ຂປລ
ຂປລ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ວາງຫລາຍມາດຕະການ ເພື່ອເປັນການຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທຳລາຍ ແລະ ຟື້ນຟູປ່າໄມ້ທີ່ຊຸດໂຊມ ໃຫ້ມີຄວາມອຸດົມສົມບູນ, ພ້ອມທັງຮັບປະກັນເນື້ອທີ່ປົກຫຸ້ມ 70% ຂອງເນື້ອທີ່ທົ່ວປະເທດ

ຂປລ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ວາງຫລາຍມາດຕະການ ເພື່ອເປັນການຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທຳລາຍ ແລະ ຟື້ນຟູປ່າໄມ້ທີ່ຊຸດໂຊມ ໃຫ້ມີຄວາມອຸດົມສົມບູນ, ພ້ອມທັງຮັບປະກັນເນື້ອທີ່ປົກຫຸ້ມ 70% ຂອງເນື້ອທີ່ທົ່ວປະເທດ ເຊິ່ງປະກອບມີ: ມາດຕະການສະກັດກັ້ນການບຸກລຸກ, ການທໍາລາຍປ່າໄມ້; ການຟື້ນຟູແບບທໍາມະຊາດ ແລະ ປູກເສີມ; ການ ປູກໄມ້ ລວມທັງການປູກໄມ້ອຸດສະຫະກຳ; ສ້າງຄວາມເຂັ້ມແຂງ ແລະ ປັບປຸງການລົງຂີວິດຂອງປະຊາຊົນ; ປັບປຸງ ກົງຈັກການຈັດຕັ້ງ ໃນການຄຸ້ມຄອງປ່າໄມ້ ແລະ ການ ຊີ້-ຂາຍ ສິນເຊື່ອກາກບອນປ່າໄມ້.
ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 21 ພຶດສະພາ 2025 ໂດຍທ່ານໄດ້ຍົກໃຫ້ເຫັນເຖິງ ມາດຕະການສະກັດກັ້ນການບຸກລຸກ, ການທໍາລາຍປ່າໄມ້ ເຊິ່ງພາກສ່ວນກ່ຽວຂ້ອງ ໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອໃຫ້ເປັນເຄື່ອງມືໃນການຄຸ້ມຄອງ ເຊັ່ນ: ດຳລັດວ່າດ້ວຍປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ, ບັນດາຄໍາສັ່ງ, ຄໍາແນະນຳຕ່າງໆ; ສ້າງຄູ່ມື ແລະ ລົງເຜີຍແຜ່ຢູ່ຂັ້ນທ້ອງຖິ່ນ ກ່ຽວກັບວິທີການຕ້ານ ແລະ ສະກັດກັ້ນໄຟ ໄໝ້ລາມປ່າ; ສືບຕໍ່ດຳເນີນການຈັດສັນພື້ນທີ່ 3 ປະເພດປ່າ ໃນຂອບເຂດທົ່ວປະເທດ, ປັກຫລັກໝາຍຂອບເຂດຊາຍແດນທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ; ເພີ່ມທະວີການກວດກາລາດຕະເວນ ໃນຂອບເຂດທີ່ດິນປ່າໄມ້ ສະກັດກັ້ນບໍ່ໃຫ້ບຸກລຸກ, ບຸກເບີກ, ຈັບຈອງ ທີ່ດິນປ່າໄມ້, ຂຸດຄົ້ນໄມ້ ຫລື ກິດຈະກໍາອື່ນໆບໍ່ຖືກຕ້ອງ, ຫາກມີການລະເມີດຕ້ອງໄດ້ດໍາເນີນຄະດີ; ຈັດຕັ້ງປະຕິບັດໂຄງການຊ່ວຍໜູນຕ່າງໆ ແນໃສ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫລຸດຜ່ອນການຕັດໄມ້ທໍາລາຍປ່າ.
ສຳລັບ ການຟື້ນຟູແບບທໍາມະຊາດ ແລະ ປູກເສີມ ແມ່ນໄດ້ແບ່ງຄວາມຮັບຜິດຊອບໃຫ້ທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງ, ປັດຈຸບັນສາມາດຈັດຕັ້ງປະຕິບັດໄດ້ 132.700 ເຮັກຕາ ເທົ່າກັບ 7% ຂອງແຜນການ. ສາເຫດທີ່ຍັງບໍ່ບັນລຸໄດ້ ຍ້ອນຍັງຂາດງົບປະມານໃນການຈັດຕັ້ງປະຕິບັດ, ການຟື້ນຟູແມ່ນໃຊ້ເວລາ; ສັງຄົມຍັງບໍ່ທັນເຫັນຄວາມສໍາຄັນ ແກ່ວຽກງານດັ່ງກ່າວເທົ່າທີ່ຄວນ. ສໍາລັບມາດຕະການແກ້ໄຂໃນຕໍ່ໜ້າ: ຕ້ອງພັດທະນາ ແຜນແມ່ບົດການຟື້ນຟູ ປ່າໄມ້ແຫ່ງຊາດ, ພັດທະນາຖານຂໍ້ມູນ ແລະ ສ້າງແຜນທີ່ຟື້ນຟູປ່າໄມ້ ແລະ ເຄື່ອງປ່າຂອງດົງແຫ່ງຊາດ, ພັດທະນາຫລັກການຟື້ນຟູປ່າໄມ້ ແບບທຳມະຊາດ ແລະ ປູກເສີມ, ປະຕິບັດແຜນແມ່ບົດການຟື້ນຟູປ່າໄມ້, ສຸມໃສ່ຂຶ້ນທະບຽນເຂດປ່າໄມ້ທີ່ໄດ້ຮັບການຟື້ນຟູ, ປະຕິບັດນະໂຍບາຍ ຕໍ່ຜູ້ຟື້ນຟູ ຫລື ຜູ້ລົງທຶນຟື້ນຟູປ່າໄມ້.
ທ່ານ ສົມຫວັງ ພິມມະວົງ ຍັງໃຫ້ຮູ້ອີກວ່າ: ການປູກໄມ້ ລວມທັງໄມ້ອຸດສະຫະກຳ ມາຮອດປັດຈຸບັນ ສາມາດຈັດຕັ້ງປະຕິບັດໄດ້ 32.270 ເຮັກຕາ ເທົ່າກັບ 16% ຂອງແຜນການ. ສາເຫດທີ່ບໍ່ສາມາດບັນລຸໄດ້ ຍ້ອນການຈັດສັນພື້ນທີ່ປູກໄມ້ ອຸດສາຫະກຳບໍ່ໄດ້ຕາມແຜນເນື່ອງຈາກ ມີການຈັບຈອງໄວ້ກ່ອນ, ບັນຫາຂໍ້ຂັດແຍ່ງ ແລະ ການຊົດເຊີຍ ເຊິ່ງມາດຕະການແກ້ໄຂໃນຕໍ່ໜ້າ ຈະຕ້ອງພັດທະນາແຜນແມ່ບົດ ການປູກໄມ້ແຫ່ງຊາດ, ສົ່ງເສີມການປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອເປັນສິນຄ້າໃນພື້ນທີ່ປ່າຊຸດໂຊມ, ສົ່ງເສີມການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນປ່າປູກ ເພື່ອຢັ້ງຢືນກຳມະສິດ, ແຫລ່ງທີ່ມາຂອງໄມ້.
ສຳລັບ ການສ້າງຄວາມເຂັ້ມແຂງ ແລະ ປັບປຸງການລົງຊີວິດຂອງປະຊາຊົນ ຕ້ອງສົ່ງເສີມ ແລະ ຫັນເປັນອາຊີບຄົງທີ່, ຢຸດເຊົາການເຄື່ອນຍ້າຍແບບຊະຊາຍ, ຢຸດເຊົາການຖາງປ່າເຮັດໄຮ່ແບບເລື່ອນ ລອຍ, ປັບປຸງກົງຈັກການຈັດຕັ້ງ ໃນການຄຸ້ມຄອງປ່າໄມ້ ໂດຍທົບທວນ ແລະ ປັບປຸງ ພາລະບົດບາດ, ກຳນົດ ແລະ ບັນຈຸສັບຊ້ອນບຸກຄະລາກອນ, ແຕ່ງຕັ້ງພະນັກງານໄປປະຈຳ ກອງຄຸ້ມຄອງເຂດທີ່ມີຄວາມສ່ຽງ ແລະ ອື່ນໆ.
ຂ່າວ-ພາບ: ກິດຕາ
KPL