ, ປັດ​ຈຸ​ບັນ, ໂລກ ແລະ ສອງ​ປະ​ເທດ ​ສິງ​ກະ​ໂປ- ສປ ຈີນ ​ລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ​ ອັນ​ໃຫຍ່ຫລວງ, ສິງ​ກ​ະ​ໂປ​ ຍິນ​ດີ​ຮ່ວມ​ກັບ ສປ ​ຈີນ ​ເພີ່ມ​ທະ​ວີ ​ການ​ເຊື່ອມ​ຕໍ່ ​ດ້ານ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ, ສືບ​ຕໍ່​ປັບ​ປຸງ ແລະ ເປີດກວ້າງ​ສາຍ​ພົວ​ພັນ ​ຄູ່​ຮ່ວມ​ມື​ ຮອບ​ດ້ານ, ມີ​ຄຸນ​ນະ​ພາບ​ສູງ ແລະ ມຸ່ງ​ໄປ​ຂ້າງ​ໜ້າ ​ຢ່າງ​ຕໍ່​ເນື່ອງ. ທ່ານ ຕິ່ງ​ເຊວ່​ຊຽງ ແລະ ທ່ານ ການ​ກິມ​ຢົງ ​ໄດ້ຮ່ວມ​ກັນ​ເປັນ​ປະ​ທານກອງ​ປະ​ຊຸມ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ 4 ປະ​ການ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ ທີ່​ຈະ​ບັນ​ລຸໝາກ​ຜົນ​ ການ​ຮ່ວມ​ມື ໃຫ້ຫລາຍກວ່າ​ເກົ່າ ແລະ ຊຸກ​ຍູ້​ການ​ເ​ຊື່ອມ​ສານ​ຈິດ​ໃຈ ​ລະ​ຫວ່າງ ​ປະ​ຊາ​ຊົນ ​ສອງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top