ສສ ຫວຽດນາມ ຈັດພິທີສະເຫລີມສະຫລອງ 80 ປີ ແຫ່ງວັນກອງປະຊຸມ ວັດທະນະທຳ ທົ່ວປະເທດ ຄັ້ງທີ 1

24/11/2026 16:11
ຂປລ ຄະ​ນະ​ບໍ​ລິ​ຫານ​ງາ​ນ ​ສູນ​ກາງ​ພັກ​ ກອມ​ມູ​ນິດ ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ ສ​ສ.ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເປັນ​ກຽດ ​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ ​ສະຫລອງ 80 ປີ​ ແຫ່ງວັນ ​ດຳ​ເນີນກອງ​ປະ​ຊຸມ ​ວັດ​ທະ​ນະ​ທຳ ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 (24/11/1946 – 24/11/2026).

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ຄະ​ນະ​ບໍ​ລິ​ຫານ​ງາ​ນ ​ສູນ​ກາງ​ພັກ​ ກອມ​ມູ​ນິດ ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ ສ​ສ.ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເປັນ​ກຽດ ​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ ​ສະຫລອງ 80 ປີ​ ແຫ່ງວັນ ​ດຳ​ເນີນກອງ​ປະ​ຊຸມ ​ວັດ​ທະ​ນະ​ທຳ ​ທົ່ວ​ປະ​ເທດ​ຄັ້ງ​ທີ 1 (24/11/1946 – 24/11/2026). ໃນໂອກາດນີ້ ທ່ານ ໂຕ​ເລິມ​, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ: ວັນ​ທີ 24 ພະ​ຈິກ 1946, ຢູ່​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ, ທ່ານ ​ປະ​ທານ​ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ ໄຂ​ກອງ​ປະ​ຊຸມ ​ວັດ​ທະ​ນະ​ທຳ​ ທົ່ວ​ປະ​ເທດ ​ຄັ້ງ​ທີ 1. ກອງ​ປະ​ຊຸມ ​ສືບ​ທອດ​ຈິດ​ໃຈ ໂຄງຮ່າງ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປີ 1943 ດ້ວຍ​ສາມຫລັກ​ການ ຊົນ​ຊາດ, ວິ​ທະ​ຍາ​ສາດ, ມະ​ຫາ​ຊົນ, ຕັ້ງ​ວັດ​ທະ​ນະ​ທຳ​ເຂົ້າໃນ​ການ​ພົວ​ພັນ ​ຢ່າງ​ສະ​ໜິດ​ແໜ້ນ​ກັບ ​ພາ​ລະ​ກຳ​ ຂອງ​ປະ​ເທດ​ຊາດ ແລະ ຄວາມ​ຜາ​ສຸກ ​ຂອງ​ປະ​ຊາ​ຊົນ. ທ່ານ​ ໃຫ້​ຮູ້​ວ່າ: ຢູ່ກອງ​ປະ​ຊຸມ, ​ປະ​ທານ​ ໂຮ່​ຈີ​ມິນ ໄດ້​ຢັ້ງ​ຢືນ​ວ່າ: ວັດ​ທະ​ນະ​ທຳ ​ຕ້ອງ​ສ່​ອງ​ແສງ​ເຍືອງ​ທາງ​ ໃຫ້​ແກ່ ​ປະ​ຊາ​ຊົນ​​ກ້າ​ວ ເດີນ”. ເພິ່ນ​ຖື​ຄວາມ​ຜາ​ສຸກ ​ຂອງ​ປະ​ຊາ​ຊົນ ​ເປັນ​ພື້​ນ​ຖານ​ໃຫ້​ວັດ​ທະ​ນະ​ທຳ​ໃໝ່, ຍົກ​ສູງ​ສະ​ຕິ​ ເປັນ​ເຈົ້າ​ຕົນ​ເອງ, ຕັກ​ເຕືອນ​ພວກ​ເຮົາ​ຮ່ຳ​ຮຽນ ​ສິ່ງ​ທີ່​ດີ​ງາມ​ຂອງ​ໂລກ, ດັດ​ປັບ​ຄວາມ​ລຶ້ງ​ເຄີຍ​ທີ່​ບໍ່​ດີ ໃນ​ສັງ​ຄົມ ແລະ ເບິ່ງ​ແຍງ​ດູ​ແລ​ລຸ້ນ​ໜຸ່ມ. ການ​ເບິ່ງ​ແຍງ​ດູ​ແລ​ ວັດ​ທະ​ນະ​ທຳ​ ແມ່ນ​ເຕົ້າ​ໂຮມ​ຈິດ​ໃຈ​ຄົນ, ຫັນ​ນ້ຳ​ໃຈ​ຮັກ​ຊາດ​ ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ ກາຍ​ເປັນ​ກຳ​ລັງ​ແຮງ ​ແຫ່ງ​ການ​ກະ​ທຳ ​ທີ່​ມີ​ເປັນ​ເອ​ກະ​ພາບ​ ຂອງ​ທົ່ວທັງ​ຊາດ. ບົດ​ຮຽນ​ນີ້​ຍັງ​ມີ​ຄຸນ​ຄ່າ​ເໝືອນ​ເດີມ​ ມາ​ຮອດ​ປັດ​ຈຸ​ບັນ. ໃນ​ສັງ​ກາດ ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ ​ວັດ​ທະ​ນະ​ທຳ. ສິ່ງ​ສຳ​ຄັນ​ທີ່​ສຸດ ​ແມ່ນ​ນຳບັນ​ດາ​ນະ​ໂຍ​ບາຍ​ ຊີ້​ຂາດ ​ເຂົ້າ​ຊີ​ວິດ​ຕົວ​ຈິງ, ເສີມ​ຂະ​ຫຍາຍ​ບົດ​ບາດ ​ຂອງວັດ​ທະ​ນະ​ທຳ​ ໃນ​ການ​ກຳ​ນົດ​ທິດ​ທາງ​ ພັດ​ທະ​ນາ ​ປະ​ເທດ​ຊາດ, ​ກ​ານ​ເຕີ​ບ​ໂຕ ​ເສດ​ຖະ​ກິດ ຕ້ອງ​ຕິດ​ພັນ​ກັບ ​ຄຸນ​ນະ​ພາບ​ ການ​ດຳ​ລົງ​ຊີ​ວິດ ແລະ ການ​ພັດ​ທະ​ນາ​ ຢ່າງ​ຮອບ​ດ້ານ​ຂອງ​ມະ​ນຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top