ຂປລ
ເມື່ອຫວນຄືນອະດີດ, ໄດ້ມີເຫດການປະຫວັດສາດທີ່ປວງຊົນ ລາວທັງຊາດບໍ່ອາດຫລົງລືມໄດ້ນັ້ນ ກໍ່ຄື: ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີຂອງ ວັນທີ 24 ພຶດສະພາ 1960.
*ເມື່ອຫວນຄືນອະດີດ, ໄດ້ມີເຫດການປະຫວັດສາດທີ່ປວງຊົນ ລາວທັງຊາດບໍ່ອາດຫລົງລືມໄດ້ນັ້ນ ກໍ່ຄື: ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີຂອງ ວັນທີ 24 ພຶດສະພາ 1960. ພາຍຫລັງທີ່ບັນດາຜູ້ນຳ ແລະ ພະ ນັກງານແນວລາວຮັກຊາດຖືກຈັບ ກຸມຄຸມຂັງໃນວັນທີ 28 ກໍລະກົດ 1959.
ບັນດາຜູ້ນຳ (ຜູ້ແທນແນວ ລາວຮັກຊາດ) ທີ່ຖືກຈັບລວມມີ 7 ສະຫາຍຄື: ສະຫາຍ ສຸພານຸ ວົງ, ສະຫາຍ ໜູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະຫານແນວ ລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມເປັນຂ້າລາຊະການໃນກົງຈັກລັດຖະບານປະສົມກໍ່ຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດ ຈຸນລະມະນີ, ສະຫາຍ ມາ ໄຂຄຳ ພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ. ໃນໄລຍະເກືອບ 10 ເດືອນ ທ່ີຖືກຈັບກຸມຄຸມຂັງນ້ັນ, ຊີວິດ ແລະ ໂຊກຊາຕາກຳຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ທັງ 16 ທ່ານ ສຸດທີ່ ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງ ກັບເສ້ັນດ້າຍທ່ີຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳບຸກຄົນສຳຄັນໆປະມານ 8-9 ຄົນ ຈະໄດ້ຖືກປະຫານຊີວິດ. ນອກນັ້ນ ຈະໄດ້ຖືກຕັດສິນຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະເພື່ອເອົາບັນດາຜູ້ນຳແນວລາວຮັກຊາດອອກຕັດສິນບ່ໃຫ້ກາຍເວລາ 1 ເດືອນນັບຕັ້ງແຕ່ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງເປັນເອກະພາບກັນ.
ເມ່ືອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ຕັດສິນການໂຕນຄຸກ”. ສຳລັບບັນດາຜູ້ນຳເຖິງວ່າເພິ່ນຈະຖືກກັກຂັັງກໍຕາມແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດພົ້ນອອກຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພີ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດໃນການສຶກສາອົບຮົມແກ່ສາລະວັດຕຳຫລວດ ແລະ ສາລະວັດທະຫານໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້ຄວາມໂຫດຮ້າຍສາມານຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດສາລະວັດດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ. ດ້ວຍເຫດນ້ັນ ຈ່ຶງມີການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກອອກໄປສູ່ເຂດທີ່ໝັ້ນຂອງການປະຕິວັດ. ເມື່ອແຜນການເປັນໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດໄດ້ໂຕນໜີອອກຈາກຄຸກ ໂພນເຄັງ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພທຸກປະການ. ເຫດການວິລະກຳດ່ັງກ່າວນີ້ ແມ່ນໄຊຊະນະທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການເຖິງວ່າຈະຖືກຈັບກຸມຄຸມຂັງກໍບໍ່ມີທາງຍອມຈຳນົນໂດຍເດັດຂາດອັນນີ້ ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງ ກວ່າຊີວິດຂອງຕົນຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳໂຕນຄຸກຄ້ັງມະຫັດສະຈັນໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກພ້ອມທັງສາລະວັດ ແລະ ທຸກກຳລັງແຮງທີ່ໄດ້ປະກອບສ່ວນຊ່ວຍເຫລືອເຮັດໃຫ້ ບັນດາທ່ານຜູ້ນຳໂຕນອອກຈາກຄຸກໄດ້ສຳເລັດ. ນ້ີຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດ ກໍຄືກາລະໂອກາດພັນປີມີເທື່ອໜຶ່ງ.
KPL